ລັດຖະບານໃຫ້ທຸກພາກສ່ວນ ສືບຕໍ່ປະຕິບັດມາດຕະການຕ່າງໆໃຫ້ເຂັ້ມງວດ

    ວັນທີ  5 ພຶດສະພາ 2021  ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍທ່ານໄດ້ເນັ້ນໃຫ້ທຸກພາກສ່ວນສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາຈຳນວນໜຶ່ງ ເປັນຕົ້ນ: ການຜັນຂະຫຍາຍຄຳສັ່ງເລກທີ 15/ນຍ ຢູ່ບາງທ້ອງຖິ່ນ ບາງຂັ້ນ ຍັງບໍ່ທັນ ຖືກຕ້ອງ ແລະ ເອກະພາບ ໂດຍສະເພາະແມ່ນການຂົນສົ່ງສິນຄ້າຕ່າງໆ ສະຕິຄວາມຮັບຜິດຊອບຂອງຄົນຈຳນວນໜຶ່ງຍັງບໍ່ທັນສູງ ບາງບ່ອນ ບາງບຸກຄົນຍັງມີການລ່ວງລະເມີດ ເຊິ່ງເຮັດໃຫ້ມີຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອ ການວິເຄາະກວດຫາເຊື້ອ ສະຖານທີ່ປິ່ນປົວບາງບ່ອນຍັງຈໍາກັດ ຍັງບໍ່ທັນກັບສະພາບການ ການໃຫ້ຂໍ້ມູນ ຂອງເປົ້າໝາຍກ່ຽວຂ້ອງທີ່ມີ ຄວາມສ່ຽງບໍ່ຊັດເຈນ ຈໍານວນໜຶ່ງຍັງບໍ່ໃຫ້ການຮ່ວມມື ເຮັດໃຫ້ການຕິດຕາມເອົາຄົນເຈັບມາປິ່ນປົວຫຼ້າຊ້າ  ແລະ ມີຄວາມສ່ຽງຕໍ່ການແຜ່ເຊື້ອຕໍ່ ຈຳນວນໜຶ່ງໃນເມື່ອກວດພົບເຊືຶ້ອແລ້ວ ບໍ່ຍອມປິ່ນປົວ ຍັງເອົາຕົວຫຼົບລີ້ ອັນໄດ້ສ້າງຄວາມ ຫຍຸ້ງຍາກໃຫ້ແກ່ວິຊາການ ກໍຄືສັງຄົມບໍ່ໜ້ອຍ ແລະ ກໍຍັງເປັນທີ່ມາຂອງຄວາມສ່ຽງທີ່ຈະເຮັດໃຫ້ການແຜ່ເຊື້ອລະບາດຄືນໄດ້ງ່າຍ.

       ຈາກສະພາບດັ່ງກ່າວ ແລະ ອີງຕາມການຕີລາຄາຂອງຄະນະສະເພາະກິດ ເຖິງວ່າອັດຕາສ່ວນ ຈຳນວນຜູ້ຕິດເຊື້ອບາງເຂດໄດ້ມີທ່າອ່ຽງຫຼຸດລົງກໍຕາມ ແຕ່ປະເທດພວກເຮົາກໍຍັງບໍ່ທັນຫຼຸດພົ້ນອອກຈາກຄວາມສ່ຽງໃນລະດັບແນ່ນອນໄດ້ເທື່ອ. 

      ສະນັ້ນ ໂດຍເຫັນໄດ້ເຖິງ ຄວາມອັນຕະລາຍດັ່ງກ່າວ ພັກ-ລັດຖະບານ ອົງການປົກຄອງແຕ່ລະຂັ້ນ ຈຶ່ງໄດ້ພ້ອມກັນຕົກລົງສືບຕໍ່ປະຕິບັດມາດຕະການຕ່າງໆແຕ່ລະລະດັບ ຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 87/ຄລສພ, ຄຳສັ່ງສະບັບເລກທີ 15/ນຍ ຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງ ແຈ້ງການຂອງ ຫສນຍ ສະບັບເລກທີ 406/ຫສນຍ  ອອກໄປຕື່ມ 15 ວັນ ຈົນຮອດວັນທີ 20 ພຶດສະພາ 2021 ໃນນີ້ ສຳລັບທ້ອງຖິ່ນຕ່າງໆ ແມ່ນໃຫ້ອີງຕາມ ສະພາບຕົວຈິງຂອງຕົນ ເພື່ອກຳນົດມາດຕະການຕ່າງໆທີ່ແທດເໝາະ ການຕັດສິນໃຈນີ້ ນອກຈາກຈະອີງໃສ່ຜົນຂອງການຈັດຕັ້ງປະຕິບັດທີ່ຜ່ານມານັ້ນ ລັດຖະບານຍັງໄດ້ຟັງຄວາມຄິດຄວາມເຫັນ ຄຳສະເໜີຂອງພໍ່ແມ່ພີ່ນ້ອງປະຊາຊົນ ບົດຮຽນຂອງປະ ເທດເພື່ອນມິດ ແລະ ຂອງສາກົນ. 

       ລັດຖະບານຮັບຮູ້ວ່າ ການສືບຕໍ່ແກ່ຍາວເວລາຂອງການປະຕິບັດມາດຕະການຕ່າງໆທີ່ວາງອອກ ແນ່ນອນວ່າຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ການດຳລົງຊີວິດປະຈຳວັນ ແຕ່ຂໍໃຫ້ພ້ອມກັນເຂົ້າໃຈ ແລະ ອົດທົນຜ່ານຜ່າໄປນຳກັນ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຄັ້ງນີ້ໃຫ້ໄດ້.     

    ໃນໄລຍະທີ່ປະຕິບັດມາດ 

ຕະການດັ່ງກ່າວ ລັດຖະບານກໍຈະພະຍາຍາມສ້າງເງື່ອນໄຂອຳ ນວຍຄວາມສະດວກດ້ານຕ່າງໆເພື່ອໃຫ້ທຸກຄົນໃນສັງຄົມໄດ້ດຳລົງຊີວິດເປັນປົກກະຕິແບບໃໝ່ໃຫ້ໄດ້ດີເທົ່າທີ່ຈະເຮັດໄດ້ ໄປພ້ອມກັບການປັບປຸງບັນດານະໂຍບາຍ ແລະ ມາດຕະການຕ່າງໆທາງດ້ານເສດຖະກິດ.   

    ແນ່ນອນວ່ານະໂຍບາຍເຫຼົ່ານັ້ນຈະບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງທຸກພາກສ່ວນ ກໍຄືທຸກຄົນກໍຕາມ ແຕ່ກໍເປັນຄວາມພະຍາຍາມ ຂອງລັດຖະບານ ໃນທ່າມກາງ ສະພາບທີ່ຫຍຸ້ງຍາກຄືຢູ່ໃນປັດຈຸບັນ. 

      ໃນໄລຍະປະຕິບັດມາດຕະ

ການດັ່ງກ່າວ ລັດຖະບານ ກໍຄື ຄະນະສະເພາະກິດແຕ່ລະຂັ້ນ ຈະສືບຕໍ່ຕິດຕາມ ປະເມີນສະພາບການເປັນແຕ່ລະໄລຍະ ແລະ ຈະພະຍາຍາມປັບຄວາມສົມດູນດ້ານມາດຕະການທາງການແພດ ມາດຕະການບໍລິຫານ ແລະ ອຳນວຍຄວາມສະດວກດ້ານຊີວິດການເປັນຢູ່ຂອງປະຊາຊົນໄປຄວບຄູ່ກັນ. 

    ຖ້າຢູ່ທ້ອງຖິ່ນໃດຫາກສະພາບການດີຂຶ້ນ  ກໍໃຫ້ທ້ອງຖິ່ນນັ້ນພິຈາລະນາ ແລະ ອອກມາດຕະການຜ່ອນຄາຍຕາມຄວາມເໝາະສົມ ພ້ອມທັງເຜີຍແຜ່ໃຫ້ສັງຄົມໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ. ແຕ່ກົງກັນຂ້າມ ທ້ອງຖິ່ນໃດຫາກມີການລະບາດເພີ່ມຂຶ້ນ ກໍຈະໄດ້ໃຫ້ນຳໃຊ້ມາດຕະການເຂັ້ມງວດຕື່ມອີກ.

     ໂອກາດນີ້ ທ່ານ ພັນຄຳ ວິພາວັນ ຍັງໄດ້ຮຽກຮ້ອງມາຍັງ ພໍ່ແມ່ພີ່ນ້ອງປະຊາຊົນ ຕະຫຼອດຮອດພະນັກງານ ທະຫານ ຕຳຫຼວດທຸກຖ້ວນໜ້າ ຈົ່ງເຊີດຊູຄວາມຮັບຜິດຊອບສູງຕໍ່ປະເທດຊາດຂອງພວກເຮົາ ຮ່ວມແຮງຮ່ວມໃຈສາມັກຄີກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຜ່ານຜ່າໄພອັນຕະລາຍນີ້ໄປດ້ວຍກັນ ກ້າວສູ່ໄຊຊະນະຮ່ວມກັນຢ່າງຕະຫຼອດປອດໄພ.

error: Content is protected !!