ເມືອງຫາດຊາຍຟອງ ໄດ້ຮັບເຄື່ອງຊ່ວຍເຫຼືອຊຸກຍູ້ຕ້ານໂຄວິດ 19 ເພື່ອນຳໄປຊ່ວຍຜູ້ຈຳກັດຕົວຢູ່ສູນ

    ວັນທີ 21 ຕຸລາ 2021 ຄະນະນຳອົງການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບເອົາເຄື່ອງຊ່ວຍເຫຼືອທາງດ້ານການແພດ ເພື່ອຕ້ານພະຍາດໂຄວິດ-19 ລວມທັງນ້ຳດື່ມ ແລະ ເຄື່ອງບໍລິໂພກຕ່າງໆຈຳນວນໜຶ່ງ ຈາກບັນດາບໍລິສັດທີ່ມາມອບໃຫ້ ທີ່ສຳນັກງານປົກຄອງເມືອງດັ່ງກ່າວ ເພື່ອທີ່ຈະນໍາໄປແຈກຢາຍໃຫ້ກັບຜູ້ທີ່ໄດ້ຈໍາກັດຕົວຢູ່ສູນ ເພື່ອໃຫ້ມີຄວາມສະດວກ ແລະ ນໍາໃຊ້ຢ່າງທົ່ວເຖິງ ເນື່ອງຈາກບໍ່ສາມາດອອກໄປຂ້າງນອກໄດ້ ເພາະຈະເຮັດໃຫ້ເຊື້ອພະຍາດນັ້ນແຜ່ລາມໄປທົ່ວ.

    ສຳລັບເຄື່ອງທີ່ໄດ້ຮັບ ແມ່ນທາງບໍລິສັດ ຊີພີ ລາວ ຈໍາກັດ ໄດ້ມອບມີ ໄຂ່ 30 ແຕະ ນ້ຳດື່ມ 50 ແພັກ ມູນຄ່າ 2 ລ້ານກີບ ເຊິ່ງມອບໂດຍ ທ່ານ ທ່ານົງ ພົນທອງມາກ ອໍານວຍການບໍລິສັດ ຊີ ພີ ລາວ ຈຳກັດ ພ້ອມດຽວກັນນີ້ ທາງ ບໍລິສັດ ລ້ານຊ້າງ ຂາເຂົ້າ-ຂາອອກ ຈໍາກັດ (BMW Laos) ກໍໄດ້ມອບເຄື່ອງອຸປະກອນທາງການແພດ ເພື່ອຊ່ວຍຕ້ານໂຄວິດ 19 ແລະ ເຄື່ອງບໍລິໂພກຈຳນວນໜຶ່ງ ມອບໃຫ້ທາງເມືອງຊາຍຟອງເຊັ່ນດຽວກັນ ລວມມີ 11 ລາຍການ ປະກອບມີ ຜ້າອັດປາກ N95 ຈໍານວນ 1 ແກັດ ຊຸດ PPE ຂາວ 30 ຊຸດ ແລະ ຊຸດໃສ 30 ສຸດ ເຫຼົ້າ 70c 15 ຕຸກ ຜ້າອັດປາກ 20 ກັບ ສະເປ 15 ຕຸກ ໄຂ່ 15 ແຕະ ໝີ່ 12 ແກັດ ປ໋ອງປາ 20 ແພັກ ນ້ຳດື່ມ 25 ແພັກ ແລະ ເຈວລ້າງມື 15 ຕຸກ ລວມມູນຄ່າ 7 ລ້ານກີບ ເຊິ່ງກ່າວມອບໂດຍຕາງໜ້າ ບໍລິສັດດັ່ງກ່າວ ພ້ອມຄະນະ ແລະ ກ່າວຕ້ອນຮັບໂດຍ ທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ພ້ອມຄະນະ ພ້ອມນີ້ທ່ານຮອງເຈົ້າເມືອງຫາດຊາຍຟອງ ກໍ່ໄດ້ກ່າວຄໍາຂອບໃຈຕໍ່ບັນດາບໍລິສັດທີ່ໃຫ້ການຊຸກຍູ້ຊ່ວຍເຫຼືອ ແລະ ເຄື່ອງທີ່ໄດ້ຮັບແມ່ນຈະໄດ້ນໍາໄປແຈກຢາຍໃຫ້ກັບຜູ້ທີ່ຖືກກັກຕົວຢູ່ສູນ ເພື່ອໃຫ້ເຂົາເຈົ້າໄດ້ຮັບ ແລະ ນໍາໃຊ້ເພື່ອຕ້ານພະຍາດ ແລະ ປ້ອງກັນຕົນເອງ.

.

# ຂ່າວ & ພາບ : ຂັນທະວີ

error: Content is protected !!