ຮ້ານ CP PORK Shop ສາຂາຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເລີ່ມໃຫ້ບໍລິການສະໜອງທາດຊີ້ນ ແລະ ພືດຜັກໃຫ້ກັບສັງຄົມ ກໍຄືຜູ້ບໍລິໂພກໃນນະຄອນຫຼວງວຽງຈັນມາແຕ່ເດືອນກຸມພາ 2020 ຈົນມາເຖິງປັດຈຸບັນ ເຊິ່ງສິນຄ້າທີ່ນໍາມາຈໍາໜ່າຍ ແມ່ນເປັນສິນຄ້າທີ່ມີຄຸນນະພາບ ຜະລິດຈາກພາຍໃນນະຄອນຫຼວງວຽງຈັນ ເຊິ່ງໃນໄລຍະທີ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ເຈົ້າຂອງຮ້ານໄດ້ປະຕິບັດຕາມຄໍາແນະນນໍາຕ່າງໆຂອງຂັ້ນເທິງຢ່າງເຂັ້ມງວດ ໂດຍສະເພາະແມ່ນການປະຕິບັດຕາມແຈ້ງການຂອງພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ສະແດງອອກສິນຄ້າພາຍໃນຮ້ານຍັງຂາຍໃນລາຄາປົກກະຕິ ບໍ່ມີການກັກຕຸນສິນຄ້າ ແລະ ເນັ້ນສິນຄ້າທີ່ໃໝ່ ສະອາດ ປອດໄພຕໍ່ສຸຂະພາບຂອງຜູ້ບໍລິໂພກ.
ນາງ ເທບທິດາ ພາລາວິໄຊ ເຈົ້າຂອງຮ້ານ CP PORK Shop ສາຂາຫົວຂົວ ໄດ້ໃຫ້ສໍາພາດວັນທີ 4 ພຶດສະພາ 2021 ວ່າ: ຮ້ານ CP PORK Shop ໄດ້ຈໍາໜ່າຍຊີ້ນໝູຈາກໂຮງຂ້າສັດດອນດູ່ ແລະ ທາດຊີ້ນອື່ນໆຈາກບໍລິສັດ ຊີພີ ສ່ວນພືດຜັກແມ່ນໄດ້ເນັ້ນຜັກປອດສານພິດ ຜັກອໍແກນິກຂອງບໍລິສັດແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າຈໍາກັດ ແລະ ຂອງຊາວສວນຈໍານວນໜຶ່ງ ເຊິ່ງໄລຍະທີ່ບໍ່ມີການແຜ່ເຊື້ອລະບາດພະຍາດໂຄວິດ-19 ຮ້ານຂອງພວກເຮົາໄດ້ເປີດໃຫ້ບໍລິການປົກກະຕິເລີ່ມແຕ່ເວລາ 8:00 ຫາ 20:00 ໂມງຂອງທຸກໆມື້ ພາຍຫຼັງທີ່ມີການແຜ່ລະບາດເຊື້ອພະຍາດດັ່ງກ່າວທາງຮ້ານໄດ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນ ລູກຄ້າທີ່ຈະເຂົ້າຮ້ານ ຕ້ອງໄດ້ວັດແທກອູນຫະພູມ ລ້າງມືດ້ວຍເຫຼົ້າ 90 ຫຼື ເຈວລ້າງມືທີ່ມີທາດເຫຼົ້າ ພ້ອມນັ້ນຍັງມີຖົງມືໃຫ້ລູກຄ້າຕື່ມອີກ ໂດຍສ່ວນໃຫຍ່ແມ່ນຈະໄດ້ຮັບລາຍການສັ່ງຊື້ຂອງລູກຄ້າຢູ່ທາງດ້ານໜ້າຮ້ານ ຈາກນັ້ນ ມີພະນັກງານຈັດສົ່ງໃຫ້ລູກຄ້າທີ່ໜ້າຮ້ານ ແລະ ໄດ້ປ່ຽນຈາກການເປີດໃຫ້ບໍລິການທຸກມື້ມາເປີດໃຫ້ບໍລິການວັນຈັນຫາວັນເສົາ ເວລາເກົ່າ ສ່ວນວັນອາທິດແມ່ນໄດ້ປິດຮ້ານ ເພື່ອອະນາໄມຮ້ານໃຫ້ມີຄວາມສະອາດ ພ້ອມສີດຢາຂ້າເຊື້ອ ແນໃສ່ຮັບປະກັນໃຫ້ຮ້ານມີຄວາມສະອາດ ບໍ່ມີເຊື້ອພະຍາດໂຄວິດ-19 ທັງເປັນການຮັບປະກັນຄວາມປອດໄພຂອງລູກຄ້າ.
ສໍາລັບລາຄາຂາຍພືດຜັກ ແມ່ນຍັງຈໍາໜ່າຍໃນລາຄາປົກກະຕິ ສ່ວນປະເພດທາດຊີ້ນກໍແມ່ນຈໍາໜ່າຍໃນລາຄາທີ່ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນກໍານົດໃຫ້ ຄື: ສາມຊັ້ນ ແລະ ສັນຄໍ 48 ພັນກີບຕໍ່ກິໂລ ສັນນອກ 46 ພັນກີບຕໍ່ກິໂລ ສັນໃນ 47 ພັນກີບຕໍ່ກິໂລ ສະໂພກ ແລະ ບ່າໄຫຼ່ 45 ພັນກີບຕໍ່ກິໂລ ດູກຂ້າງ 48 ພັນກີບຕໍ່ກິໂລ ຂາຕັ້ງ 35 ພັນກີບຕໍ່ກິໂລ ຊີ້ນບົດ 45 ພັນກີບຕໍ່ກິໂລ.
# ຂ່າວ – ພາບ : ຂັນທະວີ ພິມມະສອນ