ຄົນແຕກປອກ ປ້າຍນອກກົດໝາຍ

ເລື່ອງ​ປ້າຍໆ​ນີ້ ເວົ້າ​ກັນ​ຈົນ​ນ້ຳ­ລາຍ​ແຫ້ງ ແຕ່​ແຮງ​ເຫັນ​ຕຳ ຕາ​ບໍ່​ຢຸດ​ຢ່ອນ​ຜ່ອນ​ເບົາ​ລົງ​ພໍ​ເມັດ ລະ­ບຽບ​ກົດ­ໝາຍ​ກໍ​ມີ ຜູ້​ຮັບ​ຜິດຊອບ​ຕິດ­ຕາມ​ກໍ​ມີ ແຕ່​ເຫດ​ໃດ​ຈຶ່ງ​ຍັງ​ມີ​ຜູ້​ເຮັດ​ຕາມ­ໃຈ​ໄຮ້​ສະ­ຕິ­ຊາດຂາດ​ຢາງ​ອາຍ ? ລອງ​ຊອກ​ໃຫ້​ເຫັນ​ຕົ້ນ​ເຫດ​ນຳ​ກັນ​ເບິ່ງ​ວ່າ​ມັນ​ຄາ​ຢູ່​ບ່ອນ​ໃດ ? ມັນ​ຈິງ​ແທ້​ບໍ​ທີ່​ວ່າ​ຍ້ອນ​ການ​ຕິດ­ຕາມ​ກວດ­ກາ​ບໍ່​ຕໍ່​ເນື່ອງ ຍ້ອນ​ການ​ລົງ­ໂທດ​ທີ່​ເຮັດ​ແບບ​ມະ​ລ້ຳ​ມະ​ລ້ວຍ ບໍ່​ເດັດ­ຂາດ ກໍ​ເລີຍເກີດ​ມີ​ປາ­ກົດ­ການ​ແຕກ​ປອກ​ນອກ​ກົດ­ໝາຍ ເອົາ​ພາ­ສາ​ຕ່າງ​ປະເທດ​ຂຶ້ນ​ກ່ອນ ພາ­ສາ​ລາວ​ນອນ​ຢູ່​ລຸ່ມ ຂະ­ໜາດ​ຂອງ​ປ້າຍ​ກໍ​ກຳ­ນົດເອົາ​ຕາມ­ໃຈ​ມັກ ຈັ່ງ​ແມ່ນ​ຊາດ​ຄັກ​ນໍ ຢະ​ເອີຍ !.

ໂດຍ: ສາວສິ້ນແຕ້ມ

error: Content is protected !!