ວານນີ້ ສອງສາວສ່ຽວຮັກສ່ຽວແພງ ມີໂອກາດມາແລກປ່ຽນຂໍ້ມູນກ່ຽວກັບໂຄວິດ-19 ມັນເປັນເລື່ອງເດັດໆ ທີ່ບໍ່ເຄີຍເກີດຂຶ້ນກັບຄົນອື່ນ. ຜູ້ທີໜຶ່ງ: “ນັບແຕ່ໂຄວິດ-19 ອາລະວາດ ເຮົາງົດລົມໂທລະສັບມືຖື ເພາະຢ້ານໂຕພະຍາດມັນຊິຕິດມາຕາມຄື້ນສັນຍານ… ເຫັນບໍລະເຮົາມີວິທີປ້ອງກັນເດັດໆກວ່າມາດຕະການຂອງຄົນອື່ນ”. ຜູ້ທີສອງ: “ເຮົາແຮ່ງຄັກກວ່ານັ້ນ ເວລານອນເຮົາບໍ່ຍອມປົດໜ້າກາກອອກ ເພາະເວລາເຮົາຝັນພົບໝູ່ຄູ່ ເຮົາຢ້ານຕິດພະຍາດນຳພວກເຂົາ…
Author: Vientiane Mai
ນັກຮົບຊຸດຂາວ
ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສະທ້ອນໃຫ້ເຫັນຫຼາຍບັນຫາຂອງຄົນໃນສັງຄົມ ເຊັ່ນ: ການຊ່ວງຊີງສົກສວຍຊື້ເຄື່ອງຂາຍຂອງ ໂດຍຂຶ້ນລາຄາຍາມສະພາບບ້ານເມືອງວິກິດ ຄົນຂາຍບາງກຸ່ມກໍບໍ່ສົນວ່າສິນຄ້າໄດ້ຄຸນນະພາບ ຂໍພຽງແຕ່ໄດ້ເງິນ ບາງຄົນຖືກຕົວະຕົ້ມຫັກຫຼ່ຽມຜົນປະໂຫຍດກັນ ເຖິງຂັ້ນຮ້ອງໄຫ້ເປີດເສື້ອໃຫ້ສັງຄົມໄດ້ເຫັນ ນີ້ຄືທາດແທ້ຂອງຄົນພຽງບາງກຸ່ມ ເອີ້ນວ່າ: ສວຍໂອກາດເຫັນແກ່ໄດ້ ເພາະມີນິໄສເຫັນແຕ່ຜົນປະໂຫຍດເຕັມຫົວໃຈ. ການປິ່ນປົວພະຍາດໂຄວິດ-19 ຖືໄດ້ວ່າເປັນການເສຍສະຫຼະສູງຂອງແພດໝໍ ໂດຍອາໄສຈິດໃຈກ້າຫານ…
ແຮງງານລາວໃນຕ່າງແດນຍັງບໍລິສຸດ
ໃຜໆກໍເປັນຫ່ວງເປັນໄຍວິຕົກກັງວົນນຳ ເມື່ອເວົ້າເຖິງແຮງງານລາວໃນຕ່າງແດນ ແລະ ກໍເປັນທີ່ຮູ້ກັນດີແລ້ວວ່າ: ແຮງງານລາວໃນຕ່າງແດນ ກໍແມ່ນກຳມະກອນ ຊາວຜູ້ອອກແຮງງານຄົນລາວ ທີ່ຂາດໂອກາດໃນການຊອກຫາວຽກເຮັດງານທຳໃນປະເທດຕົນຍັງບໍ່ທັນໄດ້ ຍ້ອນຕຳແໜ່ງງານໃນສະຖານທີ່ທຳງານມີຂອບເຂດຈຳກັດ ຫຼື ອີກປະການໜຶ່ງ ແຮງງານແມ່ນເປັນຊາວໄຮ່ນາ ບໍ່ແມ່ນກຳມະກອນໂດຍອາຊີບ ການເຮັດນາໄດ້ພຽງລະດູດຽວລະດູຝົນ. ຫຼັງຈາກມ້ຽນມັດເຂົ້າຂື້ນເລົ້າຂື້ນເຍຍແລ້ວ ເງື່ອນໄຂເຮັດນາແຊງບໍ່ມີກໍຫວ່າງງານ.…
ລະເມີດປ້າຍຫ້າມ ມີຄວາມສ່ຽງເກີດອຸບັດເຫດຕາມຖະໜົນ
ເສັ້ນທາງຢູ່ໃນ ສປປ ລາວ ມີການແບ່ງຊ່ອງຈະລາຈອນອອກເປັນເຂດການນຳໃຊ້ສະເພາະ ເຊິ່ງແຕ່ລະເສັ້ນທີ່ແຕ້ມຕາມໜ້າທາງ ແມ່ນບົ່ງບອກເຖິງການນຳໃຊ້ພາຫະນະແຕ່ລະຊະນິດ ມີການກຳນົດຊ່ອງທາງຄວາມໄວປານກາງ ແລະ ຄວາມໄວສູງ ນອກນີ້ ຍັງມີການກຳນົດຈຸດແຊງໃນໄລຍະທີ່ແຊງໄດ້ ຫຼື ບໍ່ໄດ້ ຈຸດລ້ຽວ ຈຸດປ່ອຍສິດ ແລະ…
ເພີ່ມທະວີການປ້ອງກັນອັກຄີໄພໃນໄລຍະລະດູແລ້ງ
ປັດຈຸບັນ ແມ່ນຢູ່ໃນໄລຍະລະດູແລ້ງ ຫຼາຍພື້ນທີ່ໄດ້ປະເຊີນກັບສະພາບອາກາດຮ້ອນອົບເອົ້າ ບາງວັນອຸນຫະພູມສູງເຖິງ 40-42 ອົງສາ ນອກນີ້ ຢູ່ໃນໄລຍະດັ່ງກ່າວ ກໍມັກຈະເກີດເຫດໄຟໄໝ້ເຮືອນປະຊາຊົນຈຳນວນຫຼາຍ ຍ້ອນໃຊ້ໄຟຟ້າຫຼາຍເກີນໄປ ຈົນເຮັດໃຫ້ໄຟຟ້າເກີດລັດວົງຈອນ. ອີງຕາມການລາຍງານຂອງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ວັນທີ…
ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສຳເລັດການເຈາະອຸໂມງກຸລົງ
ການກໍ່ສ້າງອຸໂມງກຸລົງຂອງໂຄງການລົດໄຟ ລາວ-ຈີນ ໄດ້ເຈາະທະລຸແລ້ວໃນທ້າຍເດືອນເມສາ ຜ່ານມາ ສຳເລັດກ່ອນແຜນການ 43 ມື້ ພາຍຫຼັງດຳເນີນການກໍ່ສ້າງມາແຕ່ເດືອນມີນາ 2017 ອຸໂມງດັ່ງກ່າວມີຄວາມຍາວ 9.020 ແມັດ ເປັນອຸໂມງທີ່ມີຄວາມຍາວອັນດັບສາມຂອງໂຄງການລົດໄຟລາວ-ຈີນ ຕັ້ງຢູ່ບ້ານກຸລົງ ເມືອງນາໝໍ້ ແຂວງອຸດົມໄຊ. ທ່ານຜູ້ຮັບຜິດຊອບຂອງບໍລິສັດທາງລົດໄຟລາວ-ຈີນ …
ຄະນະນຳສູນກາງຊາວໜຸ່ມ ປປ ລາວ ລົງຊຸກຍູ້ຂະບວນການຢູ່ແຂວງຈຳປາສັກ
ໃນສະພາບທີ່ທົ່ວພັກ ທົ່ວລັດ ແລະ ປະຊາຊົນທັງຊາດເວົ້າລວມ ເວົ້າສະເພາະ ຊາວໜຸ່ມຢູ່ທຸກຂົງເຂດສາຂາອາຊີບ ພວມປະຈັນບານ ສຸມສະຕິບັນຍາເຫື່ອແຮງໃນທຸກໆດ້ານ ເຂົ້າສະກັດກັ້ນ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ດ້ວຍຄວາມເອົາໃຈໃສຢ່າງຈົດຈໍ່ ເພື່ອແກ້ໄຂຕໍ່ສະພາບທີ່ພວມປະເຊີນຢູ່ໃນປັດຈຸບັນໃຫ້ຜ່ານພົ້ນໄປດ້ວຍດີ ມາໃນວັນທີ 7 ພຶດສະພາ 2020…
ສວນພຶກສາ ເປີດໃຫ້ເຂົ້າທ່ຽວຊົມ ພ້ອມມີມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ
ທ່ານ ພູວົງ ພະມີສິດ ປະທານມູນນິທິຮ່ວມໃຈພັດທະນາ ເຈົ້າຂອງຮ້ານຄຳພູວົງ ແລະ ສວນພຶກສາ ໃຫ້ສຳພາດວັນທີ 7 ພຶດສະພາ 2020 ວ່າ: ສວນພຶກສາມີເນື້ອທີ່ທັງໝົດ 50 ເຮັກຕາ ໃນນີ້ໄດ້ແບ່ງເປັນແຕ່ລະເຂດຄື:…
ຜູ້ໂດຍສານຫຼຸດລົງກວ່າ 80% ສົ່ງຜົນໃຫ້ຜູ້ໃຫ້ບໍລິການໄດ້ຮັບຜົນກະທົບ
ພາຍຫຼັງທີ່ກະຊວງໂຍທາທິການ-ຂົນສົ່ງ ແລະ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໄດ້ອອກຄຳແນະນຳ ອະນຸຍາດໃຫ້ດຳເນີນການບໍລິການຂົນສົ່ງໂດຍສານ ຢູ່ພາຍໃນນະຄອນຫຼວງ ແລະ ພາຍໃນແຂວງ ເຊິ່ງລວມມີລົດເມ ລົດຕູ້ ລົດຮັບສົ່ງພະນັກງານກຳມະກອນ ລົດແທັກຊີ…