ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 46 ກໍລະນີ

    ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານໃຫ້ຮູ້ວັນທີ 5 ພຶດສະພາ 2021ວ່າ: ວັນທີ 4 ພຶດສະພາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.072 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 46 ຄົນ ໃນນັ້ນມີ ນະຄອນຫຼວງ 19 ຄົນ ຈໍາປາສັກ 6 ຄົນ ບໍ່ແກ້ວ 15 ຄົນ ແລະ ສະຫວັນນະເຂດ 6 ຄົນ. 

   ມາຮອດປັດຈຸບັນ ຢູ່ປະເທດເຮົາມີ ລາຍ​ງານຜູ້ຕິດເຊື້ອທັງໝົດ 1.072 ຄົນ (ໃໝ່ 46) ບໍ່ມີຜູ້ເສຍຊີວີດ ໃນ​ຈຳ​ນວນ​ຜູ້​ຕິ​ດ​ເຊື້ອ​ທັງ​ໝົດ ແມ່ນໄດ້​ຮັບ​ການປິ່ນປົວຫາຍດີ 99 ຄົນ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນ​ຕ່​ລະ​ແຂວງ ຈຳນວນ 973 ຄົນ ເຊັ່ນ: ນະຄອນຫຼວງວຽງຈັນ 586 ຄົນ (ໃໝ່ 19) ວັນທີ 4 ພຶດສະພາ ອອກໂຮງໝໍ 39 ຄົນ (ມິດຕະພາບ 19 ຄົນ ແລະ ໂຮງໝໍ 103 ອອກ 20 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ) ແຂວງຈຳປາສັກ 157 ຄົນ (ໃໝ່ 6) ສຳລັບຄົນເຈັບແຂວງເຊກອງ ແມ່ນນອນ ປິ່ນປົວຢູ່ແຂວງຈຳປາສັກ ແຂວງບໍ່ແກ້ວ 133 ຄົນ (ໃໝ່ 15)ແຂວງສະຫວັນນະເຂດ 38 ຄົນ (ໃໝ່ 6) ແຂວງຫຼວງພະບາງ 13 ຄົນ ແຂວງວຽງຈັນ 14 ຄົນ ແຂວງ ສາລະວັນ 7 ຄົນ ແຂວງຫຼວງນ້ຳທາ 6 ຄົນ ແຂວງອຸດົມໄຊ 8 ຄົນ ແຂວງຜົ້ງສາລີ 3 ຄົນ ແຂວງໄຊຍະບູລີ 3 ຄົນ ແຂວງບໍລິຄຳໄຊ 3 ຄົນ ແຂວງຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບູນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

# ຂ່າວ – ພາບ :  ຂັນທະລີ ພິມມະສອນ

error: Content is protected !!