ຍົກລະດັບຄວາມຮູ້ກ່ຽວກັບວຽກງານການຄຸ້ມຄອງການປະມົງໃຫ້ກັບ 6 ບ້ານເປົ້າໝາຍ

    ຊຸດເຝິກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ທີມງານຕິດຕາມກວດກາການປະມົງຂັ້ນບ້ານ ໃຫ້ກັບ 6 ບ້ານເປົ້າໝາຍ ຂອງໂຄງການໂຄງການສົົ່ງເສີມການຈັດການວຽກງານການປະມົງ ຢູ່ລຽບຕາມແຄມແມ່ນໍ້າຂອງ ຢູ່ເມືອງ ໄຊພູທອງ ແຂວງສະຫວັນນະເຂດ (ເຫຼົ່າໝາກຫູດ ເວີນຄູນ ເຮືອນຫີນ ຄັນທ່າຈານ ນາພານ ແລະ ທ່າໂພ) ຈັດຂຶ້ນວັນທີ 19-20 ຕຸລາ 2021 ເປັນປະທານຂອງທ່ານ ພູສະຫວັນ ເທບສີທາ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງໄຊພູທອງ ທັງເປັນຜູ້ຊີ້ນໍາກຸ່ມບ້ານທີ 8 ເຂດບ້ານເຮືອນຫີນ ມີບັນດາທິມງານກວດກາຂັ້ນບ້ານຈໍານວນ 6 ບ້ານເຂົ້າຮ່ວມ ພ້ອມດ້ວຍວິຊາການດ້ານຊີວະນາໆພັນ ແລະ ການປະມົງ ປະຈຳຫ້ອງການປະສຳນງານ ແຂວງ ສະຫວັນນະເຂດ ອົງກຳນກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາລາວ ເຂົ້າຮ່ວມ. 

    ການເຝິກອົບຮົມຄັ້ງນີ້ ບັນດາທິມງານກວດກາຂັ້ນບ້ານ ແມ່ນໄດ້ຮັບຮູ້ຂໍ້ມູນກ່ຽວກັບສິດ ແລະ ໜ້າທີີ່ຂອງຜູ້ຊີ້ນໍາວຽກງານຂັ້ນບ້ານ ການຈັດຕັ້ງທາງດ້ານບຸຄະລາກອນ ການກຳນົດການວາງແຜນການຄຸ້ມຄອງ ການຊົມໃຊ້ປາ ແລະ ຊັບພະຍາກອນສັດນໍ້າອື່ນໆພາຍໃນບ້ານ ໄດ້ລົງເລິກຊີ້ນໍານໍາພາກ່ຽວກັບການສຶບສວນ-ສອບສວນ ແລະ ໄກ່ເກ່ຍຄະດີຂອງຜູ້ກະທໍາຜິດໃຫ້ຖືກຕ້ອງໃຫ້ແທດເໝາະກັບລະບຽບການຕ່າງໆທີ່ວາງອອກຢ່າງເຂັ້ມງວດຂອງໜ່ວຍງານຕິດຕາມກວດກາຂັ້ນບ້ານ ເຊິ່ງປະກອບມີ ຄະນະບ້ານ ປກສ-ປກຊ ສະຫະພັນແມ່ຍິງ ຊາວ ໝຸ່ມ ແລະ ຊາວປະມົງ ໃນການຕິດຕາມກວດກາປາ ແລະ ສັດນໍ້າຊະນິດອື່ນໆຢູ່ໃນຂອບເຂດວັງສະຫງວນ ແລະ ທຸກພື້ນທີ່ແຫຼ່ງນໍ້າທີ່ຂຶ້ນກັບຂອບເຂດຂອງບ້ານ ແນໃສ່ໃຫ້ຮັບຮູ້ວິທີການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາ ແລະ ລະບົບການຄຸ້ມຄອງການປະມົງຊຸມຊົນຂັ້ນບ້ານ ໃນການອະນຸຮັກ ປົກປັກຮັກສາປາ ແລະ ສັດນໍ້າອືີ່ນໆຂອງບ້ານທີີ່ມີຢູ່ ເພື່ອໃຫ້ເຂົ້າໃຈເຖິງຫ້າຫຼັກການພືື້ນຖານຂອງການຈັດຕັ້ງປະຕິບັດກົດລະບຽບບ້ານ ກົດໝາຍວ່າດ້ວຍການປະມົງໃຫ້ມີຄວາມສອດຄ່ອງກັບຊຸມຊົນ ເພືີ່ອໃຫ້ຮູ້ເຖິງເຕັກນິກການຕິດຕາມກວດການ (ການປະຕິບັດຕົວຈິງ ການບັນທຶກຂໍ້ມູນ ການລາຍງານ ການໃຊ້ອຸປະກອນ ແລະ ການເຮັດວຽກເປັນທິມ ແລະ ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ທິມງານກວດກາຂັ້ນບ້ານໃຫ້ມີລະບົບຈັດການທີ່ດີຂຶ້ນ ໃນການຄຸ້ມຄອງ ແລະ ປົກປັກຮັກສາເຂດວັງສະຫງວນພາຍໃນບ້ານໃຫ້ມີຄວາມຍືນຍົງ.

.

# ຂ່າວ & ພາບ : ຂັນທະວີ

error: Content is protected !!