ເມືອງໂຂງ ມີແຮງງານທີ່ກັບຈາກຕ່າງປະເທດອອກຈາກສູນກັກກັນແລ້ວ 3.269 ຄົນ​

    ຄະນະກຳມະການສະເພາະກິດເມືອງໂຂງ ແຂວງຈຳປາສັກ ໄດ້ເປີດເຜີຍເມື່ອວັນທີ 6 ພຶດສະພາ ນີ້ວ່າ: ປັດຈຸບັນໄດ້ມີປະຊາຊົນທີ່ໄປອອກແຮງງານຢູ່ຕ່າງປະເທດມີຈຳນວນທັງໝົດ 10.346 ຄົນ ຍິງ 5.584 ຄົນ ໃນນັ້ນຈຳນວນໜຶ່ງໄດ້ກັບມາຈາກຕ່າງປະເທດແລ້ວ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ 19 ແລະ ຈຳນວນແຮງງານທີ່ກັບຄືນປະເທດຄັ້ງນີ້ມີ 3.271 ຄົນ ຍິງ 1.567 ຄົນ ພາຍຫຼັງກັບມາແລ້ວເຂົາເຈົ້າກໍ່ໄດ້ປະຕິບັດຕາມລະບຽບການຂອງເຈົ້າໜ້າທີ່ທາງການລາວວາງອອກທຸກປະການຄື: ເຂົ້າກັກຕົວຢູ່ສູນກັກກັນທີ່ເຈົ້າໜ້າທີ່ຈັດສັນໃຫ້ ແລະ ກັກກັນຕົນເອງຢູ່ເຮືອນ (ແຍກປ່ຽວ) ຈຳວນໜຶ່ງ ຄົບຕາມກຳນົດ 14 ວັນແລ້ວ ໄດ້ກັບເມືອເຮືອນມີຈຳນວນ 3.269 ຄົນ ຍິງ 1.566 ຄົນ ເຫຼືອພຽງ 2 ຄົນ ຍິງ 1 ຄົນທີ່ຍັງສືບຕໍ່ກັກກັນຕົນເອງຕາມຄຳສັ່ງຂອງນາຍົກ. 

    ທ່ານ ຄຳສຸກ ຈັນທະວົງ ຮອງເຈົ້າເມືອງໆໂຂງ ເປີດເຜີຍຕໍ່ທ່ານ ສຈ.ດຣ ພອນເທບ ພົນເສນາ ອາສາສະໝັກຊ່ຽວຊານດ້ານການແພດອາວຸໂສ ທັງເປັນທີ່ປຶກສາການນຳຂອງແຂວງໃນວຽກງານສາທາລະນະສຸກ ພ້ອມຄະນະ ໂອກາດເຄື່ອນໄຫວເຮັດວຽກປະເມີນການຈັດຕັ້ງປະຕິບັດວຽກງານຕ້ານພະໂຄວິດ 19 ຢູ່ຂັ້ນບ້ານພາຍໃນເມືອງໂຂງ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ນັບແຕ່ລັດຖະບານ ສປປ ລາວໄດ້ຍົກລະດັບການເຝົ້າລະວັງເຊື້ອພະຍາດໂຄວິດ 19 ຂຶ້ນສູ່ລະດັບໃໝ່ ໂດຍສະເພາະນັບແຕ່ວັນທີ 1-19 ເມສາ ເມືອງກໍໄດ້ຮັບນິຕິກຳຕ່າງໆຈາກສູນກາງ ແລະ ແຂວງກໍໄດ້ຈັດຕັ້ງຜັນຂະຫຍາຍອອກເປັນນິຕິກຳຂອງເມືອງ ແລ້ວສົ່ງໃຫ້ບັນດາຫ້ອງການ ກົມກອງ ກຸ່ມບ້ານ ແລະ ບ້ານ ນຳໄປຈັດຕັ້ງປະຕິບັດເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໃນທົ່ວສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ພ້ອມນັ້ນກໍໄດ້ນຳໃຊ້ສື່ສານມວນຊົນພາຍໃນເມືອງທີ່ມີກໍຄືສະຖານີວິທະຍຸ-ໂທລະພາບ ແລະ ໂທລະໂຄ່ງແຕ່ລະບ້ານ ລົດຕິດຕັ້ງເຄື່ອງສຽງແລ້ວປະກາດໄປຕາມຖະໜົນ ໃນການຜັນຂະຫຍາຍນິຕິກຳຕ່າງໆຂອງເມືອງເພື່ອໃຫ້ເຂົ້າເຖິງປະຊາຊົນທຸກຊັ້ນຄົນ ຈາກນັ້ນແມ່ນໄດ້ກະກຽມສະຖານທີ່ຮອງຮັບການກວດກາ ແລະ ຕັ້ງສູນກັກກັນໃນກໍລະນີມີອາການສົງໄສຢູ່ຂັ້ນເມືອງ 1 ແຫ່ງ ໂດຍນຳໃຊ້ເຮືອນຮັບແຂກຂອງເມືອງ ມີ 5 ຫ້ອງນອນ (5 ຕຽງນອນ), ກຳນົດໄວ້ 70 ສູນໂດຍນຳໃຊ້ໂຮງຮຽນ ມຕ ແລະ ໂຮງຮຽນ ມສ ບາງກຸ່ມບ້ານກໍນຳໃຊ້ຖຽງນາ ແລະ ເຮືອນທີ່ບໍ່ມີຄົນພັກອາໄສເປັນສະຖານທີ່ກັກກັນ. 

    ໃນວັນດຽວກັນທ່ານ ສຈ.ດຣ ພອນເທບ ພົນເສນາ ພ້ອມຄະນະ ຍັງໄດ້ເດີນທາງໄປເຄື່ອນໄຫວເຮັດວຽກຢູ່ຈຸດຫົວໂຂງ ຊຶ່ງມີຄະນະສະເພາະກິດຂັ້ນບ້ານເຂົ້າຮ່ວມມີ 5 ບ້ານຄື: ຫົວໂຂງ ຫາງສັນ ແສນລ່າມ ດົງ ແລະ ບ້ານເວີນທອງ ພາຍຫຼັງສຳເລັດກໍໄດ້ເດີນທາງໄປເຮັດວຽກຢູ່ກຸ່ມບ້ານຫາດຊາຍຄູນ ມີຄະນະສະເພາະກິດຂັ້ນບ້ານເຂົ້າຮ່ວມຄື: ຫາດຊາດຄູນ ຫ້ວຍໄຜ່ ນາສົ້ມໂຮງ ເວີນຂາວ ແລະ ສາມຄ້າງ ການລົງມາເຮັດວຽກຄັ້ງນີ້ ກໍເພື່ອຮີບໂຮມເອົາບັນຫາຕ່າງໆທີ່ຄະນະສະເພາະຂັ້ນບ້ານປະເຊີນກັບສິ່ງທ້າທາຍ ແລະ ບັນຫາຕ່າງໆໃນເວລາເຮັດວຽກຕົວຈິງ ຈາກນັ້ນກໍຈະໄດ້ເອົາຂໍ້ມູນລາຍງານຂັ້ນແຂວງຕໍ່ໄປ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!