ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສຳເລັດການເຈາະອຸໂມງກຸລົງ

ການ​ກໍ່­ສ້າງ​ອຸ​ໂມງ​ກຸ​ລົງ​ຂອງ​ໂຄງ­ການ​ລົດ­ໄຟ ລາວ-ຈີນ ໄດ້​ເຈາະ​ທະ­ລຸ​ແລ້ວ​ໃນ​ທ້າຍ​ເດືອນ​ເມ­ສາ ຜ່ານ​ມາ ສຳ­ເລັດ​ກ່ອນ​ແຜນ­ການ 43 ມື້ ພາຍ­ຫຼັງ​ດຳ­ເນີນ​ການ​ກໍ່­ສ້າງ​ມາ​ແຕ່​ເດືອນ​ມີ­ນາ 2017 ອຸ​ໂມງ​ດັ່ງ­ກ່າວ​ມີ​ຄວາມ​ຍາວ  9.020  ແມັດ ເປັນ​ອຸ​ໂມງ​ທີ່​ມີ​ຄວາມ​ຍາວ​ອັນ​ດັບ​ສາມ​ຂອງ​ໂຄງ­ການ​ລົດ­ໄຟ​ລາວ-ຈີນ ຕັ້ງ​ຢູ່​ບ້ານ​ກຸ​ລົງ ເມືອງ​ນາ​ໝໍ້ ແຂວງ​ອຸ­ດົມ​ໄຊ.

ທ່ານ​ຜູ້​ຮັບ­ຜິດ­ຊອບ​ຂອງ​ບໍ­ລິ­ສັດ​ທາງ​ລົດ­ໄຟ​ລາວ-ຈີນ  ລາຍ​ງານ​ໃຫ້​ຮູ້​ວ່າ: ໃນ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ໄວ​ຣັດ​ໂຄ​ວິດ-19 ບໍ­ລິ­ສັດ​ໄດ້​ຂະ­ຫຍາຍ​ທີມ​ງານ​ຮັບ­ຜິດ­ຊອບ​ວຽກ​ງານ​ກໍ່­ສ້າງ ແລະ ວຽກ​ງານ​ສະ   ກັດ​ກັ້ນ ຄວບ​ຄຸມ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ພາຍ​ໃຕ້​ເງື່ອນ­ໄຂ​ມາດ​ຕະ­ການ​ປ້ອງ​ກັນ ສະ­ກັດ​ກັ້ນ ແລະ ຄວບ​ຄຸມ​ເຊື້ອ​ພະ­ຍາດ​ດັ່ງ­ກ່າວ ຊຶ່ງ​ບໍ­ລິ­ສັດ​ໄດ້​ສຸມ​ໃສ່​ເຮັດ​ວຽກ​ທັງ​ເວັນ​ທັງ​ຄືນ ເພີ່ມ​ທະ­ວີ​ຄຸນ​ນະ​ພາບ​ຄວາມ​ປອດ​ໄພ ເຮັດ​ໃຫ້​ໂຄງ­ການ​ສາ­ມາດ​ດຳ­ເນີນ​ການ​ເປັນ​ປົກ­ກະ­ຕິ ແລະ ສຳ­ເລັດ​ຕາມ​ແຜນ­ການ ມາ​ຮອດ​ວັນ​ທີ 27 ມີ­ນາ​ໂຄງ­ການ​ລົດ­ໄຟ ລາວ-ຈີນ ໄດ້​ເລີ່ມ​ດຳ­ເນີນ​ການ​ປູ​ລາງ​ລົດ­ໄຟ​ຢ່າງ​ເປັນ​ທາງ​ການ ແລະ ເສັ້ນ­ທາງ​ລົດ­ໄຟ ຈີນ-ລາວ ຢູ່​ເບື້ອງ​ຈີນ​ແມ່ນ​ໄດ້​ເລີ່ມ​ດຳ­ເນີນ​ການ​ປູ​ລາ­ງວັນ​ທີ 7 ເມ­ສາ ຊຶ່ງ​ໄດ້​ສ້າງ​ພື້ນ­ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ໂຄງ­ການ​ທາງ​ລົດ­ໄຟ ລາວ-ຈີນ ໃຫ້​ສາ­ມາດ​ເປີດ​ບໍ­ລິ­ການ​ໄດ້​ໃນ​ປີ 2021.

ໂຄງ­ການ​ທາງ​ລົດ­ໄຟ ລາວ-ຈີນ ເປັນ​ເສັ້ນ­ທາງ​ເຊື່ອມ​ຈອດ​ລະ­ຫວ່າງ​ຄຸນ​ໝິງ ສປ ຈີນ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ ສປປ ລາວ ພາຍ­ຫຼັງ​ການ​ກໍ່­ສ້າງ​ສຳ­ເລັດ ຈະ​ເປັນ​ແຮງ​ຊ່ວຍ​ໃນ​ການ​ເພີ່ມ​ທະ­ວີ​ການ​ພົວ­ພັນ​ລະ­ຫວ່າງ​ປະ­ຊາ­ຊົນ​ສອງ​ປະ­ເທດ​ລາວ-ຈີນ ຈີນ-ລາວ ແລະ ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຕໍ່​ນະ­ໂຍ­ບາຍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ­ທາງ” ແລະ ຍຸດ​ທະ​ສາດ “ການ​ຫັນ­ປ່ຽນ​ປະ­ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ­ເລ​ກາຍ­ເປັນ​ປະ­ເທດ​ທີ່​ມີ​ທາງ​ເຊື່ອມ​ຈອດ”.

# ຂ່າວ & ພາບ : ໄຊ​ບັນ­ດິດ

error: Content is protected !!