ເສັ້ນທາງຢູ່ໃນ ສປປ ລາວ ມີການແບ່ງຊ່ອງຈະລາຈອນອອກເປັນເຂດການນຳໃຊ້ສະເພາະ ເຊິ່ງແຕ່ລະເສັ້ນທີ່ແຕ້ມຕາມໜ້າທາງ ແມ່ນບົ່ງບອກເຖິງການນຳໃຊ້ພາຫະນະແຕ່ລະຊະນິດ ມີການກຳນົດຊ່ອງທາງຄວາມໄວປານກາງ ແລະ ຄວາມໄວສູງ ນອກນີ້ ຍັງມີການກຳນົດຈຸດແຊງໃນໄລຍະທີ່ແຊງໄດ້ ຫຼື ບໍ່ໄດ້ ຈຸດລ້ຽວ ຈຸດປ່ອຍສິດ ແລະ ອື່ນໆ ສ່ວນການໃຊ້ຄວາມໄວ ຜູ້ຂັບຂີ່ທຸກຄົນຕ້ອງປະຕິບັດຕາມເຄື່ອງໝາຍທີ່ກຳນົດໄວ້ຢ່າງເຂັ້ມງວດ ແລະ ໃນການຈອດລົດ ຈົ່ງສັງເກດເບິ່ງວ່າໃນເວລາທີ່ປ້າຍອະນຸຍາດໃຫ້ຈອດ ບໍ່ແມ່ນຈອດໄດ້ສະເໝີໄປ ກໍລະນີມີປ້າຍຫ້າມຈອດຕິດຕັ້ງໃສ່ແມ່ນບໍ່ສາມາດຈອດໄດ້ ເພາະປ້າຍຫ້າມມີສິດເໜືອກວ່າເຄື່ອງໝາຍແຕ້ມເສັ້ນຂອບທາງ.

ປັດຈຸບັນ ຢູ່ບ້ານເຮົາບໍ່ມີຊ່ອງທາງສະເພາະລົດຈັກ ແຕ່ມີຜູ້ໃຊ້ລົດຈັກກວມເອົາອັດຕາຫຼາຍກວ່າລົດປະເພດອື່ນໃນທົ່ວປະເທດ ເຖິງບໍ່ມີຊ່ອງທາງສຳລັບລົດຈັກ ຜູ້ນຳໃຊ້ລົດຈັກ ຄວນຮູ້ສະເໝີວ່າ: ເວລາຂັບຂີ່ຕ້ອງປະຕິບັດຕາມກົດລະບຽບທີ່ວາງອອກຢ່າງເຂັ້ມງວດ ເຊິ່ງກົດລະບຽບໄດ້ກຳນົດໄວ້ ຜູ້ຂັບຂີ່ລົດຈັກຕ້ອງຂັບຂີ່ຫ່າງຈາກຂອບທາງກ້ຳຂວາມື ໃນເວລາສັນຈອນບໍ່ໃຫ້ກາຍ 1,50 ແມັດ ຕໍ່ບັນຫາດັ່ງກ່າວ ຍັງສັງເກດເຫັນວ່າຜູ້ຂັບຂີ່ລົດຈັກຈຳນວນຫຼາຍ ຍັງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ ມີການມານຳໃຊ້ປົນກັບຊ່ອງທາງຂອງພາຫະນະອື່ນ ຕໍ່ກັບປ້າຍລ້ຽວຕ້ອງລະວັງ ເຊິ່ງເປັນອີກຈຸດໜຶ່ງທີ່ຍັງພົບບັນຫາເປັນປະຈຳ ເພາະຍັງມີຜູ້ຂັບຂີ່ຈຳນວນໜຶ່ງບໍ່ເຂົ້າໃຈເລິກເຊິ່ງ ຫຼື ເຂົ້າໃຈແຕ່ຕັ້ງໃຈລະເມີດກ່ຽວກັບເຄື່ອງໝາຍຂອງປ້າຍ ໃນເວລາລ້ຽວ ໄດ້ກໍຕໍ່ເມື່ອການສັນຈອນຢູ່ບໍລິເວນດັ່ງກ່າວມີຄວາມຄ່ອງຕົວ ແລະ ປອດໄພ ທັງສອງກໍລະນີນີ້ ຖ້າຫາກຝ່າຝືນແລ້ວອຸບັດເຫດເກີດຂຶ້ນ ຜູ້ຝ່າຝືນຈະເປັນຜູ້ຮັບຜິດຊອບຕໍ່ກັບເຫດການ ແລະ ຜົນເສຍຫາຍທີ່ເກີດຂຶ້ນທັງໝົດ.

ເຈົ້າໜ້າທີ່ກອງຄະດີອຸບັດເຫດ ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາເກີດອຸບັດເຫດທຸກຄັ້ງ ເບື້ອງຕົ້ນເຈົ້າໜ້າທີ່ຈະລົງໄປຊັນນະສູດສະຖານທີ່ເກີດເຫດທັນທີ ວັດແທກ ສອບປາກຄຳຄູ່ກໍລະນີ ແລະ ສອບຖາມຜູ້ທີ່ເຫັນເຫດການ ຖ້າມີກ້ອງວົງຈອນປິດ ກໍຈະເບິ່ງຕາມກ້ອງວົງຈອນວ່າ ໃຜເປັນຜູ້ກະທຳຜິດ ໃນການວັດແທກ ເຈົ້າໜ້າທີ່ຈະເລີ່ມຈາກການວັດແທກຄວາມກວ້າງຂອງໄລຍະເສັ້ນທາງ ແທກພາຫະນະຄູ່ກໍລະນີຫ່າງຈາກຂອບທາງຈັກແມັດລະຫວ່າງຈຸດເກີດເຫດ ຈາກນັ້ນ ກໍຈະວັດແທກລັກສະນະຂອງການຕຳ ເພື່ອຊອກຫາຝ່າຍໃດເປັນຜູ້ລະເມີດກົດລະບຽບ ແລະ ເຄື່ອງໝາຍຈະລາຈອນ ຖ້າວ່າຝ່າຍໃດຝ່າຍໜຶ່ງມີການກະທຳຜິດ ເຖິງວ່າເລັກນ້ອຍກໍຕາມ ຜູ້ນັ້ນຈະເປັນຝ່າຍຜິດ ແລະ ຈະນຳເອົາເລື່ອງດັ່ງກ່າວເປັນສຳນວນຄະດີ ສົ່ງໄອຍະການສັ່ງຟ້ອງສານຕັດສິນ.

ສຳລັບເຄື່ອງໝາຍຈະລາຈອນ ລ້ວນແລ້ວແຕ່ມີຄວາມໝາຍຄວາມສຳຄັນ ຖ້າຫາກວ່າຜູ້ໃຊ້ລົດ-ໃຂ້ຖະໜົນບໍ່ເຂົ້າໃຈລະອຽດ ແລະ ບໍ່ປະຕິບັດຕາມບັນດາປ້າຍທີ່ຕິດຕັ້ງ ຫຼື ແຕ້ມຕາມເສັ້ນທາງ ຖ້າມີການຝ່າຝືນ ເມື່ອເຈົ້າໜ້າທີ່ພົບເຫັນຄັ້ງທຳອິດ ຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ປັບໄໝ ແລະ ຖືກປະຕິບັດຕາມລະບຽບກົດໝາຍ ຖ້າຫາກທ່ານຍັງຝືນລະເມີດເຄື່ອງໝາຍຈະລາຈອນ ອາດເຮັດໃຫ້ເກີດອຸບັດເຫດຕາມມາ ເຮັດໃຫ້ທ່ານ ແລະ ຄົນອື່ນໄດ້ຮັບບາດເຈັບ ຫຼື ຮ້າຍແຮງໄປກວ່ານັ້ນ ກໍອາດຈະເສຍຊີວິດໄດ້.
ອີງຕາມດຳລັດ 188/ນຍ ໄດ້ລະບຸໄວ້ໃນມາດຕາ 10 ການຂັບຂີ່ລ່ວງໄຟອຳນາດ ປ້າຍຫ້າມ ປ້າຍບອກຢຸດ ຖ້າວ່ານັກຂັບຂີ່ຜູ້ໃດຫາກລະເມີດ ຈະຖືກປັບໄໝຕາມປະເພດລົດດັ່ງນີ້: ລົດຖີບ 15.000 ກີບ ລົດຈັກ ລົດ 3 ລໍ້ຕິດເຄື່ອງຈັກ 50.000 ກີບ ລົດເກັງ ກະບະ ຈິບ ຕູ້ 70.000 ກີບ ລົດໂດຍສານ 4 ລໍ້ 100.000 ກີບ ລົດບັນທຸກ 6 ລໍ້ 150.000 ກີບ ລົດບັນທຸກ 10 ລໍ້ຂຶ້ນໄປ ແລະ ລົດເມ 200.000 ກີບ ສ່ວນການຈອດລົດຢູ່ປ້າຍຫ້າມຈອດ ເມື່ອນັກຂັບຂີ່ລະເມີດ ຈະຖືກປັບໄໝຕາມປະເພດລົດ ແຕ່ 30.000-200.000 ກີບ ການຢຸດລົດທັບກາຍເສັ້ນໝາຍຢຸດ ຫຼື ເສັ້ນມ້າລາຍ ຈະຖືກປັບໄໝຕາມປະເພດລົດ ແຕ່ 10.000-100.000 ກີບ ຖ້າຫາກວ່າບັນດານັກຂັບຂີ່ລະເມີດກົດລະບຽບຈະລາຈອນ ແລ້ວພາໃຫ້ເກີດອຸບັດເຫດ ຈະຖືກປັບໃໝຕາມປະເພດລົດແຕ່ 100.000-500.000 ກີບ.