ຍັງພົບຜູ້ຕິດເຊື້ອໂຄວິດ-19 ພາຍໃນປະເທດສູງ ແລະ ຍັງມີຜູ້ສຶບຕໍ່ປິ່ນປົວກວມເອົາ 0,096% ຂອງພົນລະເມືອງ

     ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ປັດຈຸບັນຍັງມີຜູ້ຕິດເຊື້ອໂຄວິດ-19 ທີ່ຈະຕ້ອງສືບຕໍ່ປິ່ນປົວກວມເອົາ 0,096 ຂອງພົນລະເມືອງທັງໝົດ ເຊິ່ງຜູ້ຕິດເຊື້ອສ່ວນໃຫຍ່ແມ່ນຕິດພາຍໃນປະເທດ ແລະ ນຳເຂົ້າຈຳນວນໜຶ່ງ.

     ຕາມການງານຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 23 ຕຸລາ 2021 ໃຫ້ຮູ້ວ່າ ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 22 ຕຸລາ ໄດ້ກວດວິເຄາະທັງໝົດ 5.717 ຄົນ ກວດພົບຜູ້ຕິດເຊື້ອໃໝ່ 467 ຄົນ ໃນນັ້ນຕິດເຊື້ອພາຍໃນປະເທດ 452 ຄົນ ຈາກຜູ້ເດີນທາງຈາກຕ່າງປະເທດ 15 ຄົນຄື ແຂວງຈຳປາສັກ 11 ຄົນ ແລະ ສະຫວັນນະເຂດ 4 ຄົນ ປັດຈຸບັນຜູ້ຕິດເຊື້ອສະສົມທັງໝົດ 34.985 ຄົນ ເສຍຊີວິດສະສົມ 50 ຄົນ (ເສຍຊີວິດໃໝ່ 1 ຄົນ) ຍັງສືບຕໍ່ປິ່ນປົວ 7.042 ຄົນ.

     ສຳລັບຜູ້ຕິດເຊື້ອພາຍໃນປະເທດ 452 ຄົນຄື ນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອ 232 ຄົນ ໃນ 7 ເມືອງ 66 ບ້ານຄື ເມືອງຈັນທະບູລີ 8 ບ້ານ 25 ຄົນ ສີໂຄດ 12 ບ້ານ 40 ຄົນ ໄຊເສດຖາ 16 ບ້ານ 31 ຄົນ ສະຖານທີ່ຄຸມຂັງ 75 ຄົນ ສີສັດຕະນາກ 8 ບ້ານ 20 ຄົນ ນາຊາຍທອງ 3 ບ້ານ 6 ຄົນ ໄຊທານີ 11 ບ້ານ 23 ຄົນ ແລະ ເມືອງຫາດຊາຍຟອງ 7 ບ້ານ 11 ຄົນ ຍັງສືບຕໍ່ເອົາຂໍ້າມູາ 1 ຄົນ ຫຼວງພະບາງ 57 ຄົນ ບໍ່ແກ້ວ 3 ວຽງຈັນ 6 ຄົນ ບໍລິຄຳໄຊ 15 ຄົນ ຫຼວງນໍ້າທາ 49 ຄົນ ຄຳມ່ວນ 27 ຄົນ ສາລະວັນ 25 ຄົນ  ສະຫວັນນະເຂດ 17 ຄົນ ແລະ ຈຳປາສັກ 18 ຄົນ.

     ສ່ວນຜູ້ເສຍຊີວິດໃໝ່ 1 ຄົນ ເປັນເພດຊາຍອາຍຸ 66 ປີ ອາຊີບພະນັກງານບຳນານ ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຜູ້ກ່ຽວເປັກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 5 ຕຸລາ ເຊິ່ງຜູ້ກ່ຽວມີພະຍາດປະຈຳຕົວຄື ພະຍາດໝາກໄຂ່ຫຼັງ ປະດົງຂໍ່ ເສັ້ນປະສາດແອວຖືກກົດທັບ ບາດແຜຕິດເຊື້ອຊຳເຮື້ອຢູ່ຂາ ໄດ້ສັກວັກຊິນຄົບໂດສ ໄລຍະທີ່ນອນປິ່ນປົວແຕ່ວັນທີ 5-22 ຕຸລາ ມາຮອດເວລາ 13:30 ຂອງວັນທີ 22 ຜູ້ກ່ຽວໄດ້ເສຍຊິວິດ.

     ທົ່ວປະເທດມີສູນຈຳກັດບໍລິເວນທີຍັງເປີດນຳໃຊ້ຢູ່ 86 ສູນ ມີຜູ້ຈຳກັດບໍລິເວນ 2.930 ຄົນ ຍັງສາມາດຮັບຮອງໄດ້ຕື່ມອີກ 10.228 ຄົນ ໂຮງແຮມຈຳກັດບໍລິເວນຍັງໃຊ້ຢູ່ 55 ແຫ່ງ ມີຜູ້ຈຳກັດບໍລິເວນ  1.651 ຄົນ ສາມາດຮອງຮັບຜູ້ຈຳກັດບໍລິເວນໄດ້ຕື່ມອີກ 7.953 ຄົນ.

error: Content is protected !!