ທ່ານ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ຖະແຫຼງຂ່າວໃຫ້ຮູ້ວັນທີ 5 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກວ່າ: ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່ານັບແຕ່ທ້າຍປີ 2019 ມາເຖິງທ້າຍເດືອນມີນາ 2021 ປະເທດເຮົາມີຜູ້ຕິດເຊື້ອໂຄວິດ-19…
Author: VTm Indee
ລັດຖະບານໃຫ້ທຸກພາກສ່ວນ ສືບຕໍ່ປະຕິບັດມາດຕະການຕ່າງໆໃຫ້ເຂັ້ມງວດ
ວັນທີ 5 ພຶດສະພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍທ່ານໄດ້ເນັ້ນໃຫ້ທຸກພາກສ່ວນສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາຈຳນວນໜຶ່ງ…
ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 46 ກໍລະນີ
ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານໃຫ້ຮູ້ວັນທີ 5 ພຶດສະພາ 2021ວ່າ: ວັນທີ 4 ພຶດສະພາ…
ຕະຫຼາດໄຮ່ຄໍາ ຕອບສະໜອງເຄື່ອງອຸປະໂພກ-ບໍລິໂພກພຽງພໍຕໍ່ຄວາມຕ້ອງການຂອງສັງຄົມ
ໃນໄລຍະທີ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຮອບໃໝ່ນີ້ ຕະຫຼາດຂາຍຍົກ-ຂາຍຍ່ອຍໄຮ່ຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ບໍລິການປົກກະຕິ ແລະ ສິນຄ້າອຸປະໂພກ-ບໍລິໂພກ ສາມາດຕອບສະໜອງພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນນະຄອນຫຼວງວຽງຈັນ ພິເສດ ໃນໄລຍະເດືອນເມສາຜ່ານມາ ເຈົ້າຂອງຕະຫຼາດໄດ້ມີນະໂຍບາຍໃຫ້ກັບພໍ່ຄ້າຊາວຂາຍ ໂດຍການຫຼຸດຄ່າເຊົ່າຫ້ອງຂາຍ 50%. …
CP PORK Shop ເນັ້ນສິນຄ້າມີຄຸນນະພາບ ບໍ່ເອົາປຽບລູກຄ້າ ພ້ອມປະຕິບັດມາດຕະການປ້ອງກັນໂຄວິດ-19
ຮ້ານ CP PORK Shop ສາຂາຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເລີ່ມໃຫ້ບໍລິການສະໜອງທາດຊີ້ນ ແລະ ພືດຜັກໃຫ້ກັບສັງຄົມ ກໍຄືຜູ້ບໍລິໂພກໃນນະຄອນຫຼວງວຽງຈັນມາແຕ່ເດືອນກຸມພາ 2020 ຈົນມາເຖິງປັດຈຸບັນ ເຊິ່ງສິນຄ້າທີ່ນໍາມາຈໍາໜ່າຍ ແມ່ນເປັນສິນຄ້າທີ່ມີຄຸນນະພາບ…
ບ້ານທົ່ງກາງ ສືບຕໍ່ຄຸ້ມເຂັ້ມມາດຕະການຕ້ານການແຜ່ລະບາດພະຍາດໂຄວີດ-19
ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ເປັນອີກບ້ານໜຶ່ງທີ່ເອົາໃຈໃສ່ຈັດຕັ້ງ ຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄໍາແນະນໍາຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ…
ພະອາຈານ ບຸນຍາດ ຄໍາພູ ສືບຕໍ່ຢາຍເຂົ້າສານໃຫ້ຜູ້ໄດ້ຮັບຜົນກະທົບ
ວັນທີ 4 ພຶດສະພາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະນາສໍາພັນລາວ ໄດ້ສືບຕໍ່ເຄື່ອນໄຫວແຈກຢາຍເຂົ້າສານໃຫ້ກັບພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19. ການມອບເຂົ້າສານຄັ້ງນີ້ ເພື່ອເປັນສ່ວນໜຶ່ງປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19 ເຊິ່ງການແຈກຢາຍເຂົ້າສານ…
ໂຮງໝໍພາກສະໜາມຫ້ວຍຫົງ ໃຫ້ບໍລິການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແລ້ວ
ສູນກີລາບານເຕະແຫ່ງຊາດ ບ້ານຫ້ວຍຫົງ ເປັນອີກສະຖານທີ່ໜຶ່ງທີ່ມີສິ່ງອໍານວຍຄວາມສະດວກດ້ານຕ່າງໆ ດັ່ງນັ້ນ ລັດຖະບານ ກໍຄືຄະນະສະເພາະກິດ ໄດ້ດຳນົດໃຫ້ສ້າງເປັນໂຮງໝໍພາກສະໜາມ ເພື່ອຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການຊັ້ນເບົາບາງ ເຊິ່ງປັດຈຸບັນ ໄດ້ຮັບເອົາຄົນເຈັບເຂົ້າປິ່ນປົວແລ້ວ. ທ່ານ ບັນດິດ ຊຸມພົນພັກດີ…
ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19 ເດີນທາງມາເຖິງ ສປປ ລາວ ເພື່ອຮັບມືໃນການແຜ່ລະບາດຂອງພະຍາດໂຄວິດ-19
ໃນວັນທີ 4 ພຶດສະພາ 2021 ຄະນະຜູ້ຊ່ຽວຊານການແພດຈີນ ພ້ອມອຸປະກອນການແພດ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ໂດຍການເປັນກຽດຕ້ອນຮັບຂອງສະຫາຍ…