ລະວັງໜ້າແຕກ

     ຢູ່ບ້ານເຮົາໃນປັດຈຸບັນນີ້ຫຼາຍສິ່ງຫຼາຍຢ່າງໄດ້ຮັບການປັບປຸງໃຫ້ຈະເລີນກ້າວໜ້າຂຶ້ນ ຕົວຢ່າງຫ້ອງນ້ຳມັກຈະແຍກຍິງ-ຊາຍ ເພື່ອຄວາມເປັນສ່ວນຕົວຂອງຄົນທັງສອງເພດ ແຕ່ກໍໜ້າເສຍດາຍຢູ່ບ່ອນວ່າມີບາງຄົນຍັງລະເຫຼີງຕໍ່ບັນຫານີ້ຄື ບໍ່ຍອມເບີ່ງປ້າຍບອກ ພໍປວດປົດທຸກຂຶ້ນມາກໍຂະລາດເຂົ້າໜ້າມືດຕາລາຍຊອກຫາບ່ອນປົດປ່ອຍຈິ່ງເກີດມີຜູ້ຊາຍຫຼັງເຂົ້າຫ້ອງນ້ຳຍິງ-ຜູ້ຍິງໜ້າແຕກເພາະຫຼັງເຂົ້າຫ້ອງນ້ຳຊາຍ ເລື່ອງນີ້ຂໍໃຫ້ໃສ່ໃຈບໍ່ຊັ້ນຈະຂາຍໜ້າທັງເປັນການລະເມີດສິດທິທາງເພດອີກດ້ວຍ.

ຍ້ອນທຸກຄົນໃນສັງຄົມລາວເປັນເຈົ້າການຮ່ວມກັນ 28 ວັນຈຶ່ງຜັນຜ່ານການຕິດເຊື້ອໂຄວິດ-19 ເພີ່ມ

     ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 10 ພືດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມພະຍາດ COVID-19 ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່…

ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ເລັງເຫັນຄວາມສຳຄັນວຽກງານຊາວໜຸ່ມຢູ່ຂັ້ນຮາກຖານ

    ວຽກງານກໍສ້າງຮາກຖານ ເປັນວຽກງານຍຸດທະສາດທີ່ສຳຄັນ ໃນການພັດທະນາປະເທດຊາດ ກໍຄືພັດທະນາສັງຄົມ ໃນວັນທີ 8 ພຶດສະພາ 2020 ນີ້ ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ລົງຊຸກຍູ້ວຽກງານຊາວໜຸ່ມຢູ່ຂັ້ນຮາກຖານ ຂັ້ນບ້ານ…

ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 1.033 ກໍລະນີ

    ປັດຈຸບັນ ໄດ້ກ້າວເຂົ້າສູ່ລະດູຝົນ ຈຶ່ງກໍ່ໃຫ້ເກີດມີຄວາມສ່ຽງການລະບາດພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ເພື່ອເປັນການປ້ອງກັນແຕ່ຫົວທີ ທຸກຄົນຕ້ອງຊ່ວຍກັນເອົາໃຈໃສ່ປະຕິບັດຫຼັກການ 5 ປ ເປັນປະຈຳທຸກໆອາທິດ ເພື່ອຕັດວົງຈອນໜອນນໍ້າຍຸງລາຍ ບໍ່ມີຍຸງລາຍກໍຈະບໍ່ມີໄຂ້ເລືອດອອກ.     ອີງຕາມການໃຫ້ຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 28…

ມື້ທີ 27 ນີ້ ທີ່ລາວມີ 2 ຂ່າວດີ ມີ 4 ຄົນໄດ້ອອກໂຮງໝໍ ແລະ ບໍ່ມີກໍລະນີຕິດເຊື້ອເພີ່ມ

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ   ແລະ ທ່ານ ດຣ ສະໜອງ ທອງຊະນະ ອຳນວຍການໂຮງໝໍມິດຕະພາບ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 9 ພຶດສະພາ 2020…

ຄຳມ່ວນ ຮຽກຮ້ອງຜູ້ປະກອບການລົດໂດຍສານ ເອົາໃຈໃສ່ປະຕິບັດຕາມມາດຕະການຢ່າງເຂັ້ມງວດ

    ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ໃຫ້ສຳພາດ  ໃນວັນທີ 5 ພຶດສາພາ ກ່ຽວກັບການປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19 ທ່ານກ່າວວ່າ:…

ເມືອງໂຂງ ມີແຮງງານທີ່ກັບຈາກຕ່າງປະເທດອອກຈາກສູນກັກກັນແລ້ວ 3.269 ຄົນ​

    ຄະນະກຳມະການສະເພາະກິດເມືອງໂຂງ ແຂວງຈຳປາສັກ ໄດ້ເປີດເຜີຍເມື່ອວັນທີ 6 ພຶດສະພາ ນີ້ວ່າ: ປັດຈຸບັນໄດ້ມີປະຊາຊົນທີ່ໄປອອກແຮງງານຢູ່ຕ່າງປະເທດມີຈຳນວນທັງໝົດ 10.346 ຄົນ ຍິງ 5.584 ຄົນ ໃນນັ້ນຈຳນວນໜຶ່ງໄດ້ກັບມາຈາກຕ່າງປະເທດແລ້ວ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ 19 ແລະ…

ຫາລືເລັ່ງຊ່ວຍເຫຼືອໃຫ້ຜູ້ອອກແຮງງານທີ່ກັບຈາກຕ່າງປະເທດ ໄດ້ຮັບການປົກປ້ອງສິດ

    ເພື່ອເປັນການຊ່ວຍໃຫ້ຜູ້ອອກແຮງງານທີ່ກັບຈາກຕ່າງປະເທດ ທີ່ຖືກຜົນກະທົບຈາກການລະບາດຂອງໂຄວິດ 19 ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຫຼາຍຂຶ້ນ ແລະ ບັນຈຸເຂົາເຈົ້າເຂົ້າເຮັດວຽກຕາມເງື່ອນໄຂ ແລະ ຄວາມຕ້ອງການຂອງຫົວໜ່ວຍແຮງງານພາຍໃນ ສະນັ້ນ ວັນທີ 7 ພຶດສະພາ 2020 ທີ່ຫ້ອງປະຊຸມກະຊວງ…

ສາລະວັນ​ ຜະລິດເຂົ້ານາແຊງໄດ້ລື່ນຄາດໝາຍ ບັນລຸ 67 ພັນກວ່າໂຕນ​

    ທ່ານ ອະນຸສັກ ຈຳປາຄໍາ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງສາລະວັນ ໃນທ້າຍເດືອນເມສາຜ່ານມານີ້ວ່າ: ມາຮອດປັດຈຸບັນ ຊາວກະສິກອນໃນທົ່ວແຂວງ ກໍໄດ້ມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານການຜະລິດ ການປູກ-ການລ້ຽງ ແລະ…

error: Content is protected !!