LaoVietBank ສາຂາຫຼວງພະບາງ ມອບເຄື່ອງບໍລິໂພກໃຫ້ 3 ພາກສ່ວນພາຍໃນແຂວງຫຼວງພະບາງ ເພື່ອຕໍ່ສູ້ໂຄວິດ-19.

    ວັນທີ 21 ຕຸລາ 2021 ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ສາຂາຫຼວງພະບາງ ໄດ້ນຳເອົາເຄື່ອງບໍລິໂພກຈໍານວນໜຶ່ງມອບໃຫ້ແກ່ຄະນະສະເພາະກິດ 3 ພາກສ່ວນຄື: ນະຄອນຫຼວງພະບາງ ກອງບັນຊາການ ປກສ ແຂວງຫຼວງພະບາງ ແລະ ເມືອງປາກອູ ລວມມູນຄ່າການຊ່ວຍເຫຼືອທັງໝົດ 17.500.000 ກີບ.

    ສະເພາະນະຄອນຫຼວງພະບາງ ໄດ້ປະກອບສ່ວນເປັນນ້ຳດື່ມ 200 ແພັກ ແລະ ເງິນສົດ 5 ລ້ານກີບ ລວມມູນຄ່າ 10 ລ້ານກີບ ກ່າວມອບໂດຍ ທ່ານ ຫງວຽນ ຕັວນ ແອັ່ງ ຫົວໜ້າທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ ສາຂາຫຼວງພະບາງ ແລະ ຮັບໂດຍ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ. ສໍາລັບຢູ່ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ປະກອບສ່ວນເປັນໝີ່ສໍາເລັດຮູບ 10 ແກັດ ແລະ ນໍ້າດື່ມ 50 ແພັກ ລວມມູນຄ່າທັງໝົດ 3 ລ້ານກີບ ເຊິ່ງມອບໂດຍ ທ່ານ ຫງວຽນ ຕັວນ ແອັ່ງ ແລະ ກ່າວຮັບຂອງ ທ່ານ ພັນເອກ ທາ ລຽນປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ. ສ່ວນຢູ່ເມືອງປາກອູ ໄດ້ມອບເປັນໝີ່ສໍາເລັດຮູບ 50 ແກັດ ແລະ ນ້ຳດື່ມ 50 ແພັກ ລວມມູນຄ່າທັງໝົດ4,500,000 ກີບ ໃຫ້ກຽດມອບໂດຍທ່ານ ຫງວຽນ ຕັວນ ແອັ່ງ ແລະ ຮັບໂດຍ ທ່ານ ຫຸມແພງ ວິລະໄຊ, ຮອງເຈົ້າເມືອງໆປາກອູ ແຂວງຫຼວງພະບາງ.

ຂ່າວພາບ LaoVietBank www.laovietbank.com.la

error: Content is protected !!