ເວລາຮັບແຂກ ຢ່າເຮັດແນວແປກໆເກີນໄປ

ມາ­ລະ­ຍາດ​ຂອງ​ເຈົ້າ­ພາບ​ໃນ​ການ​ຮັບ­ແຂກ​ນັ້ນ ເຄີຍ​ໄດ້​ເວົ້າ​ມາ​ຫຼາຍ​ແລ້ວ ໂດຍ​ສະ­ເພາະ​ແມ່ນ​ຂໍ້​ຫ້າມ​ຄື ເວ­ລາ​ຮັບ­ແຂກ​ມາ​ຢາມ​ເຮືອນ ເຈົ້າ­ພາບ​ບໍ່​ຄວນ​ເອົາ​ເລື່ອງ​ສ່ວນ​ຕົວ​ມາ​ອ້າງ​ແຂກ​ຫຼາຍ​ເກີນ​ໄປ ເຊັ່ນ: ເອົາ​ອາ​ລະ­ບຳ​ຮູບ​ຄອບ­ຄົວ ວີ​ດີ​ໂອ​ບຸນ​ເຮືອນ ຫຼື ການ​ແຕ່ງ­ດອງ​ຂອງ​ຕົນ​ມາ​ໃຫ້​ແຂກ​ເບິ່ງ ບໍ່​ຄວນ​ເອົາ​ສັດ­ລ້ຽງ​ມາ​ສົນ​ແຂກ ຫຼື ອູ້ມ​ລູກ​ອູ້ມ​ຫຼານ​ມາ​ໃຫ້​ແຂກ​ຊົມ ນອກ­ຈາກ​ວ່າ​ແຂກ​ເປັນ​ຄົນ​ໃກ້­ຊິດ ເປັນ​ເຊື້ອ­ສາຍ​ລາຍ​ລ່ອງ ແລະ ສົນ­ໃຈ​ເລື່ອງ​ໃນ​ຄອບ­ຄົວ​ຂອງ​ເຈົ້າ­ພາບ​ແທ້ໆ ແລະ ສິ່ງ​ໜຶ່ງ​ທີ່​ຄວນ​ລະ­ວັງ​ເປັນ​ພິ­ເສດ ຄື​ຢ່າ​ຫາວ​ນອນ​ຕໍ່­ໜ້າ​ແຂກ ຫຼື ຍົກ​ໂມງ​ຂຶ້ນ​ເບິ່ງ​ເວ­ລາ ເພາະ​ມັນ​ສ່ຳ​ກັບ​ໄລ່​ແຂກ​ລົງ​ເຮືອນ.

ໂດຍ: ສາວ​ສິ້ນ​ແຕ້ມ

error: Content is protected !!