ເລັ່ງຟື້ນຟູຂະແໜງການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກໂຄວິດ-19

    ໃນວັນທີ 21 ຕຸລາ 2021 ທີ່ນະຄອນຫຼວງວຽງຈັນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ນຳສະເໜີແນວທາງການຟື້ນຟູການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບປີ 2021-2025 ຜ່ານລະບົບທາງໄກ ເພື່ອເລັ່ງຟື້ນຟູຂະແໜງການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ ໂດຍໄດ້ສຸມໃສ່ກໍານົດແນວທາງການຟື້ນຟູຂະແໜງການການທ່ອງທ່ຽວ ໃນ ສປປ ລາວ ໃຫ້ສາມາດກັບຄືນເຂົ້າສູ່ສະພາບປົກກະຕິແບບໃໝ່ໃຫ້ໄດ້ໄວທີ່ສຸດ ເພື່ອວາງມາດຕະການໃນການແກ້ໄຂບັນຫາທາງຍຸດທະສາດ ເພື່ອແນໃສ່ປັບປຸງ ແລະ ພັດທະນາຂະແໜງການທ່ອງທ່ຽວໃຫ້ມີຄວາມຍືນຍົງອີກດ້ວຍ.

    ໂອກາດນີ້ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ກ່າວວ່າ: ຂະແໜງການທ່ອງທ່ຽວ ແມ່ນຂະແໜງການໜຶ່ງທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດຈາກການແຜ່ລະບາດພະຍາດໂຄວິດ-19 ແລະ ເປັນຂະແໜງພື້ນຖານທີ່ໄດ້ປະກອບສ່ວນຊ່ວຍປັບປຸງຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນ. ໃນປີ 2020 ຜ່ານມາ ຈໍານວນນັກທ່ອງທ່ຽວໄດ້ຫຼຸດລົງເຖິງ 75% ແລະ ສົ່ງຜົນກະທົບໃຫ້ມີການສູນເສຍລາຍຮັບຈາກການທ່ອງທ່ຽວທັງໝົດເຖິງ 80% ເຖິງວ່າ ສປປ ລາວ ຈະສາມາດຈຳກັດການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ຢູ່ໃນວົງແຄບກໍຕາມ ແຕ່ປັດໄຈເຫຼົ່ານີ້ໄດ້ສົ່ງຜົນກະທົບທາງລົບຕໍ່ເສດຖະກິດ ກໍຄືຕໍ່ຊີວິດການເປັນຢູ່ຂອງປະຊາຊົນພາຍໃນຢ່າງຫຼວງຫຼາຍ.

    ທ່ານ ອຸ່ນທວງ ຂາວພັນ ກ່າວຕື່ມວ່າ: ແນວທາງການຟື້ນຟູການທ່ອງທ່ຽວສະບັບນີ້ ແມ່ນໝາກຜົນຂອງຄວາມພະຍາຍາມຮ່ວມກັນລະຫວ່າງລັດຖະບານ ພາກເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ກວມເອົາສາມນະໂຍບາຍຫຼັກ ຄື: ການສະໜັບສະໜູນ ແລະ ສົ່ງເສີມການທ່ອງທ່ຽວພາຍໃນ ການທ່ອງທ່ຽວໃນຮູບແບບ Travel bubble ກັບປະເທດທີ່ມີຄວາມສ່ຽງຕໍ່າ ແລະ ການທ່ອງທ່ຽວສີຂຽວ ເປັນມິດກັບສິ່ງແວດລ້ອມ ເພື່ອການຟື້ນຕົວໄລຍະຍາວທີ່ດີກວ່າ ແນວທາງການຟື້ນຟູການທ່ອງ ທ່ຽວດັ່ງກ່າວ ໄດ້ເນັ້ນໃສ່ການປົກປ້ອງວຽກເຮັດງານທໍາ ແລະ ການຊ່ວຍເຫຼືອເພື່ອຟື້ນຟູຂະແໜງການທ່ອງທ່ຽວ ສ້າງຄວາມເຊື່ອໝັ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ຂະແໜງການ ປັບປຸງ ຜັນຂະຫຍາຍເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນ ການບໍລິການ ແລະ ຕະຫຼາດການທ່ອງທ່ຽວ ພ້ອມນີ້ ແຜນແນວ ທາງການຟື້ນຟູການທ່ອງທ່ຽວ ມີຄວາມສຳຄັນຫຼາຍຕໍ່ກັບການຟື້ນຕົວຂອງຂະແໜງການທ່ອງທ່ຽວໃນ ສປປ ລາວ ເພື່ອບັນລຸຈຸດປະສົງທີ່ວາງໄວ້ໃນແຜນ ລັດຖະບານລາວ ຈະສືບຕໍ່ປະຕິບັດໜ້າທີ່ຢ່າງໃກ້ຊິດກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອລະດົມແຫຼ່ງທຶນ ແລະ ການສະໜັບສະໜູນທາງດ້ານວິຊາການຈາກທຸກພາກສ່ວນ ເພື່ອຜັນຂະຫຍາຍໃຫ້ເປັນວຽກລະອຽດໃນໄລຍະໃກ້ໆນີ້ ແລະ ຊຸມປີຕໍ່ໜ້າ ນອກຈາກນີ້ ຜົນສໍາເລັດຂອງການສ້າງທາງລົດໄຟລາວ-ຈີນ ສະແດງໃຫ້ເຫັນທ່າແຮງທາງດ້ານການຄ້າ ແລະ ອຸດສາຫະກໍາການທ່ອງທ່ຽວ ເຊິ່ງຄາດວ່າເສັ້ນທາງລົດໄຟສາຍນີ້ຈະເຮັດໃຫ້ມີນັກທ່ອງທ່ຽວຫລາຍເພີ່ມຂຶ້ນ ທັງພາຍໃນພາກພື້ນ ແລະ ສາກົນ ເນື່ອງຈາກຫຼຸດຜ່ອນເວລາທີ່ໃຊ້ໃນການເດີນທາງລົງຢ່າງຫຼວງຫຼາຍ.

    ທ່ານ ນາງ ຣີຄາດາ ຣີເກີ ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ ໄດ້ກ່າວວ່າ: ການທ່ອງ ທ່ຽວແບບສີຂຽວ ແລະ ຍືນຍົງ ມີທ່າແຮງອັນໃຫຍ່ຫຼວງສຳລັບ ສປປ ລາວ ໃນການຟື້ນຟູພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ການຮ່ວມມື ແລະ ລົງມືປະຕິບັດຮ່ວມກັນໂດຍລັດຖະບານ ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ເພື່ອຊ່ວຍໃຫ້ປະເທດສາມາດຟື້ນຟູ ແລະ ສ້າງສາຂະແໜງການທ່ອງທ່ຽວໃຫ້ມີຄວາມເຂັ້ມແຂງ ຢູ່ສປປ ລາວ ດ້ວຍການມີຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນທີ່ອຸດົມສົມບູນ, ສປປ ລາວ ສາມາດນຳສະເໜີໂອກາດໃນການສົ່ງເສີມການທ່ອງທ່ຽວແບບທໍາມະຊາດ ເພື່ອການເຕີບໂຕແບບຍືນຍົງ ເຊິ່ງຈະນໍາໄປສູ່ການສ້າງວຽກງານແບບສີຂຽວ ແລະ ໂອກາດການດໍາລົງຊີວິດ ການຟື້ນຕົວແບບສີຂຽວ ດ້ວຍການເຕີບໂຕແບບສີຂຽວ ເພື່ອປະກອບເຂົ້າເປັນສ່ວນໜຶ່ງຂອງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ໄດ້ ພ້ອມນີ້ ພາກລັດ ແລະ ເອກະຊົນ ຄວນມີການພິຈາລະນາເປັນພິເສດ ຖ້າຫາກຈະມີການເປີດການເດີນທາງໃນຮູບແບບ Travel bubble ໃນອະນາຄົດອັນໃກ້ນີ້ ເນື່ອງຈາກສະຖານະການທີ່ຕ້ອງຕໍ່ສູ້ກັບພະຍາດໂຄວິດ-19 ປະຈໍາວັນທີ່ຂ້ອນຂ້າງສູງ ຄວາມປອດໄພດ້ານສຸຂະພາບສໍາລັບທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍນັກທ່ອງທ່ຽວແມ່ນມີຄວາມຈໍາເປັນຫຼາຍ.

.# ຂ່າວ – ພາບ : ເພັດສະໝອນ

error: Content is protected !!