ກຸ່ມຄົນລະເມີດກົດໝາຍ ລັກລອບເຂົ້າ-ອອກຕາມຊາຍແດນ ສປປ ລາວ ຕ້ອງດຳເນີນຄະດີຕາມຂະບວນການຍຸຕິທຳ

     ທ່ານ  ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ຖະແຫຼງຂ່າວໃຫ້ຮູ້ວັນທີ 5 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກວ່າ: ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່ານັບແຕ່ທ້າຍປີ 2019 ມາເຖິງທ້າຍເດືອນມີນາ 2021 ປະເທດເຮົາມີຜູ້ຕິດເຊື້ອໂຄວິດ-19 ຈໍານວນ 49 ຄົນ ແລະ ທັງໝົດແມ່ນໄດ້ຮັບການປິ່ນປົວຫາຍດີ ບໍ່ມີກໍລະນີເສຍຊິວິດ ສິ່ງດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຂອງສູນກາງພັກ-ລັດຖະບານ ສະພາແຫ່ງຊາດ ອົງການປົກຄອງທ້ອງຖິ່ນ ສະແດງໃຫ້ເຫັນເຖິິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງພາກລັດ ພາກເອກະຊົນ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ຮ່ວມແຮງຮ່ວມໃຈກັນສະກັດກັ້ນ ຕ້ານ ແລະ ຄວບຄຸມການແຕ່ລະບາດພະຍາດດັ່ງກ່າວຢ່າງມີຜົນສໍາເລັດ.

  ແຕ່ມາຮອດເດືອນເມສາ 2021 ຍ້ອນມີບຸກຄົນ ກຸ່ມຄົນຈໍານວນໜຶ່ງລັກລອບເຂົ້າ-ອອກຕາມຊາຍແດນລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງ ເຊິ່ງເປັນພື້ນທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ລະບາດຢ່າງຮຸນແຮງ ພ້ອມກັນນີ້ ກໍມີບາງບຸກຄົນຢູ່ພາຍໃນປະເທດ ຂາດສະຕິໃນການປະຕິບັດນະໂຍບາຍ ແລະ ມາດຕະການສະກັດກັ້ນທີ່ພາກສ່ວນກ່ຽວຂ້ອງແຕ່ລະຂັ້ນວາງອອກດ້ວຍການກະທຳຕ່າງໆເຊັ່ນ: ໃຫ້ການຊ່ວຍເຫຼືອ ປົກປິດ ແລະ ຮ່ວມກັນກະທໍາຜິດ ນໍາເອົາເຊື້ອພະຍາດໄປແຜ່ລະບາດໃນສະຖານທີ່ຊຸມຊົນ ເປັນຕົ້ນ ສະຖານບັນເທິງ ຮ້ານອາຫານ ຮ້ານກິນດື່ມ ຮ້ານບໍລິການຕ່າງໆ ຕະຫຼອດຮອດສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ອັນເປັນສາເຫດກໍ່ໃຫ້ເກີດການແຜ່ລະບາດພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ເປັນວົງກວ້າງ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ຄວາມບໍ່ສະຫງົບ ຄວາມບໍ່ເປັນລະບຽບຮຽບຮ້ອຍ ປອດໄພຂອງສັງຄົມ ສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ-ສັງຄົມຕະຫຼອດຮອດການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ.

   ຜ່ານການສືບສວນ-ສອບສວນ ເກັບກຳຂໍ້ມູນຂອງເຈົ້າໜ້າທີ່ ຈຶ່ງໄດ້ຮູ້ວ່າກຸ່ມຄົນດັ່ງກ່າວມີອາຊີບເປັນກຳມະກອນ ນັກຮຽນ-ນັກສຶກສາ ເປັນເຈົ້າໜ້າທີ່ຂອງລັດ ຈໍານວນໜຶ່ງກໍເປັນປະຊາຊົນຂອງລາວ ແລະ ຈໍານວນໜຶ່ງກໍເປັນຄົນຕ່າງປະເທດທີ່ເປັນປະເທດໃກ້ຄຽງ ມີຊາຍແດນຕິດຈອດກັນ.

  ການກະທໍາຂອງພວກກ່ຽວ ເປັນການລະເມີດຕໍ່ກົດໝາຍຂອງ ສປປ ລາວ ເປັນການກະທໍາຜິດຕໍ່ການປະມວນກົດໝາຍອາຍາ ກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຊິ່ງແນ່ນອນທີ່ສຸດ ເປົ້າໝາຍດັ່ງກ່າວຈະຕ້ອງຖືກດໍາເນີນຄະດີຕາມຂະບວນການຍຸຕິທໍາ ໝາຍຄວາມວ່າອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ ປະກອບສໍານວນຄະດີສົ່ງໄອຍະການສັ່ງຟ້ອງສານ ແລະ ຕັດສິນລົງໂທດຕາມສະຖານຄວາມຜິດໜັກ ຫຼື ເບົາຂອງແຕ່ລະຄົນ ກໍລະນີຄົນຕ່າງປະເທດ ກໍຕ້ອງດໍາເນີນຕາມກົນໄກສົ່ງຕົວຜູ້ຮ້າຍຂ້າມແດນຕາມສົນທິສັນຍາສອງຝ່າຍ.

   ແຕ່ເນື່ອງຈາກໃນປັດຈຸບັນນີ້ ການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາຍັງມີທ່າອ່ຽງຂະຫຍາຍຕົວຢູ່ ກຸ່ມຄົນດັ່ງກ່າວຈໍານວນໜຶ່ງຢູ່ໃນໄລຍະການກັກຕົວຢູ່ສູນກັກບໍລິເວນ ຈໍານວນໜຶ່ງກໍຢູ່ໃນໄລຍະປິ່ນປົວພະຍາດຢູ່ຕາມໂຮງໝໍແຫ່ງຕ່າງໆ  ສະນັ້ນ ຈຶ່ງບໍ່ສາມາດນໍາຕົວມາສືບສວນ-ສອບສວນຕາມຂັ້ນຕອນການດໍາເນີນຄະດີໄດ້ເຕັມສ່ວນ ເຖິງແມ່ນວ່າຈະມີຈໍານວນໜ້ອຍໜຶ່ງປິ່ນປົວຫາຍດີ ແຕ່ກໍຕ້ອງໄດ້ຕິດຕາມໄປຕື່ມອີກໄລຍະໜຶ່ງ ເພື່ອປະຕິບັດມາດຕະການປ້ອງກັນ ຄວບຄຸມຂອງຄະນະສະເພາະກິດຂັ້ນສູນກາງໄດ້ກໍານົດ ເມື່ອໃດພວກກ່ຽວທັງໝົດໄດ້ປິ່ນປົວຫາຍຂາດຈາກພະຍາດໂຄວິດ-19 ເຈົ້າໜ້າທີ່ກໍຈະສືບຕໍ່ນໍາຕົວມາດໍາເນີນຄະດີຕາມຂະບວນການຍຸຕິທຳ ຕາມສະຖານຄວາມຜິດໜັກ-ເບົາທີ່ກົດໝາຍກໍານົດ ຈະບໍ່ມີການລະເວັ້ນເດັດຂາດ ເຖິງກຸ່ມຄົນດັ່ງກ່າວຈະເປັນເຈົ້າໜ້າທີ່ລັດ ເປັນກຳມະກອນຮັບຈ້າງ ເປັນນັກຮຽນ-ນັກສຶກສາ ເປັນປະຊາຊົນທົ່ວໄປ ຈະແມ່ນຄົນລາວ ຫຼື ຄົນຕ່າງປະເທດ ກໍຕ້ອງໄດ້ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ ເພື່ອໃຫ້ຄວາມເປັນທໍາແກ່ສັງຄົມ.

error: Content is protected !!