ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ເປັນອີກບ້ານໜຶ່ງທີ່ເອົາໃຈໃສ່ຈັດຕັ້ງ ຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄໍາແນະນໍາຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ…
Category: ຂ່າວໜ້າໜຶ່ງ
ພະອາຈານ ບຸນຍາດ ຄໍາພູ ສືບຕໍ່ຢາຍເຂົ້າສານໃຫ້ຜູ້ໄດ້ຮັບຜົນກະທົບ
ວັນທີ 4 ພຶດສະພາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະນາສໍາພັນລາວ ໄດ້ສືບຕໍ່ເຄື່ອນໄຫວແຈກຢາຍເຂົ້າສານໃຫ້ກັບພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19. ການມອບເຂົ້າສານຄັ້ງນີ້ ເພື່ອເປັນສ່ວນໜຶ່ງປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19 ເຊິ່ງການແຈກຢາຍເຂົ້າສານ…
ໂຮງໝໍພາກສະໜາມຫ້ວຍຫົງ ໃຫ້ບໍລິການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແລ້ວ
ສູນກີລາບານເຕະແຫ່ງຊາດ ບ້ານຫ້ວຍຫົງ ເປັນອີກສະຖານທີ່ໜຶ່ງທີ່ມີສິ່ງອໍານວຍຄວາມສະດວກດ້ານຕ່າງໆ ດັ່ງນັ້ນ ລັດຖະບານ ກໍຄືຄະນະສະເພາະກິດ ໄດ້ດຳນົດໃຫ້ສ້າງເປັນໂຮງໝໍພາກສະໜາມ ເພື່ອຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການຊັ້ນເບົາບາງ ເຊິ່ງປັດຈຸບັນ ໄດ້ຮັບເອົາຄົນເຈັບເຂົ້າປິ່ນປົວແລ້ວ. ທ່ານ ບັນດິດ ຊຸມພົນພັກດີ…
ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19 ເດີນທາງມາເຖິງ ສປປ ລາວ ເພື່ອຮັບມືໃນການແຜ່ລະບາດຂອງພະຍາດໂຄວິດ-19
ໃນວັນທີ 4 ພຶດສະພາ 2021 ຄະນະຜູ້ຊ່ຽວຊານການແພດຈີນ ພ້ອມອຸປະກອນການແພດ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ໂດຍການເປັນກຽດຕ້ອນຮັບຂອງສະຫາຍ…
ກອງຮ້ອຍທະຫານຊາຍແດນ ຕ້ອງສືບຕໍ່ຈັດຕັ້ງກຳລັງປ້ອງກັນເວນຍາມຊາຍແດນທັງທາງນໍ້າ ແລະ ທາງບົກຕະຫຼອດ 24 ຊົ່ວໂມງ
ໃນວັນທີ 4 ພຶດສະພານີ້ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ໄດ້ລົງເຄື່ອນໄຫວກວດກາ-ຕິດຕາມ ຊີ້ນໍາວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ກອງຮ້ອຍທະຫານຊາຍແດນ 241 ແລະ…
ດ່ວນ ! ໃຫ້ສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ເປັນເວລາອີກ 14 ວັນ
ທ່ານ ກິແກ້ວ ໄຂຄໍາພິທູນ ຮອງຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ຄວບຄຸມໂຄວິດ-19 ໄດ້ຖະແຫຼງຂ່າວການສືບຕໍ່ເພີ່ມທະວີຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ວັນທີ 4 ພຶດສະພາ…
ທະນາຄານຮ່ວມທຸລະກິດລາວ-ຫວຽດ ມອບເຄື່ອງຊ່ວຍເຫຼືອທາງການແພດໃຫ້ກະຊວງສາທາ ໃນການປ້ອງກັນໂຄວິດ-19
ວັນທີ 3 ພຶດສະພາ 2021 ຢູ່ທີ່ຫ້ອງການກະຊວງສາທາລະນະສຸກ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ມອບເຄື່ອງຊ່ວຍເຫຼືອທາງການແພດໃຫ້ແກ່ກະຊວງສາທາລະນະສຸກ ເພື່ອນໍາໃຊ້ເຂົ້າໃນການສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ຕາງໜ້າມອບໂດຍທ່ານ ຫງວຽນ ດຶກ…
ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ສ້າງຂົວນໍ້າພະນາຍ
ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕົກລົງໃຫ້ກໍ່ສ້າງຂົວນໍ້າພະນາຍ ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ເປັນຂົວເບຕົງເສີມເຫຼັກແບບແໜ້ນໜາຖາວອນ ເມື່ອວັນທີ 3 ພຶດສະພາ 2021 ຜ່ານມານີ້ ຄະນະຮັບຜິດຊອບການກໍ່ສ້າງ ໂດຍມີທ່ານ ບົວຈັນ…
ໂຮງໝໍພາກສະໜາມກອງທັບ ສາມາດຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ເຖີງ 300 ຕຽງ
ພິທີມອບ-ຮັບໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ທີ່ຕິດເຊື້ອພະໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ 2021 ທີ່ສະໜາມຍິງປຶນກອງທັບ (ຫຼັກ 27) ມີ ພົຈວ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຄະນະສະເພາະກິດຕ້ານ ແລະ…