ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ເລັງເຫັນຄວາມສຳຄັນວຽກງານຊາວໜຸ່ມຢູ່ຂັ້ນຮາກຖານ

    ວຽກງານກໍສ້າງຮາກຖານ ເປັນວຽກງານຍຸດທະສາດທີ່ສຳຄັນ ໃນການພັດທະນາປະເທດຊາດ ກໍຄືພັດທະນາສັງຄົມ ໃນວັນທີ 8 ພຶດສະພາ 2020 ນີ້ ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ລົງຊຸກຍູ້ວຽກງານຊາວໜຸ່ມຢູ່ຂັ້ນຮາກຖານ ຂັ້ນບ້ານ ເຊັ່ນຢູ່ຈຸດສຸມບ້ານ ທົ່ງກາຫລົງ ເມືອງປາກຊ່ອງ ແຂວງຈຳປາສັກ ເພື່ອສ້າງຄວາມເຂັ້ມແຂງຢູ່ຂັ້ນຮາກຖານບ້ານ ເຊິ່ງ

ນີ້ເປັນການເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ຊາວໜຸ່ມ ແມ່ຍິງ ຢູ່ຂັ້ນຮາກຖານໄດ້ມີຄຳຄິດ ຄຳເຫັນລາຍງານຕໍ່ການຈັດຕັ້ງໂດຍກົງ ເພື່ອເຫັນໄດ້ເນື້ອໃນຈິດໃຈ ຄວາມຕ້ອງການ ແລະ ສິ່ງຈຳເປັນທີ່ປະເຊີນຢູ່ໃນຂັ້ນຮາກຖານ ເຊິ່ງເຫັນວ່າມີປະໂຫຍດສຳຄັນຫຼາຍ ພາຍຫຼັງໄດ້ຮັບຟັງການລາຍງານ ຈາກນັ້ນ ຄະນະຜູ້ແທນກໍໄດ້ປະກອບຄຳເຫັນ ແລະ ໂອ້ລົມ ເຊິ່ງທ່ານໄດ້ເນັ້ນໜັກຖືເອົາໃນດ້ານແນວຄິດເປັນຫຼັກ ເປັນຕົ້ນແມ່ນເຊີດຊູເອົາໃຈໃສ່ນ້ຳໃຈຮັກຊາດ ມີສະຕິຕໍ່ການຈັດຕັ້ງ ເຂັ້ມງວດຕໍ່ການປະຕິປັດລະບຽບກົດໝາຍ ຮັບປະກັນຮັກສາໄດ້ມູນເຊື້ອຄວາມອົງອາດກ້າຫານ ມູນເຊື້ອຄວາມດຸໝັ່ນ ຫ້າວຫັນ ໃນການຟື້ນຟູຜະລິດຜົນ ຖືເອົາການປູກ ການລ້ຽງເປັນຕົ້ນຕໍ ເພື່ອຕີຖອຍປາກົດການຫຍໍ້ທໍ້ໃນສັງຄົມ ໂດຍຊີ້ນຳລະບົບການຈັດຕັ້ງຊາວໜຸ່ມຂັ້ນບ້ານໃຫ້ເຂັ້ມແຂງ ພິເສດ ຍັງໄດ້ບຳລຸງຄະນະຢູ່ຂັ້ນບ້ານໃຫ້ກຳແໜ້ນຕໍ່ພາລະບົດບາດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ

ຍົກສູງຄວາມເປັນແບບຢ່າງນໍາໜ້າ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດ ຄວາມຮູ້ ຄວາມສາມາດຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໃນການເປັນກຳລັງສືບທອດພາລະກິດປະຕິວັດຂອງພັກ ປຸກລະດົມອອກແຮງແຂ່ງຂັນສ້າງຂະບວນການຂໍ້ແຂ່ງຂັນ 4 ບຸກຂອງຕົນ ຕິດພັນກັບຂະບວນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາປະເທດຊາດ ຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັບປະກັນໃຫ້ມີຄວມສະຫງົບສຸກ ປະຊາຊົນດຳລົງຊີວິດດ້ວຍຄວາມສະດວກສະບາຍໃນການທຳມາຫາກິນ ສ້າງສາພັດທະນາປະເທດຊາດຕາມທ່າແຮງ ແລະ ຄວາມສາມາດ ວຽກງານປັບປຸງການຈັດຕັ້ງລະບົບການເມືອງຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ ໃກ້ຊິດຕິດແທບ ລະບົບກົນໄກປະສານງານລະຫວ່າງຂັ້ນລຸ່ມ ກັບຂັ້ນເທິງໃຫ້ມີຄວາມຄ່ອງຕົວຂຶ້ນ ວຽກງານເສດຖະກິດຊຸກຍູ້ການປູກ-ການລ້ຽງ ໃຫ້ເປັນສິນຄ້າ ແລະ ໃຫ້ມີຄວາມຫຼາກຫຼາຍ ໃນດ້ານວັດທະນະທຳ-ສັງຄົມ ເປັນຕົ້ນດ້ານສຶກສາ ສຸຂະອະນາໄມ ໂດຍສະເພາະຕ້ານກັບພະຍາດໂຄວິດ -19 ພະຍາດໄຂ້ເລືອດອອກທີ່ພວມລະບາດໃນປັດຈຸບັນ ແລະ ບັນຫາອື່ນໆ.

    ໃນຕອນທ້າຍທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຍັງໄດ້ຝາກຄວາມເຊື່ອໝັ້ນຕໍ່ການຈັດຕັ້ງຊາວໜຸ່ມຢູ່ແຕ່ລະຂັ້ນ ໂດຍສະເພາະແມ່ນຢູ່ຂັ້ນຮາກຖານ ຂັ້ນເມືອງ ຂັ້ນບ້ານເປັນຕົ້ນ ໃນການນຳພາ ຊີ້ນຳສະມາຊິກຊາວໜຸ່ມໃນຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ເປັນຊາວໜຸ່ມ 4 ບຸກ ຕາມລະດັບຄາດໝາຍ ກໍຄືມາດຕະຖານທີ່ທາງສູນກາງຊາວໜຸ່ມວາງອອກ.

    ການມາຊຸກຍູ້ຂະບວນການຊາວໜຸ່ມຢູ່ຮາກຖານຄັ້ງນີ້ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ຍັງໄດ້ນຳເອົາວັດຖຸປັດໄຈ ແລະ ເງິນສົດຈຳນວນໜຶ່ງມາມອບໃຫ້ການຈັດຕັ້ງຢູ່ຂັ້ນຮາກຖານ ເພື່ອນຳໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ ພ້ອມກັບໄປເບິ່ງຄອບຄົວຊາວໜຸ່ມຕົວແບບ ໃນການພັດທະນາເສດຖະກິດຄອບຄົວຂອງເມືອງປາກຊ່ອງ ແຂວງຈຳປາສັກ ກໍຄືຄອບຄົວຂອງນາງ ກອງແກ້ວ ແກ້ວບົວພາ ອາຍຸ 38 ປີ ປະຊາຊົນບ້ານປາກຊ່ອງ ເມືອງປາກຊ່ອງ ແຂວງຈໍາປາສັກ ນຳອີກດ້ວຍ.

•ໂດຍ: ສ.ສັນທະນາ

error: Content is protected !!