ມື້ທີ 27 ນີ້ ທີ່ລາວມີ 2 ຂ່າວດີ ມີ 4 ຄົນໄດ້ອອກໂຮງໝໍ ແລະ ບໍ່ມີກໍລະນີຕິດເຊື້ອເພີ່ມ

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ   ແລະ ທ່ານ ດຣ ສະໜອງ ທອງຊະນະ ອຳນວຍການໂຮງໝໍມິດຕະພາບ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 9 ພຶດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມພະຍາດ COVID-19 ໃຫ້ຮູ້ວ່າ: ມາຮອດວັນທີ 9 ພຶດສະພານີ້ ເປັນມື້ທີ່ 27 ແລ້ວ ລາວເຮົາບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ ແລະ ພ້ອມນີ້ຍັງສາມາດປິ່ນປົວຜູ້ຕິດເຊື້ອຫາຍດີຕື່ມອີກ 4 ຄົນຄື: (ນໍ້າເບີ້ 03, 06, 09 ແລະ 19), ແຕ່ຈະຕ້ອງໄປຈໍາກັດບໍລິເວນຢູ່ເຮືອນອີກ 14 ວັນ ໝາຍວ່າຍັງມີຜູ້ທີ່ຈະສືບຕໍ່ຕິດຕາມຢູ່ໂຮງໝໍພຽງ 6 ຄົນເທົ່ານັ້ນ ແລະ ກໍເຫັນວ່າມີອາການເບົາບາງ ສ່ວນຜູ້ຕິດເຊື້ອທີ່ອອກໂຮງໝໍ ພາຍຫຼັງຕິດຕາມຄົບກຳນົດ 14 ວັນ ແລ້ວກັບມາກວດຄືນ 3 ຄົນ ເຊິ່ງແມ່ນນ້ຳເບີ 01 (ພະນັກງານໂຮງແຮມຄຣາວພລາຊາ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ) ເບີ 11 (ພະນັກງານພູເບ້ຍມາຍນິ້ງ ສັນຊາດ ປາປົວນິວກີນີ) ແລະ ເບີ 15 (ຢູ່ບ້ານຈອມມະນີ ເມືອງໄຊເສດຖາ) ຜົນກວດວິເຄາະແມ່ນເປັນລົບ ສະນັ້ນເຂົາເຈົ້າຈະໄດ້ກັບຄືນໄປປະຕິບັດໜ້າທີ່ວຽກງານຕາມເດີມ ແຕ່ກໍຕ້ອງໄດ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອຄືກັນກັບຄົນທົ່ວໄປ. 

    ສະພາບການເຝົ້າລະວັງ COVID-19 ຢູ່ ລາວເຮົາມາ ຮອດ 5 ໂມງແລງ ຂອງວັນທີ 8 ພຶດສະພານີ້ ມີຈໍານວນຜູ້ເດີນທາງເຂົ້າມາທັງໝົດ 1.884 ຄົນ ໃນນັ້ນ ຜ່ານດ່ານລາວ-ໄທມີ 1.112 ຄົນ ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 13 ຄົນ ຜ່ານດ່ານຂົວມິິດຕະພາບ II ຈຳນວນ 1 ຄົນ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຜ່ານດ່ານລາວ-ຈີນມີ 5 ຄົນ ແລະ ຜ່ານດ່ານລາວ-ຫວຽດມີ 767 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຊຶ່ງແຮງງານລາວທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງຈົນຄົບກຳນົດ 14 ວັນ ແລະ ມາຮອດວັນທີ 8 ພຶດສະພາ ໄດ້ເກັບຕົວຢ່າງມາກວດທັງໝົດ 175 ຄົນ ໃນນັ້ນ ມີກໍລະນີສົງໄສ 14 ຄົນ ຜູ້ຕິດເຊື້ອທີ່ອອກໂຮງໝໍມິດຕະພາບ 3 ຄົນ ແລ້ວກັບມາກວດຄືນ ຜູ້ທີ່ນອນປິ່ນປົວຕິດຕາມອາການຢູ່ໂຮງໝໍ 6 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 152 ຄົນ ໃນນັ້ນມີກໍລະນີສົງໄສ 14 ຄົນ ແຕ່ຜົນກວດທັງຫມົດບໍ່ພົບເຊື້ອ ໝາຍຄວາມວ່າມາຮອດວັນທີ 9 ພຶດສະພານີ້ເປັນມື້ທີ 27 ແລ້ວທີ່ລາວເຮົາບໍ່ພົບຜູ້ຕິດເຊື້ອໃໝ່.

    ທ່ານ ພູທອນ ເມືອງປາກ ໄດ້ກ່າວຕື່ມວ່າ: ໃນຂະນີ້ ກໍຂໍແຈ້ງໃຫ້ບັນດາທ່ານຊາບວ່າ ການປະຕິບັດແຈ້ງການເລກທີ 524/ຫສນຍ ນີ້ເປັນການຊົ່ວຄາວ ການທີ່ຈະປະກາດເພີ່ມມາດຕະການຜ່ອນຜັນອື່ນໆ ຫຼັງຈາກວັນທີ 17 ພຶດສະພາ ແມ່ນຂຶ້ນກັບພຶດຕິກຳຂອງພວກເຮົາໝົດທຸກຄົນ ເຊິ່ງຄະນະສະເພາະກິດຈະໄດ້ປະເມີນສະພາບການຄືນໃໝ່ ວ່າຄວນສືບຕໍ່ປະຕິບັດມາດຕະການຄືເກົ່ານີ້ບໍ ຫຼື ສາມາດຜ່ອນຜັນມາດຕະການໃດໜື່ງຕື່ມອີກ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ມີຄວາມອົດທົນ ພະຍາຍາມ ເອົາໃຈໃສ່ ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດຄຳແນະນຳ ແລະ ມາດຕະການຕ່າງໆໃຫ້ຖືກຕ້ອງ ແລະ ເຂັ້ມງວດ ໂດຍສະເພາະ ການລ້າງມືດ້ວຍນໍ້າສະອາດ ແລະ ສະບູ ຫຼື ໃຊ້ເຈວລ້າງມື ຂ້າເຊື້ອດ້ວຍເຫຼົ້າ 70% ຂື້ນໄປ ການປະຕິບັດໄລຍະຫ່າງ ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ຢູ່ສະຖານທີ່ບໍລິການຕ່າງໆໃຫ້ເຂັ້ມງວດ ຖ້າວ່າບັນດາທ່ານ ຫຼືຄົນໃນຄອບຄົວຂອງທ່ານຫາກມີອາການໄຂ້ ໄອ ເຈັບຫົວ ເຈັບ ທ້ອງ ຫຼື ມີອາການອື່ນໆ ກໍຂໍໃຫ້ບັນດາທ່ານ ເຂົ້າໄປພົບແພດຢູ່ໂຮງໝໍ ເພື່ອຈະໄດ້ຄັດແຍກວ່າມີອາການສົງໄສກ່ຽວກັບພະຍາດ COVID-19 ຫຼືບໍ່ ພ້ອມທັງຈະໄດ້ເກັບຕົວຢ່າງໄປກວດວິເຄາະຊອກຫາເຊື້ອ ຫຼືວ່າບັນດາທ່ານທີ່ມີພະຍາດອື່ນ ກໍຈະໄດ້ຄັດແຍກໄປບ່ອນໜຶ່ງສະເພາະ ເພື່ອທຳການປິ່ນປົວຢ່າງທັນການ.

error: Content is protected !!