ວັນນີ້ ເຊື້ອໂຄວິດຍັງຕິດເພີ່ມໃນລາວອີກ 60 ກໍລະນີ

      ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດເພື່ອຄວບຄຸມ ປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ  ໄດ້ຖະແຫຼງຂ່າວ ວັນທີ 4 ພືດສະພາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 3 ພືດສະພາ 2021 ໄດ້ເກັບຕົວຢ່າງຫາເຊື້ອໂຄວິດ-19 ທັງໝົດ 1.463 ຕົວຢ່າງ ເຊິ່ງຜົນກວດພົບຜູ້ຕິດເຊື້ອ COVID-19 ຈຳນວນ 60 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນ 8 ກໍລະນີ (ໃໝ່) ແຂວງຈໍາປາສັກ 30 ກໍລະນີ (ໃໝ່)  ແຂວງສະຫວັນນະເຂດ 1  ກໍລະນີ (ໃໝ່) ແຂວງບໍ່ແກ້ວ 20  ກໍລະນີ (ໃໝ່) ແຂວງວຽງຈັນ 1  ກໍລະນີ (ໃໝ່) ໂດຍຜູ້ຕິດເຊື້ອໃໝ່ທັງ 60 ຄົນ (ກໍລະນີຢັ້ງຢືນທີ 967-1.026) ສະເພາະຄົນເຈັບກໍລະນີໃໝ່ 8 ຄົນ ທີ່ພົບຢູ່ນະຄອນຫຼວງວຽງຈັນ ລ້ວນແລ້ວແຕ່ເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ 59 ສ່ວນກໍໍລະນີຕິດເຊື້ອໃໝ່ຢູ່ແຂວງຈຳປາສັກ ບໍ່ແກ້ວ ສະຫວັນນະເຂດ ແລະ ແຂວງວຽງຈັນນັ້ນ ຜູ້ກ່ຽວກໍມີປະຫວັດສຳຜັດກັບກໍລະນີຕິດເຊື້ອຜູ້ເກົ່າຢູ່ໃນແຂວງເຊັ່ນກັນ.

     ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 1.026 ຄົນ (ບໍ່ມີຜູ້ເສຍຊີວິດ) ປິ່ນປົວຫາຍດີ 60 ຄົນ ແລະ ຍັງມີຜູ້ນອນຕິດຕາມປິ່ນປົວຢູ່ສະຖານທີ່ບໍລິການຢູ່ສູນກາງ ແລະ ຕ່າງແຂວງກຳນົດໄວ້ທັງໝົດ 966 ຄົນ.

     ທ່ານ ພູວົງ ວົງຄໍາຊາວ ກ່າວຕື່ມວ່າ: ສຳລັບການຈັດຕັ້ງປະຕິບັດມາດຕະການຄວບຄຸມ ປ້ອງກັນ ແລະ ແກ້ໄຂພະຍາດດັ່ງກ່າວຢູ່ນະຄອນຫຼວງວຽງຈັນ ທຸກພາກສ່ວນໄດ້ສຸມກຳລັງແຮງເຂົ້າໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເອົາໃຈໃສ່ສຶກສາອົບຮົມພໍ່ແມ່ປະຊາຊົນຊາວນະຄອນຫຼວງ ໃຫ້ມີຄວາມຮັບຜິດຊອບ ແລະ ເຂົ້າໃຈກ່ຽວກັບໄພອັນຕະລາຍຂອງພະຍາດໂຄວິດ-19 ພ້ອມກັນນັ້ນ ກໍໃຫ້ຮູ້ກ່ຽວກັບການປ້ອງກັນຕົນເອງຢູ່ເຮືອນ ເພື່ອບໍ່ໃຫ້ພະຍາດມີການລະບາດເພີ່ມຂຶ້ນ ແລະ ມີຫຼາຍພາກສ່ວນ ນັບທັງບຸກຄົນ ນິຕິບຸກຄົນ ຕະຫຼອດຮອດອົງການພຸດທະສຳພັນລາວ ກໍໄດ້ເຂົ້າມາມີສ່ວນຮ່ວມການປະກອບສ່ວນວັດຖຸປັດໄຈ ເງິນຄໍາ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງແຂງແຮງ ສ່ວນວຽກງານຕິດຕາມການເຝົ້າລະວັງຢູ່ນະຄອນຫຼວງ ໄດ້ສຸມໃສ່ຢ່າງແຂງແຮງ ໂດຍໄດ້ແບ່ງໜ້າວຽກເປັນ 4 ໜ່ວຍງານ ເພື່ອເກັບກຳຕົວຢ່າງຊອກຫາເຊື້ອຢູ່ພາກສະໜາມ ໃນນັ້ນ ມີສະໜາມກີລາເຈົ້າອະນຸວົງ ເມືອງສີໂຄດຕະບອງ ໂຮງຮຽນ ມສ ລາວ-ຫວຽດນາມ ເມືອງໄຊເສດຖາ ສູນກີລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ (ປັດຈຸບັນ ສູນກີລາໃນຮົ່ມບຶງຂະຫຍອງໄດ້ຕັ້ງເປັນໜ່ວຍງານເຄື່ອນທີ່ຊອກຫາເຊື້ອ) ແລະ ຢູ່ໂຮງຮຽນ ມສ ສີໂຄດຕະບອງ ເຊິ່ງມາຮອດປັດຈຸບັນ  ນວ ສາມາດເກັບຕົວຢ່າງຊອກຫາເຊື້ອໄດ້ 7000 ກວ່າກໍລະນີ ພ້ອມນັ້ນ ກໍໄດ້ຈັດຕັ້ງປະຕິບັດການສັກວັກຊີນຢູ່ບໍລິການຕ່າງໆ ແລະ ແບບເຄື່ອນທີ່ ເພື່ອແນໃສ່ເຮັດໃຫ້ການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງ ກໍຄືທົ່ວປະເທດນັບມື້ຫຼຸດລົງເລື້ອຍໆ.

# ຂ່າວ – ພາບ :  ລັດເວລາ

error: Content is protected !!