ໃນສະພາບທີ່ທົ່ວພັກ ທົ່ວລັດ ແລະ ປະຊາຊົນທັງຊາດເວົ້າລວມ ເວົ້າສະເພາະ ຊາວໜຸ່ມຢູ່ທຸກຂົງເຂດສາຂາອາຊີບ ພວມປະຈັນບານ ສຸມສະຕິບັນຍາເຫື່ອແຮງໃນທຸກໆດ້ານ ເຂົ້າສະກັດກັ້ນ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ດ້ວຍຄວາມເອົາໃຈໃສຢ່າງຈົດຈໍ່ ເພື່ອແກ້ໄຂຕໍ່ສະພາບທີ່ພວມປະເຊີນຢູ່ໃນປັດຈຸບັນໃຫ້ຜ່ານພົ້ນໄປດ້ວຍດີ ມາໃນວັນທີ 7 ພຶດສະພາ 2020 ນີ້ ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງນຳໂດຍທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະມາຊິກສະພາແຫ່ງຊາດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ຂະບວນການວຽກງານຊາວໜຸ່ມ ເປັນຕົ້ນ ຊຸກຍູ້ການກະກຽມເປີດກອງປະຊຸມໃຫຍ່ຊາວໜຸ່ມຂັ້ນແຂວງ ທີ່ແຂວງຈຳປາສັກ ໂດຍໃຫ້ກຽດຕ້ອນຮັບຈາກທ່ານ ຄຳສີ ຫຼິນສະຫວາດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຈຳປາສັກ.


ໂອກາດທີ່ລົງໄປເຄື່ອນໄຫວຄັ້ງນີ້ ຄະນະດັ່ງກ່າວໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນເດ່ທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເຈົ້າແຂວງໆຈຳປາສັກ ສະມາຊິກສະພາແຫ່ງຊາດ ອະດີດເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ VI ຈາກນັ້ນ ຄະນະນຳຈາກສູນກາງຊາວໜຸ່ມກໍໄດ້ເຂົ້າພົບການນຳແຂວງແຂວງຈຳປາສັກທີ່ຫ້ອງຮັບແຂວງຂອງແຂວງ ໂດຍການຕ້ອນຮັບຂອງທ່ານ ເມກສະຫວັນ ພົມພິທັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ ສະມາຊິກສະພາແຫ່ງຊາດ ເຊິ່ງໄດ້ລາຍງານຈຸດປະສົງຂອງການລົງເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກໃນຄັ້ງນີ້ ພ້ອມທັງໄດ້ນຳເອົາວັດຖຸປັດໄຈຈຳນວນໜຶ່ງເຊິ່ງປະກອບມີອຸປະກອນການເພດ ແລະ ເງິນສົດຈຳນວນ 8.000.000 ກີບ ລວມມູນຄ່າທັງໝົດ 34.000.000 ກີບ ມອບໃຫ້ຄະນະນຳຂອງແຂວງ ເພື່ອຊຸກຍູ້ຂະບວນການຕ້ານກັບພະຍາດໂຄວິດ-19 ທີ່ແຂວງຈຳປາສັກ ເພື່ອຈະນຳໄປໃຊ້ໃນການຄອບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ນີ້ໃຫ້ຜ່ານພົ້ນວິກິດນີ້ໄປດ້ວຍດີ.



# ຂ່າວ & ພາບ : ສ. ສັນທະນາ