ໃຜໆກໍເປັນຫ່ວງເປັນໄຍວິຕົກກັງວົນນຳ ເມື່ອເວົ້າເຖິງແຮງງານລາວໃນຕ່າງແດນ ແລະ ກໍເປັນທີ່ຮູ້ກັນດີແລ້ວວ່າ: ແຮງງານລາວໃນຕ່າງແດນ ກໍແມ່ນກຳມະກອນ ຊາວຜູ້ອອກແຮງງານຄົນລາວ ທີ່ຂາດໂອກາດໃນການຊອກຫາວຽກເຮັດງານທຳໃນປະເທດຕົນຍັງບໍ່ທັນໄດ້ ຍ້ອນຕຳແໜ່ງງານໃນສະຖານທີ່ທຳງານມີຂອບເຂດຈຳກັດ ຫຼື ອີກປະການໜຶ່ງ ແຮງງານແມ່ນເປັນຊາວໄຮ່ນາ ບໍ່ແມ່ນກຳມະກອນໂດຍອາຊີບ ການເຮັດນາໄດ້ພຽງລະດູດຽວລະດູຝົນ. ຫຼັງຈາກມ້ຽນມັດເຂົ້າຂື້ນເລົ້າຂື້ນເຍຍແລ້ວ ເງື່ອນໄຂເຮັດນາແຊງບໍ່ມີກໍຫວ່າງງານ. ດັ່ງນັ້ນເຂົາເຈົ້າມີຄວາມຈຳເປັນຕ້ອງຫາລາຍໄດ້ເພິ່ມ ເພື່ອຈຸນເຈືອຄອບຄົວພໍ່ແມ່ບາງຄົນໂຊກດີເຂົ້າມາໃນເມືອງ ກໍໄດ້ວຽກຊົ່ວຄາວໃນໂຮງຈັກໂຮງງານ ຫຼື ເປັນກຳມະກອນຕາມສະຖານທີ່ກໍ່ສ້າງຕ່າງໆ ບາງຄົນກໍເປັນບໍລິກອນຕາມຮ້ານກິນດື່ມ ຫຼື ເຮັດອາຊີບອິດສະຫຼະເຊັ່ນ: ຍູ້ລໍ້ຂາຍໝາກໄມ້ຕ່າງໆ ຫຼື ເຂົ້າເປັນຊາວຄ້າຂາຍຜັກນາງອາງຫຍ້າໃນຕະຫຼາດສົດຕ່າງໆ ແຕ່ກໍມີບາງຈຳນວນມີວິຊາຊີບ ແລະ ທັງບໍ່ມີວິຊາຊີບເປັນແຮງງານດີບ ໄດ້ໄປອອກແຮງງານທີ່ຕ່າງປະເທດແທນບ່ອນແຮງງານທ້ອງຖິ່ນເດີມ ອ້ອມແອ້ມໃນອາຊຽນ ບາງຄົນກໍໄປຮອດເກົາຫຼີຍີ່ປຸ່ນ ຢູໂຣບ ຫຼື ອາເມຣິກາກໍມີ ໂດຍມີຄຳຂວັນ “ໄປຕາຍດາບໜ້າ” ແຕ່ໃນຄວາມເປັນຈິງກໍບໍ່ມີໃຜຕາຍ ມີແຕ່ຖືກກົດແຮງງານ ຖືກບ້ວງການຄ້າມະນຸດເພາະຕົນເປັນແຮງງານດີບໄຮ້ທິດທາງ ພຽງແຕ່ຄວາມໄຝ່ຝັນຢາກມີລາຍໄດ້ເພິ່ມ ດັ່ງນັ້ນ ກ່ອນຈະຖືກຈ້າງງານຈຳຕ້ອງໄດ້ຝຶກອາຊີບ ໃຫ້ເຂົ້າກັບໜ້າວຽກໃໝ່ຕໍ່ໄປ.

ຜ່ານມາ ການໄປອອກແຮງງານມີຫຼາຍຮູບແບບເປັນຕົ້ນ: ຕາມສັນຍາຈ້າງຜ່ານອົງກອນແຮງງານຂອງລັດຖະບານ ບາງຄົນກໍໄປຕາມການຊັກຊວນຂອງໝູ່ເພື່ອນ ເຊິ່ງມີນາຍໜ້າຢູ່ເບື້ອງຫຼັງ ບາງກຸ່ມກໍໄປຢ່າງບໍ່ມີທິດທາງຂໍມີພຽງການຈ້າງງານມີລາຍໄດ້ອ່າວໄຄແດ່ ແມ່ນເຮັດວຽກໂລດເພາະລະດູການມັນບໍ່ອະນຸຍາດໃຫ້ນິ້ງນອນໃຈ ທັນເຮັດແນວໃດກໍເຮັດໂລດ ແຕ່ບາງຄົນລາຍຮັບດີແດ່ກໍລືມກັບບ້ານ ມີແຕ່ຝາກເງິນໃຫ້ຄອບຄົວຈ້າງຜູ້ອອກແຮງງານແທນຕົນ ຜ່ານການເຮັດວຽກຢ່າງໜັກໜາ ຈຳນວນໜຶ່ງກໍພໍແຕ່ຢູ່ລອດໃນປະເທດທີ່ໄປ ຈຳນວນໜຶ່ງກໍພໍມີເງິນກັບບ້ານ ເພື່ອໃຊ້ຈ່າຍຍາມເຮັດນາລະດູໃໝ່ ຈຳນວນໜຶ່ງກໍໄດ້ເປັນກອບເປັນກຳພໍສ້າງຊີວິດໃໝ່ ຫຼື ມີເງິນລົງທຶນເຮັດກິດຈະກຳໃດໜຶ່ງນ້ອຍໆໃນບ້ານເກີດ ບາງຄົນເຫີ່ນຳຄວາມຈະເລີນ ເຫີ່ນຳສັງຄົມແບບຫຼີ້ນກິນຟຸມເຟືອຍໃນບ້ານເພິ່ນ ກໍບໍ່ເຫຼືອແຖມບາງຄົນຍັງຕິດພະຍາດບາດເຍົາມານຳ ຈົນເຖິງຂັ້ນເສຍຊີວິດກໍມີ ສ່ວນຫຼວງຫຼາຍບໍ່ຜ່ານອົງການແຮງງານ ຫຼາຍຄົນເສຍປຽບໃນການຕໍ່ລອງ ຖືວ່າເປັນແຮງງານເຖື່ອນ ເຮັດໃຫ້ນາຍຈ້າງກົດລາຄາຄ່າຈ້າງຕ່ຳລົງ.
“ໄຟໄໝ້ປ່າຈຶ່ງເຫັນໜ້າໜູ” ພໍຕົກຍາມພະຍາດໄຂ້ຫວັດອັກເສບປອດຂອງເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ລະບາດແຜ່ເຊື້ອມາດຕະການຕ່າງໆ ໃນປະເທດກ່ຽວຂ້ອງຖືກວາງອອກໂດຍລັດຖະບານ ໂດຍມີຄະນະສະເພາະກິດ ດູແລຈັດຕັ້ງປະຕິບັດ ເຮັດໃຫ້ແຮງງານຮູ້ວ່າຈະຕ້ອງໄດ້ຢຸດພັກເຮັດວຽກໄລຍະໃດໜຶ່ງ ເວລານັ້ນ ຄົນທີ່ໄປອາໄສຢູ່ຕ່າງປະເທດລ້ວນແຕ່ພາກັນຫັນໜ້າກັບບ້ານຊົ່ວໄລຍະ ຫຼື ກັບເລີຍ ຈຶ່ງເຮັດໃຫ້ເຫັນຕົວເລກແຮງງານຫຼາຍແສນຄົນໃນຕ່າງແດນ.
ຜ່ານການກວດກາ ເພື່ອກັກກັນຊອກຫາຜູ້ຕິດເຊື້ອດັ່ງກ່າວຕາມດ່ານຊາຍແດນປະເພນີທ້ອງຖິ່ນ ແລະ ສາກົນ ຈຶ່ງຈະຕ້ອງປະຕິບັດຄຳສັ່ງນາຍົກຢ່າງຄັກແນ່ ຄືກັກກັນໃຫ້ເຂົ້າຢູ່ສູນ ຫຼື ຢູ່ເຮືອນແລ້ວແຕ່ເງື່ອນໄຂເປັນເວລາ 14 ວັນ ໃນທີ່ສຸດ ເຫັນວ່າແຮງງານເປັນຈຳນວນແສນໆບໍ່ພົບການຕິດເຊື້ອພໍເທົ່າໃດຄົນ ຄົງມີແຕ່ຜູ້ເດີນທາງຈາກທາງໄກເຊັ່ນເອີຣົບ ອາເມຣິກາ… ສ່ວນແຮງງານລາວຈາກປະເທດໃກ້ຄຽງຈາກຈຸດກັກກັນຕ່າງໆ ກໍທະຍອຍກັບຄືນບ້ານເກີດ ເຊິ່ງສິ່ງດັ່ງກ່າວພິສູດໃຫ້ເຫັນວ່າແຮງງານລາວມີວິໄນ ບໍ່ໄປເຕົ້າໂຮມ ຫຼີ້ນກິນເສລີຊະຊາຍຕາມພັບຕາມບາຕ່າງໆ ພວກເຂົາຄົງຕັ້ງໜ້າຫາເງິນ ເພື່ອແກ້ໄຂຄວາມຫຍຸ້ງຍາກໃນຄອບຄົວຢ່າງແທ້ຈິງ.
ຈາກສະພາບຊີວິດທີ່ຫຍຸ້ງຍາກລຳບາກໃນຊົນນະບົດ ແລະ ຕ້ອງຜະເຊີນໜ້າໃນສະຖານທີ່ອອກແຮງງານໃນຕ່າງແດນທີ່ແສນຍາກ ໂດຍບໍ່ມີຄຳວ່າ “ເລືອກວຽກ” ແລະ ພາຍຸພະຍາດ ໂຄວິດ-19 ເຊິ່ງເປັນຜະລິດພັນໃໝ່ຈາກຍຸກອຸດສາຫະກຳຍຸກ 4.0 ຍຸກດີຈີຕອນ ຫຼື 5 ຈີກໍຕາມ ຫຼື ຈາກຫ້ອງແລບໃດໆກໍຕາມສາຍຕາມະນຸດ ມັກຈະເບິ່ງຕົກທີ່ການເຄື່ອນຍ້າຍແຮງງານຂ້າມແດນເປັນສຳຄັນເພາະ ໂຄວິດ-19 ແມ່ນພະຍາດນຳເຂົ້າ ແລະ ແຮງງານເອງ ກໍຕົກຕະລຶງງົງງັນ ວ່າຕົນເອງອາດເປັນຕົວນຳເຂົ້າພະຍາດຮ້າຍນີ້ໄດ້ຢ່າງໃດ ເພາະເກີດເປັນມື້ຕ້ອງເຮັດວຽກໜັກໜາ ບາງຄົນກໍໄປແທນແຮງງານເດີມທີ່ໄດ້ວຽກເຮັດໃນຕ່າງແດນທີ່ມີຄ່າຈ້າງງານດີ.
ແຕ່ເມື່ອກັບຄືນບ້ານເດີມຍ້ອນການເລີກຈ້າງງານ ເນື່ອງຈາກເຫດຜົນປິດຕົວເມືອງຫ້າມການສັນຈອນ ແລະ ອື່ນໆ ມາເຖິງດ່ານຈຶ່ງຮູ້ວ່າ ຕົນເອງເປັນແຮງງານຕ່າງແດນ ເປັນຕົວນຳເຂົ້າພະຍາດ (ຕາມຫຼັກຂອງປະເທດອື່ນໆ) ຈຳເປັນຕ້ອງຜ່ານການກວດກາຕາມຫຼັກການແພດ ໃນສະຖານະການໂຣກລະບາດ. ຜ່ານການກວດກາ ການກັກຕົວຕາມຫຼັກການ 14 ວັນ ແລະ ການວິເຄາະຕາມອາການສົງໄສໃນກໍລະນີບາງບຸກຄົນ ໄດ້ພິສູດໃຫ້ເຫັນວ່າ ແຮງງານຕ່າງແດນເຊິ່ງເປັນຄົນຊົນນະບົດບໍລິສຸດ ເມື່ອກັບຄືນເຖິງບ້ານເກີດກໍຫອບຄວາມບໍລິສຸດກັບມາບ້ານເດີມຄືເກົ່າ… ແລະ ຢາກຮ້ອງບອກທຸກຄົນວ່າ “ແຮງງານລາວຍັງບໍລິສຸດ”.
ໂດຍ: ຊຽນເອງ