ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19 ເດີນທາງມາເຖິງ ສປປ ລາວ ເພື່ອຮັບມືໃນການແຜ່ລະບາດຂອງພະຍາດໂຄວິດ-19

    ໃນວັນທີ 4 ພຶດສະພາ 2021 ຄະນະຜູ້ຊ່ຽວຊານການແພດຈີນ ພ້ອມອຸປະກອນການແພດ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ໂດຍການເປັນກຽດຕ້ອນຮັບຂອງສະຫາຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍມີສະຫາຍ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ບັນດາລັດຖະມົນຕີ ຮອງລັັັດຖະມົນຕີ ຄະນະຊ່ຽວຊານແພດໝໍ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ໃນໂອກາດດຽວກັນນີ້ ສະຫາຍຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ໄດ້ຕາງໜ້າລັດຖະບານ ສະແດງຄວາມຍິນດີ ແລະ ຕ້ອນຮັບຄະນະຊ່ຽວຊານແພດໝໍຈໍານວນ 25 ສະຫາຍ ທີ່ເດີນທາງມາຈາກແຂວງຢຸນນານ ສປ ຈີນ ພ້ອມດ້ວຍອຸປະກອນທາງການແພດ ມູນຄ່າ 10 ລ້ານຢວນ ເພື່ອມາຊ່ວຍເຫຼືອໃນການຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ທີ່ໄດ້ມີການຂະຫຍາຍອອກສູ່ວົງກວ້າງ ຈາກນະຄອນ ຫຼວງ ຈາກແຂວງ ໄປສູ່ເມືອງ ແລະ ຊຸມຊົນ ທີ່ມີລັກສະນະຮ້າຍແຮງຂຶ້ນກວ່າຄັ້ງທີ່ຜ່ານມາ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຈຳນວໜຶ່ງໃນຂອບເຂດທົ່ວປະເທດ ໄດ້ມີຜູ້ຕິດເຊື້ອໂຄວິດ-19 ໃນແຕ່ລະມື້ມີທ່າອ່ຽງເພີ່ມສູງຂຶ້ນ ເຮັດໃຫ້ລັດຖະບານ ກໍຄືອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ເພີ່ມທະວີການເຝົ້າລະວັງ ແລະ ສຸມທຸກກໍາລັງແຮງ ເພື່ອສະກັດກັ້ນການແຜ່ລະບາດພະຍາດດັ່ງກ່າວ.

    ໃນໂອກາດດັ່ງກ່າວ ສະຫາຍຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອທີ່ທັນການ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ແລະ ຄັ້ງທີ່ຜ່ານມາ ນອກຈາກຈະເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ ລັດຖະບານ ແລະ ປະຊາຊົນຈີນຢ່າງສະເຫມີຕົ້ນສະເຫມີປາຍ ທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນລາວຕະຫຼອດມາ ພ້ອມນີ້, ລັດຖະບານລາວຍັງໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດເອົາຊະນະໃນການເເຜ່ລະບາດຂອງພະຍາດໂຄວິດ-19 ຄືຄັ້ງທີ່ຜ່ານມາໄດ້ຢ່າງແນ່ນອນ ແລະ ໃນຕອນທ້າຍ ທ່ານຮອງນາຍົກຖະມົນຕີ ໄດ້ອວຍພອນໃຫ້ຄະນະຊ່ຽວຊານແພດໝໍຈາກ ສປ ຈີນ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ທີ່ແທ້ຈິງ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຈົ່ງໝັ້ນຄົງຂະນົງແກ່ນຕະຫຼອດໄປ.

# ຂ່າວ – ພາບ :  ເພັດສະໝອນ

error: Content is protected !!