ໄຊທານີ ຈັດຕັ້ງຈຸດກວດກາຄົນເຂົ້າ-ອອກລະຫວ່າງບ້ານຕໍ່ບ້ານເກືອບ 150 ຈຸດ

    ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທັງເປັນຫົວໜ້າຄະນະສະເພາະກິດ ປ້ອງກັນ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ໃຫ້ສຳພາດວັນທີ 3 ພຶດສະພາ 2021 ວ່າ:  ພາຍຫຼັງໄດ້ຮັບຂໍ້ຕົກລົງ ຄຳສັ່ງ ຄຳແນະນຳຕ່າງໆກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຂອງຂັ້ນເທິງວາງອອກ ໃນນັ້ນ ເມືອງໄຊທານີກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຄຳສັ່ງ ຄຳແນະດັ່ງກ່າວ ກໍໄດ້ຊີ້ນຳ-ນຳພາບັນດາກຸ່ມບ້ານ ແລະ ບ້ານໃຫ້ຮັບຮູ້ ເຂົ້າໃຈ ແລະ ເອົາໃຈໃສ່ ໂດຍໄດ້ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຊາບ ພ້ອມທັງເປັນເຈົ້າການໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ. 

    ເພື່ອຮັບປະກັນຄວາມສະຫງົບ ແລະ ເຂັ້ມງວດໃນການໄປມາຫາສູ່ລະຫວ່າງແຂວງຕໍ່ແຂວງ ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານ ໃນໄລຍະທີ່ ນວ ປິດໃຫ້ຄົນເຂົ້າ-ອອກ ໃນນັ້ນ ກອງບັນຊາການ ປກສ-ປກຊ ເມືອງ ໄດ້ຈັດຕັ້ງຈຸດກວດກາລະຫວ່າງແຂວງຕໍ່ແຂວງ ມີ 3 ຈຸດໃຫຍ່ຄື ບ້ານຂຸດສາມບາດ ເສັ້ນທາງເລກທີ 10 ບ້ານຫົວນາ ແລະ ບ້ານໜອງໂນ (ຊາຍແດນເຊື່ມອຕໍ່ເມືອງທຸລະຄົມ ແຂວງວຽງຈັນ) ມີກຳລັງປ້ອງກັນ 53 ທ່ານ ກວດກາຈຸດປິດລະຫວ່າງເມືອງຕໍ່ເມືອງ 12 ຈຸດ ມີກຳລັງປ້ອງກນ 79 ທ່ານ ພ້ອມດຽວກັນນັ້ນ ຍັງມີກຸ່ມຍ່ອຍຂອງບັນດາກຸ່ມບ້ານ ແລະ ບ້ານ 149 ຈຸດ ມີກຳລັງປ້ອງກັນ 2.913 ທ່ານ ສຳລັບຜູ້ທີ່ມີຈຸດປະສົງທີ່ຈະເດີນທາງເຂົ້າມາ ນວ  ຜ່ານເມືອງໄຊທານີ ແມ່ນຈະຕ້ອງໄດ້ເອົາໃບຢັ້ງຢືນຈາກຂະແໜງການກ່ຽວຂ້ອງ ຍົກເວັ້ນກໍລະນີທີ່ຈຳເປັນ.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!