ທ່ານ ພູວົງ ພະມີສິດ ປະທານມູນນິທິຮ່ວມໃຈພັດທະນາ ເຈົ້າຂອງຮ້ານຄຳພູວົງ ແລະ ສວນພຶກສາ ໃຫ້ສຳພາດວັນທີ 7 ພຶດສະພາ 2020 ວ່າ: ສວນພຶກສາມີເນື້ອທີ່ທັງໝົດ 50 ເຮັກຕາ ໃນນີ້ໄດ້ແບ່ງເປັນແຕ່ລະເຂດຄື: ສວນດອກໄມ້ ຮ້ານອາຫານ ສວນປູກຜັກ ສວນຊະໄລເດີນ້ຳ ສະລິງ ບ້ານຊົນເຜົ່າ ແລະ ສວນສະໝຸນໄພ ແຕ່ລະເຂດແມ່ນມີການປະດັບປະດາດ້ວຍດອກໄມ້ຢ່າງສວຍງາມ ມີອາກາດປອດໂປ່ງ.

ນັບແຕ່ທ້າຍເດືອນມີນາເປັນຕົ້ນມາ ປະເທດເຮົາໄດ້ມີການລະບາດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ທາງສວນພຶກສາກໍໄດ້ປິດການໃຫ້ບໍລິການເພື່ອພ້ອມກັນຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ ໃນໄລຍະນີ້ ພະນັກງານພາຍໃນສວນໄດ້ກັບບ້ານຈຳນວນໜຶ່ງ ແລະ ຈຳນວນ 20 ຄົນແມ່ນຂໍອາສາສະໝັກເບິ່ງແຍງ ແລະ ບູລະນະສວນໃຫ້ມີຄວາມສວຍງາມ ໃນນີ້ໄດ້ປັບປຸງສວນດອກໄມ້ ບ່ອນຖ່າຍຮູບ ບ້ານຊົນເຜົ່າ ແລະ ກິດຈະກຳອື່ນໆທີ່ປິ່ນອ້ອມພາຍໃນສວນໃຫ້ມີຄວາມໂດດເດັ່ນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມຫຼາຍຂຶ້ນ ຫຼັງຈາກທີ່ສະພາບກັບຄືນເປັນປົກກະຕິ.

ພາຍຫຼັງທີ່ລັດຖະບານໄດ້ອອກແຈ້ງການເລກທີ 524/ຫສນຍ ລົງວັນທີ 1 ພຶດສະພາ 2020 ໃນນັ້ນ ໄດ້ມີການຜ່ອນຜັນໃຫ້ບາງຫົວໜ່ວຍທຸລະກິດໄດ້ເປີດໃຫ້ບໍລິການວັນທີ 4-17 ພຶດສະພາ ດັ່ງນັ້ນ ໃນວັນທີ 7 ພຶດສະພານີ້ ສວນພຶກສາຈຶ່ງໄດ້ເປີດໃຫ້ບໍລິການແລ້ວ ໃນນີ້ ສວນໄດ້ວາງມາດຕະການ ແລະ ປ້ອງກັນພະຍາດໂຄວິດ-19 ໃຫ້ມີປະສິດທິພາບຄື: ພະນັກງານທຸກຄົນຕ້ອງໃສ່ຜ້າປິດປາກເປັນປະຈຳເມື່ອບໍລິການລູກຄ້າ ພ້ອມທັງເວັ້ນໄລຍະຫ່າງ 1 ແມັດ ຕ້ອງອະນາໄມ ເກັບມ້ຽນບ່ອນທີ່ຕົນເອງຢູ່ໃຫ້ມີຄວາມສະອາດຢູ່ສະເໝີ ຫ້າມບໍ່ໃຫ້ພະນັກງານ ຫຼື ລູກຄ້ານັ່ງຊຸມແຊວ ດື່ມເຫຼົ້າ ດື່ມເບຍ ແລະ ສິ່ງຂອງມຶນເມົາຢ່າງເດັດຂາດ ສ່ວນທີ່ໃຫ້ບໍລິການ ຕ້ອງເປັນອາຫານທີ່ສຸກເທົ່ານັ້ນ ພ້ອມນັ້ນຢູ່ຕາມຕູບທີ່ລູກຄ້າເຂົ້າໄປນັ່ງໃຊ້ບໍລິການ ພາຍຫຼັງທີ່ລູກຄ້າກັບແລ້ວ ຕ້ອງໄດ້ທຳຄວາມສະອາດຂ້າເຊື້ອ ພິເສດສວນດັ່ງກ່າວແມ່ນມີອຸປະກອນປ້ອງກັນພະຍາດໂຄວິດ-19 ຄົບຊຸດ ເປັນຕົ້ນ ເຄື່ອງສີດຢາຂ້າເຊື້ອ ເຄື່ອງນຸ່ງປ້ອງກັນພະຍາດໂຄວິດ-19 ເຄື່ອງວັດແທກອຸນຫະພູມ ຜ້າອັດປາກ-ອັດດັງ ສິ່ງສຳຄັນ ສວນມີສະຖານທີ່ກວ້າງຂວາງ ບໍ່ແອອັດ ອາກາດຖ່າຍເທສະດວກ ສຳລັບທ່ານໃດຢາກໄປທ່ຽວຊົມ ສາມາດໄປໄດ້ ແຕ່ຕ້ອງໄດ້ໃຫ້ການຮ່ວມມືປະຕິບັດມາດຕະການຂອງສວນເພິ່ນຢ່າງເຂັ້ມງວດ ເຊິ່ງສວນຂອງເພິ່ນຕັ້ງຢູ່ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເລີ່ມແຕ່ເວລາ 9:00-18:00 ໂມງຂອງທຸກໆມື້.





# ຂ່າວ & ພາບ : ຂັນທະວີ