ປັດຈຸບັນ ແມ່ນຢູ່ໃນໄລຍະລະດູແລ້ງ ຫຼາຍພື້ນທີ່ໄດ້ປະເຊີນກັບສະພາບອາກາດຮ້ອນອົບເອົ້າ ບາງວັນອຸນຫະພູມສູງເຖິງ 40-42 ອົງສາ ນອກນີ້ ຢູ່ໃນໄລຍະດັ່ງກ່າວ ກໍມັກຈະເກີດເຫດໄຟໄໝ້ເຮືອນປະຊາຊົນຈຳນວນຫຼາຍ ຍ້ອນໃຊ້ໄຟຟ້າຫຼາຍເກີນໄປ ຈົນເຮັດໃຫ້ໄຟຟ້າເກີດລັດວົງຈອນ.

ອີງຕາມການລາຍງານຂອງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ວັນທີ 7 ພຶດສະພາ 2020 ໃຫ້ຮູ້ວ່າ: ໃນເດືອນເມສາ 2020 ຜ່ານມາ ທົ່ວນະຄອນຫຼວງວຽງຈັນມີອັກຄີ ໄພເກີດຂຶ້ນ 7 ຄັ້ງ ໃນນີ້ໄໝ້ເຮືອນ 3 ຄັ້ງ ໄໝ້ລົດ 1 ຄັ້ງ ແລະ ໄໝ້ປ່າຫຍ້າ 3 ຄັ້ງ ມູນຄ່າຄວາມເສຍຫາຍ 265 ລ້ານກວ່າກີບ ແລະ 10.000 ໂດລາສະຫະລັດ ເຊິ່ງສາເຫດຂອງການເກີດອັກຄີໄພແມ່ນມາຈາກໄຟຟ້າຊ໋ອດ 2 ຄັ້ງ ໃຕ້ທຽນບູຊາ 1 ຄັ້ງ ໄຟຊ໋ອດສາຍມັດລົດ 1 ຄັ້ງ ແລະ ຈູດປ່າຊະຊາຍ 3 ຄັ້ງ.

ເພື່ອຫຼີກລ່ຽງຈາກບັນຫາດັ່ງກ່າວ ຈຶ່ງໄດ້ຮຽກຮ້ອງໃຫ້ທົ່ວສັງຄົມເພີ່ມທະວີຄວາມເອົາໃຈໃສ່ ໃນການສະກັດກັ້ນ ແລະ ປ້ອງກັນອັກຄີໄພຢ່າງເຂັ້ມງວດ ໂດຍສະເພາະໃຫ້ເອົາໃຈໃສ່ກວດກາລະບົບໄຟຟ້າພາຍໃນເຮືອນຂອງຕົນເປັນປົກກະຕິ ເອົາໃຈໃສ່ເປັນພິເສດໃນການຈູດຂີ່ເຫຍື້ອ ຈູດປ່າ ເພື່ອບໍ່ໃຫ້ແຜ່ລາມໄປໄໝ້ເຮືອນຂອງປະຊາຊົນ ທີ່ບໍລິເວນຢູ່ໃກ້ຄຽງ ເພາະໄລຍະນີ້ແມ່ນຢູ່ໃນໄລຍະລະດູແລ້ງ ອາກາດແຫ້ງ ເຊິ່ງອາດມີຄວາມສ່ຽງເຮັດໃຫ້ເກີດໄຟໄໝ້ໄດ້ງ່າຍ.
# ຂ່າວ & ພາບ : ຊິລິການດາ