ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ໃຫ້ສຳພາດ ໃນວັນທີ 5 ພຶດສາພາ ກ່ຽວກັບການປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19 ທ່ານກ່າວວ່າ: ພາຍຫຼັງທີ່ໄດ້ຮັບບັນດາຄຳສັ່ງແນະນຳ ແຈ້ງການຕ່າງໆຈາກຂັ້ນເທິງ ພະແນກ ຍທຂ ກໍ່ໄດ້ເຜີຍແຜ່ ເຊື່ອມຊຶມໃຫ້ພະນັກງານ-ລັດຖະກອນ ຕະຫຼອດຮອດຫົວໜ່ວຍຜູ້ປະກອບການໃນຂົງເຂດຄວາມຮັບ ຜິດຊອບຂອງຕົນ ເພື່ອພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ໂດຍປະຕິບັດຕາມຄຳແນະນຳ ສະບັບເລກທີ 292 ຂອງກະຊວງ ຍທຂ ການອະຍຸຍາດໃຫ້ດຳເນີນການບໍລິການຂົນສົ່ງໂດຍສານຢູ່ພາຍໃນແຂວງ ເພື່ອປະຕິບັດຕາມມາດ ຕະກາຜ່ອນຜັນໃຫ້ມີປະສິດທິຜົນ ແລະ ຮັບປະກັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ໄດ້ເຊີນ ບັນດາຜູ້ປະກອບການຫົວໜ້າສະມາຄົມ ຫົວໜ້າສະຖານີລົດຂົນສົ່ງໂດຍສານ ຕະຫຼອດເຖິງເຈົ້າຂອງລົດໂດຍສານ ຮ່ວມປຶກສາຫາລື ເພື່ອພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເປັນຕົ້ນແມ່ນ: ການຈັດສັນບ່ອນນັ່ງ ບ່ອນຢືນລໍຖ້າ ຕາມສະຖານີຕ່າງໆ ແມ່ນຕ້ອງໄດ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ພ້ອມທັງວັດແທກອຸນຫະພູມ ຕ້ອງມີເຈວລ້າງມື ຫຼືນໍ້າຢາເພື່ອຂ້າເຊື້ອຢູ່ຕາມຈຸດຕ່າງໆ ຈັດສັນຖັງຂີ້ເຫຍື້ອທີ່ມີຝາປິດພ້ອມ ທັງມີການອະນາໄມຢ່າງເປັນປະຈຳຕາມ ວັດສະດຸທີ່ມີຜູ້ຄົນສຳຜັດຈຳນວນຫຼາຍສຳລັບຜູ້ຂັບລົດ ແລະ ຄົນໂດຍສານ ຕ້ອງວັດແທກອຸນຫະພູມທຸກຄັ້ງ ກ່ອນຂຶ້ນລົດ ຖ້າພົບເຫັນບຸກຄົນໃດມີອຸຫະພູມ 37,5 ອົງສາຂຶ້ນໄປ ແມ່ນບໍ່ອະນຸຍາດໃຫ້ຂຶ້ນລົດເດັດຂາດ ພ້ອມນັ້ນກໍ່ຕ້ອງໄດ້ຈັດສັນໄລຍະຫ່າງບ່ອນນັ່ງເພື່ອບໍ່ໃຫ້ແອອັດ ແລະ ໃຫ້ໃສ່ຜ້າປິດປາກ-ດັງຕະຫຼອດການເດີນທາງ.

