ບ້ານທົ່ງກາງ ສືບຕໍ່ຄຸ້ມເຂັ້ມມາດຕະການຕ້ານການແຜ່ລະບາດພະຍາດໂຄວີດ-19

    ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ເປັນອີກບ້ານໜຶ່ງທີ່ເອົາໃຈໃສ່ຈັດຕັ້ງ ຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄໍາແນະນໍາຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 006/ຈນວ ລົງວັນທີ 22 ເມສາ ວ່າດ້ວຍການເພີ່ມທະວິມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິຕ-19.

    ທ່ານນາງ ອຳມະລາ ໄຊຍະສິດ ນາຍບ້ານທົ່ງກາງ ເມືອງສີສັດຕະນາກ ນວ ໃຫ້ສຳພາດວ່າ: ເພື່ອສືບຕໍ່ມາດຕະການລ໋ອກດາວອີກ 15 ວັນ ຈົນເຖິງວັນທີ 20 ພຶດສະພາ 2021 ເຊິ່ງກ່ອນໜ້ານີ້ ທາງອຳນາດການປົກຄອງ ສົມທົບກັບຫ້ອງ ປກສ ປກຊ ຫົວໜ້າໜວ່ຍ ປກສ ກຸ່ມວັດນາກ ພາຍໃຕ້ການຊີ້ນຳຂອງຄະນະພັກເມືອງສີສັດຕະນາກ ກໍຄືຄະນະສະເພາະກິດຂັ້ນເມືອງ ໄດ້ມີການຈັດແບ່ງການປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ ນອກນີ້ ຍັງໄດ້ຕັ້ງຈຸດກວດກາຄົນເຂົ້າອອກພາຍໃນບ້ານ ແລະ ຕັ້ງຈຸດກວດກາຕາມທາງຮ່ອມພາຍໃນບ້ານ ເພື່ອກວດກາຄົນເຂົ້າ-ອອກ ພ້ອມທັງເຜີຍແຜ່ຂໍ້ມູນຂ່າວສານ ລະບຽບການຕ່າງໆຜ່ານໂທລະໂຄ່ງຂອງບ້ານໃນແຕ່ລະວັນ.

    ເພື່ອສືບຕໍ່ມາດຕະການດັ່ງກ່າວ ທາງອໍານາດການປົກຄອງບ້ານ ໜ່ວຍງານທີ່ກ່ຽວຂ້ອງ ພ້ອມທັງພໍ່ແມ່ປະຊາຊົນພາຍໃນບ້ານທົ່ງກາງພວກເຮົາ ກໍຈະສືບຕໍ່ຄຸ້ມເຂັ້ມມາດຕະການດັ່ງກ່າວຢ່າງເຂັ້ມງວດ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດມາດຕະການ ທາງອຳນາດການປົກຄອງບ້ານພວກເຮົາຈະສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຮ່ວມກັບປະຊາຊົນພາຍໃນບ້ານ ໃນການເຂັ້ມງວດການເຂົ້າ-ອອກ ກວດກາເວນຍາມໃຫ້ເຄັ່ງຄັດກວ່າເກົ່າ ແລະ ຂໍສະແດງຄວາມຂອບໃຈນໍາພໍ່ແມ່ປະຊາຊົນພາຍໃນບ້ານ ລວມທັງຫ້າງຮ້ານ ທຸລະກິດ ທີ່ໃຫ້ການປະກອບສ່ວນຊຸກຍູ້ ທັງວັດຖຸ ແລະ ປັດໄຈ ເຂົ້າໃນການປະຕິບັດວຽກງານໃນຄັ້ງນີ້ ເພື່ອພ້ອມກັນສືບຕໍ່ປະະຕິບັດຄໍາສັ່ງຢ່າງເຂັ້ມງວດ ຜ່ານຜ່າວິກິດການໃນຄັ້ງນີ້ໄປດ້ວຍກັນ.

# ຂ່າວ & ພາບ :ບຸນມີ ສີວິໄລ

error: Content is protected !!