ໂຮງໝໍພາກສະໜາມກອງທັບ ສາມາດຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ເຖີງ 300 ຕຽງ

    ພິທີມອບ-ຮັບໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ທີ່ຕິດເຊື້ອພະໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ 2021 ທີ່ສະໜາມຍິງປຶນກອງທັບ (ຫຼັກ 27) ມີ ພົຈວ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຄະນະສະເພາະກິດຕ້ານ ແລະ…

ວັນນີ້ ເຊື້ອໂຄວິດຍັງຕິດເພີ່ມໃນລາວອີກ 60 ກໍລະນີ

      ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດເພື່ອຄວບຄຸມ ປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ …

ໂພນສະຫວາດໃຕ້ ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຮັບປະກັນໃຫ້ປະຊາຊົນພາຍໃນບ້ານປອດເຊື້ອໂຄວິດ-19

     ບ້ານໂພນສະຫວາດໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນບ້ານໜຶ່ງທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ເນື່ອງຈາກວ່າບໍລິເວນບ້ານອ້ອມຂ້າງຂອງບ້ານດັ່ງກ່າວ ໄດ້ມີຜູ້ຕິດເຊື້ອໂຄວິດ-19 ດັ່ງນັ້ນ ເພື່ອເປັນການປ້ອງກັນບໍ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຕິດເຊື້ອພະຍາດດັ່ງກ່າວ ອໍານາດການປົກຄອງບ້ານໄດ້ເພີ່ມທະວີມາດຕະການປ້ອງກັນ ໂດຍປະຕິບັດຄໍາສັ່ງ ແລະ ແຈ້ງການຕ່າງໆຂອງຂັ້ນເທີງວາງອອກຢ່າງເຂັ້ມງວດ.      ທ່ານ ນາງ ມະນີວອນ ວົງສຸລິ…

ແກ້ວທະວີຄູນ ຍ້າຍສະຖານທີ່ຈໍາໜ່າຍພືດຜັກ ພ້ອມປະຕິບັດມາດຕະການປ້ອງກັນໂຄວິດ-19

    ທ່ານ ແກ້ວລໍາພອນ ແສງສຸລິເດດ ປະທານບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈໍາກັດ ໃຫ້ສໍາພາດວັນທີ 3 ພຶດສະພາ 2021 ວ່າ: ເມື່ອກ່ອນທາງບໍລິສັດພວກເຮົາ ພ້ອມດ້ວຍຊາວສວນກະສິກຳອິນຊີຢູ່ເຂດນະຄອນຫຼວງວຽງຈັນ ໄດ້ໄປຂາຍຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນມື້ວັນພຸດ…

ໄຊທານີ ຈັດຕັ້ງຈຸດກວດກາຄົນເຂົ້າ-ອອກລະຫວ່າງບ້ານຕໍ່ບ້ານເກືອບ 150 ຈຸດ

    ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທັງເປັນຫົວໜ້າຄະນະສະເພາະກິດ ປ້ອງກັນ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ໃຫ້ສຳພາດວັນທີ 3 ພຶດສະພາ 2021 ວ່າ:  ພາຍຫຼັງໄດ້ຮັບຂໍ້ຕົກລົງ ຄຳສັ່ງ ຄຳແນະນຳຕ່າງໆກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ…

ມອບ-ຮັບຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນຜູ້ໃໝ່

    ພິທີມອບ-ຮັບໜ້າທີ່ ຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 4 ພຶດສະພາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ມີທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກກ່ຽວຂ້ອງ…

ສສ ຫວຽດນາມ ມອບອຸປະກອນການແພດເພື່ອຕ້ານການລະບາດຂອງພະຍາດໂຄວິດ-19

    ວັນທີ 4 ພຶດສະພາ 2021 ທີ່ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບ ການຊ່ວຍເຫຼືອຈາກພັກ-ລັດ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19…

ການປ້ອງກັນພະຍາດໂຄວິດ-19 ກໍສໍາຄັນ ການມີເລືອດຊ່ວຍຄົນເຈັບທີ່ຕ້ອງການກໍຈໍາເປັນ

    ໃນສະພາບການໃນປັດຈຸບັນ ການເຄື່ອນໄຫວຮັບບໍລິຈາກເລືອດແມ່ນພົບອຸປະສັກ ບໍ່ສາມາດເຄື່ອນ ໄຫວຮັບບໍລິຈາກເລືອດນອກສະຖານທີ່ຄືເມື່ອກ່ອນ ຈຶ່ງເຮັດໃຫ້ການສະໜອງເລືອດພາຍໃນສູນຂາດເຂີນ ບໍ່ສາມາດຕອບສະໜອງຕາມຄວາມຕ້ອງການໃຫ້ກັບຄົນເຈັບຜູ້ຕ້ອງການໃຊ້ເລືອດໃນຍາມວິກິດຄືດັ່ງກ່າວ ແລະ ບັນດາທ່ານຜູ້ໃຈບຸນ ຢາກເຂົ້າມາບໍລິຈາກເລືອດພາຍໃນສູນ ກໍຍັງມີຄວາມລັງເລ ບໍ່ທັນກ້າເຂົ້າມາບໍລິຈາກເລືອດຢູ່ສູນເລືອດ ອັນເນື່ອງມາຈາກຫຼາຍສາເຫດ ໂດຍສະເພາະ ມາດຕະການໃນການສະກັດກັ້ນ ປ້ອງກັນພະຍາດໂຄວິດ-19 ຢູ່ສູນເລືອດແຫ່ງຊາດ.…

ກວດກາຄວາມພ້ອມຂະຫຍາຍສູນຈໍາກັດບໍລິເວນກຸ່ມສ່ຽງຕິດເຊື້ອໂຄວິດ-19

    ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດໂຄວິດ-19 ໄດ້ລົງກວດກາສະຖານທີ່ໂຮງຮຽນ ມສ ດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເມື່ອວັນທີ 3 ພຶດສະພາ 2021.      ການລົງກວດກາສະຖານທີ່ດັ່ງກ່າວ ເພື່ອກະກຽມຄວາມພ້ອມຮອບດ້ານ…

error: Content is protected !!