ຍ້ອນທຸກຄົນໃນສັງຄົມລາວເປັນເຈົ້າການຮ່ວມກັນ 28 ວັນຈຶ່ງຜັນຜ່ານການຕິດເຊື້ອໂຄວິດ-19 ເພີ່ມ

     ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 10 ພືດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມພະຍາດ COVID-19 ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 9 ພຶດສະພາ 2020 ວຽກງານຈຸດຜ່ານດ່ານ ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 2.341 ຄົນ

ຈຸດຜ່ານດ່ານລາວ-ໄທ ທັງໝົດ 1.367 ຄົນ ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 7 ຄົນ ຜ່ານດ່ານຂົວມິິດຕະພາບ I ຈຳນວນ 291 ຄົນ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຈີນ ທັງໝົດ 14 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 883 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 77 ຄົນ (ແມ່ນກຳມະກອນສ້າງທາງລົດໄຟ ລາວ-ຈີນ) ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

    ສຳລັບແຮງງານລາວ ຈຳນວນ 7 ຄົນ ທີ່ເຂົ້າມາໃໝ່ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ ທັງໝົດແມ່ນມີຖິ່ນຖານມາຈາກແຂວງຈຳປາສັກ ແລະ ຈຳນວນ 291 ຄົນ ທີ່ເຂົ້າມາໃໝ່ ຜ່ານດ່ານຂົວມິິດຕະພາບ ເຊິ່ງມີຖິ່ນຖານມາຈາກ: ຫຼວງພະບາງ 95 ຄົນ ອຸດົມໄຊ 61 ຄົນ ນະຄອນຫຼວງວຽງຈັນ 26 ຄົນ ສະຫວັນນະເຂດ 29 ຄົນ ວຽງຈັນ 23 ຄົນ ໄຊຍະບູລີ 17 ຄົນ ຄຳມ່ວນ 14 ຄົນ ຫົວພັນ 5 ຄົນ ຈຳປາສັກ 7 ຄົນ ອັດຕະປຶ 8 ຄົນ ສາລະວັນ 3 ຄົນ ບໍລິຄຳໄຊ 1 ຄົນ ຊຽງຂວາງ 1 ຄົນ ແລະ ໄຊສົມບູນ 1 ຄົນ ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກ່ວາຈະຄົບກຳນົດ 14 ວັນ. 

    ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 09 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 279 ຄົນ ໃນນັ້ນ ມີກໍລະນີສົງໄສ 27 ຄົນ ແຮງງານລາວທີ່ກັບມາຈາກປະເທດໄທ 161 ຄົນ ແລະ ແຮງງານຈີນທີ່ເຂົ້າມາລາວ 91 ຄົນ ກໍລະນີສົງໄສ 27 ຄົນແມ່ນ: ນະຄອນຫຼວງວຽງຈັນ 12 ຄົນ ຫຼວງນ້ຳທາ  6 ຄົນ ສະຫວັນນະເຂດ 4 ຄົນ ອຸດົມໄຊ 4 ຄົນ ບໍ່ແກ້ວ 1 ຄົນ ແຮງງານລາວທີ່ກັບມາຈາກປະເທດໄທ 161 ຄົນ ໃນນັ້ນ ຫຼວງພະບາງ 38 ຄົນ ອຸດົມໄຊ 31 ຄົນ ຈຳປາສັກ 25 ຄົນ ສະຫວັນນະເຂດ 25 ຄົນ ສາລະວັນ 13 ຄົນ ຄຳມ່ວນ 8 ຄົນ ບໍລິຄຳໄຊ 8 ຄົນ ບໍ່ແກ້ວ 5 ຄົນ ຊຽງຂວາງ 2 ຄົນ ນະຄອນຫຼວງວຽງຈັນ 2 ຄົນ ໄຊຍະບູລີ 2 ຄົນ ວຽງຈັນ 1 ຄົນ ແລະ ໄຊສົມບູນ 1 ຄົນ ຜົນກວດທັງໝົດຂອງແຮງງານຈີນ ແລະ ລາວ ທີ່ເຂົ້າມາ ແລະ ກໍລະນີສົງໄສຂອງມື້ວານນີ້ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 9 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່ ນັບແຕ່ເດືອນມັງກອນ ຮອດ ວັນທີ 9 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 3.187 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (28 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອ ໃໝ່) ແລະ ສາມາດປິ່ນປົວອອກໂຮງໝໍແລ້ວແລ້ວທັງໝົດ ຈຳນວນ 13 ກໍລະນີ ສໍາລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 6 ຄົນ.

     ໂອກາດນີ້ ທ່ານ ພູທອນ ເມືອງປາກ ໄດ້ກ່າວເນັ້ນໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງແນະນຳ ເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີຢ່າງເຄັ່ງຄັດ ແລະ ໃນໄລຍະຜ່ອນຜັນບາງມາດຕະການແຕ່ນີ້ເຖິງວັນທີ 17 ພຶດສະພານີ້ ຄະນະສະເພາະກິດພວກເຮົາ ຍັງໄດ້ເອົາໃຈໃສ່ເຝົ້າລະວັງຢ່າງເຂັ້ມງວດ ຕໍ່ຜູ້ທີ່ຈະເດີນທາງເຂົ້າມາປະເທດເຮົາ ໂດຍການກວດວິເຄາະຫາເຊື້ອພະຍາດທຸກຄົນ ເພື່ອບໍ່ໃຫ້ນຳເຊື້ອເຂົ້າມາປະເທດເຮົາອີກ ຜູ້ທີ່ມີຜົນກວດວິເຄາະເປັນບວກ ກໍຈະໄດ້ເອົາເຂົ້ານອນຕິດຕາມຢູ່ໂຮງໝໍ ເພື່ອບໍ່ໃຫ້ມີຄວາມສ່ຽງທີ່ຈະແຜ່ກະຈາຍເຊື້ອອອກໄປຕິດໃສ່ຜູ້ອື່ນ ຜູ້ທີ່ມີຜົນກວດວິເຄາະເປັນລົບ ກໍຈະໄດ້ໄປຈຳກັດບໍລິເວນຢູ່ສູນຂອງແຕ່ລະແຂວງຈົນຄົບກຳນົດ 14 ວັນ ບັນດາພໍ່ແມ່ປະຊາຊົນບັນດາເຜົ່າ ຈະຕ້ອງໄດ້ເອົາໃຈໃສ່ ເປັນເຈົ້າການປະຕິບັດຕາມແຈ້ງການ ແລະ ຄຳແນະນຳຕ່າງໆຢ່າງເຂັ້ມງວດ ເພື່ອຊ່ວຍສະໜັບສະໜູນມາດຕະການຄວບຄຸມການລະບາດຂອງພະຍາດ COVID-19 ນີ້ ໃຫ້ມີປະສິດທິຜົນ ເພື່ອຈະໄດ້ກຳນົດມາດການຜ່ອນຜັນສືບຕໍ່ໄປອີກຫຼັງຈາກວັນທີ 17 ພຶດສະພາ 2020 ໂດຍສະເພາະການປະຕິບັດມາດຕະການປ້ອງກັນການຕິດເຊື້ອຂອງມວນຊົນ ເປັນຕົ້ນ ການລ້າງມືດ້ວຍນ້ຳສະອາດ ແລະ ສະບູ ຫຼືໃຊ້ເຈວລ້າງມືຂ້າເຊື້ອ 70% ຂຶ້ນໄປ ການປະຕິບັດໄລຍະຫ່າງ ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼືຢູ່ສະຖານທີ່ບໍລິການຕ່າງໆຢ່າງເປັນເຈົ້າການ.

# ພາບ & ຂ່າວ:ບຸນມີ

error: Content is protected !!