ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດໂຄວິດ-19 ໄດ້ລົງກວດກາສະຖານທີ່ໂຮງຮຽນ ມສ ດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເມື່ອວັນທີ 3 ພຶດສະພາ 2021.

ການລົງກວດກາສະຖານທີ່ດັ່ງກ່າວ ເພື່ອກະກຽມຄວາມພ້ອມຮອບດ້ານ ໃນການກຳນົດເອົາໂຮງຮຽນ ມສ ດອນໜູນ ເປັນສະຖານທີ່ເພີ່ມອີກແຫ່ງໜຶ່ງ ໃນການຈໍາກັດບໍລິເວນຜູ້ທີ່ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ທີ່ມີຄວາມສ່ຽງເພີ່ມຂຶ້ນໃນແຕ່ລະວັນ ເຊິ່ງສະຖານທີ່ແຫ່ງນີ້ ມີອາກາດປອດໂປ່ງ ພ້ອມສິ່ງອໍານວຍຄວາມສະດວກຕ່າງໆ.
ໂອກາດດຽວກັນນີ້ ບັງໄດ້ລົງກວດກາ ແລະ ໃຫ້ທິດຊີ້ນໍາສູນຈໍາກັດບໍລິເວນ ມສ ລາວ-ຫວຽດນາມ ຕື່ມອີກ.
.
# ຂ່າວ – ພາບ : ຂັນທະວີ ພິມມະສອນ