ມອບ-ຮັບໜ້າທີ່ຫົວໜ້າພາສີແຂວງຄຳມ່ວນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

    ວັນທີ 22 ຕຸລາ 2021 ທີ່ພະແນກການເງິນແຂວງຄຳມ່ວນ ໄດ້ມີພິທີມອບ-ຮັບໜ້າທີ່ ລະຫວ່າງທ່ານ ສີສະຫວາດ ໄຊຍະວົງ ຫົວໜ້າກອງກວດກາພາສີ (ຜູ້ເກົ່າ) ກັບ ທ່ານ ພູເມືອງ ແກ້ວຈັນທະລາ ຫົວໜ້າພາສີປະຈຳແຂວງຄຳມ່ວນ (ຜູ້ໃໝ່) ແລະ ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 (ຜູ້ເກົ່າ) ກັບທ່ານ ບຸນທະນົງສັກ ເທບພະລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 (ຜູ້ໃໝ່) ໂດຍການເຂົ້າຮ່ວມ ຂອງທ່ານ ຄຳສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງ​ ມີບັນດາທ່ານໃນຄະນະກອງກວດກາພາສີ​ ຄະນະດ່ານພາສີສາກົນປະຈຳແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

    ໃນພິທີ ໄດ້ຜ່ານບົດບັນທຶກການມອບ-ຮັບໜ້າທີ່ ພ້ອມທັງສະຫຼຸບສັງລວມບັນດາວຽກງານຕ່າງ ໃນນັ້ນການຈັດຕັ້ງປະຕິບັດວຽກງານຂອງກອງກວດກາພາສີປະຈຳແຂວງແຕ່ເດືອນມັງກອນ 2021 ເຖິງປັດຈຸບັນ ມີຄະດີທີ່ເກີດຂຶ້ນທັງໝົດ 12 ຄະດີ ໃນນັ້ນ ຄະດີປະເພດພາຫະນະ 4 ຄະດີ ຄະດີເຄື່ອງອາໄຫຼ່ 2 ຄະດີ ເຄື່ອງອຸປະໂພກ-ບໍລິໂພກ 3 ຄະດີ ເຄື່ອງໄຟຟ້າ 1 ຄະດີ ແລ ຄະດີແຮ່ທາດ 2 ຄະດີ ໃນນີ້ ໄດ້ຈັດຕັ້ງປະຕິບັດແລ້ວຈຳນວນ 10 ຄະດີ ແລະ ຍັງຄ້າງ 2 ຄະດີ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ. 

    ສໍາລັບການຈັດຕັ້ງປະຕິບັດວຽກງານຂອງດ່ານພາສີສາກົນ ຂົວມິດຕະພາບ 3​ ແຜນການຈັດເກັບລາຍຮັບ ປະຈຳປີ 2021 ຕາມການມອບໝາຍຈຳນວນ 337,71 ຕື້ກີບ ຜ່ານການຈັດຕັ້ງປະຕິບັດມາຮອດວັນທີ 21 ຕຸລາ 2021 ສາມາດຈັດເກັບລາຍຮັບໄດ້ທັງໝົດ 214,94 ຕື້ກີບ ເທົ່າກັບ 63,64% ຂອງແຜນການປີ ແລະ ແຜນການຄາດຄະເນສູ້ຊົນໝົດປີ ຈະປະຕິບັດໄດ້ 290,22 ຕື້ກີບ ຫຼືເທົ່າກັບ 85,94% ຂອງແຜນການ. ສ່ວນວຽກງານທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະແມ່ນການປະຕິບັດຄຳສັ່ງເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ໃຫ້ມີຄວາມເຂັ້ມງວດ ອັດທຸກຊ່ອງຫວ່າງທີ່ມີການຮົ່ວໄຫຼ ຫັນມາບໍລິການໃຫ້ມີຄວາມສະດວກ​ ວ່ອງໄວ ທັງຮັບປະກັບຕໍ່ການເກັບລາຍຮັບໃຫ້ມີຄວາມຖືກຕ້ອງຕາມລະບຽບກົດໝາຍ​ ສືບຕໍ່ເອົາໃຈໃສ່ໃນການຄຸ້ມຄອງເກັບພາສີສິນຄ້າຍຸດທະສາດເຊັ່ນ: ນໍ້າມັນເຊື້ອໄຟ ສິນຄ້ານໍາເຂົ້າ-ສົ່ງອອກຕໍ່ ເຄື່ອງອຸປະໂພກ-ບໍລິໂພກ ຊັບພະຍາກອນທຳມະຊາດ ສືບຕໍ່ຄຸ້ມຄອງສິນຄ້ານຳເຂົ້າຕາມນະໂຍບາຍສົ່ງເສີມ ການລົງທຶນ ເພື່ອບໍ່ໃຫ້ມີການສວຍໂອກາດນໍາເອົາສິນຄ້າດັ່ງກ່າວນຳໄປຂາຍຢູ່ພາຍໃນໂດຍທີ່ຍັງບໍ່ທັນໄດ້ເສຍພາສີ-ອາກອນ​ ເອົາໃຈໃສ່ຄຸ້ມຄອງສິນຄ້າຜ່ານແດນສາກົນ ໃຫ້ນຳອອກໄປຕາມເສັ້ນທາງທີ່ໄດ້ກຳນົດໄວ້ ເພື່ອຮັບປະກັນ ເຮັດໃຫ້ການຈັດເກັບລາຍຮັບໃຫ້ບັນລຸຕາມແຜນການຄາດຄະເນໄວ້. 

    ໂອກາດດຽວກັນ ບັນດາທ່ານທີ່ໄດ້ມີການສັບປ່ຽນໜ້າທີ່ ກໍໄດ້ຮ່ວມລົງນາມເຊັນບົດບັນທຶກ ເພື່ອມອບຕໍ່ວຽກງານໃຫ້ຫົວໜ້າຜູ້ທີ່ຖືກແຕ່ງຕັ້ງມາຮັບຜິດຊອບໃໝ່ ສືບຕໍ່ຊີ້ນຳ-ນໍາພາ ບັນດາໜ້າວຽກຕ່າງໆໃຫ້ສຳເລັດຕາມລະດັບຄາດໝາຍ.

# ຂ່າວ – ພາບ : ສີພອນ ຈັນທະດາລາ

error: Content is protected !!