ມອບ-ຮັບຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນຜູ້ໃໝ່

    ພິທີມອບ-ຮັບໜ້າທີ່ ຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 4 ພຶດສະພາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ມີທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກກ່ຽວຂ້ອງ ແລະ ຂະແໜງພາຍໃນເຂົ້າຮ່ວມ. 

    ອີງຕາມຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຍົກຍ້າຍພະນັກງານ ເຊິ່ງຍົກຍ້າຍທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນ ຜູ້ເກົ່າ ໄປປະຈໍາການຢູ່ສະພາປະຊາຊົນນະຄອນຫຼວງວຽງຈັນ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນ ແຕ່ງຕັ້ງທ່ານ ນາງ ຄໍາໄພ ລັດສະໝີ ເປັນຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນຜູ້ໃໝ່ ແລະ ມະຕິຕົກລົງຂອງຄະນະປະຈໍາພັກນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງເລຂາໜ່ວຍພັກຮາກຖານພະແນກພາຍໃນ ນະຄອນຫຼວງວຽງຈັນ ແຕ່ງຕັ້ງທ່ານ ນາງ ຄໍາໄພ ລັດສະໝີ ເປັນເລຂາໜ່ວຍພັກຮາກຖານພະແນກພາຍໃນ ນະຄອນຫຼວງວຽງຈັນ. 

    ທ່ານ ບຸນທາມ ພຸດທະວົງສາ ກ່າວວ່າ: ຕະຫຼອດໄລຍະ 7 ເດືອນຜ່ານມາ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງຂັ້ນເທິງດ້ວຍຄວາມເປັນເຈົ້າການ ເຊິ່ງສະແດງອອກບາງດ້ານພົ້ນເດັ່ນຄື: ໄດ້ນໍາພາຍົກລະດັບ ປັບປຸງກົນໄກການບໍລິການ ຄຸ້ມຄອງ-ບໍລິຫານແບບແຜນວິທີເຮັດວຽກ ໃຫ້ເຂົ້າສູ່ລະບຽບຫຼັກການ ຮັບປະກັນໄດ້ຄວາມຄວາມໂປ່ງໃສ ແລະ ວ່ອງໄວ ແລະ ຖືກກົດໝາຍ ໂດຍຖືກເອົາການຍົກລະດັບກົນໄກການບໍລິການຜ່ານປະຕູດຽວເປັນສໍາຄັນ ໄດ້ເອົາໃຈໃສ່ໂຄສະນາ ສຶກສາອົບຮົມການເມືອງແນວຄິດ ຄຸນສົມບັດສິນທໍາປະຕິວັດ ເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານລັດຖະກອນ ສ້າງສະຕິຕື່ນຕົວ ເຄົາລົບ ແລະ ປະຕິບັດກົດໝາຍ ມີຈັນຍາບັນ ໄດ້ຮ່ວມໝູ່ຄະນະ ນໍາພາວິຊາການສ້າງແຜນການ 5 ປີຂອງຂະແໜງພາຍໃນສໍາເລັດໂດຍພື້ນຖານ ໄດ້ນໍາພາໝູ່ຄະນະ ນໍາພາວິຊາການປະເມີນຜົນລັດຖະກອນປະຈໍາປີ 2020 ຄົ້ນຄວ້າ ຄັດເລືອກ ປະເມີນຜົນງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການຍ້ອງຍໍຜົນງານ 5 ປີທົ່ວນະຄອນຫຼວງສໍາເລັດ ນໍາພາວິຊາການຕິດຕາມການນໍານະຄອນຫຼວງ ລົງຊຸກຍູ້ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ (ບ້ານນາໂງ່ມ ນາຕານ ແລະ ກຸ່ມບ້ານຊ້າງ) ເມືອງໄຊທານີ ນໍາພາວິຊາການປະຕິບັດການສອບເສັງບັນຈຸເອົາລັດຖະກອນໃໝ່ ປີ 2021 ສໍາເລັດຕາມແຜນການ ຮັບປະກັນຄວາມສະຫງົບ ໂປ່ງໃສ ແລະ ມີຄຸນນະພາບ ນອກຈາກນີ້ ຍັງໄດ້ເອົາໃຈໃສ່ນໍາພາຄົ້ນຄວ້າ-ແກ້ໄຂ ແລະ ວຽກງານອື່ນໆຕື່ມອີກ. 

    ໃນຕອນທ້າຍ ໄດ້ຮັບຟັງການໂອ້ລົມຈາກທ່ານ ບຸນໜາ ຜາທຸມມະວົງ ເພື່ອເປັນທິດທາງໃຫ້ແກ່ຫົວໜ້າພະແນກຜູ້ໃໝ່ ເຊິ່ງທ່ານໄດ້ເນັ້ນໃຫ້ຜູ້ທີໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີການເມືອງຂອງຕົນ ທັງເປັນແບບຢ່າງນໍາໜ້າ ໃນການເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເອົາໃຈໃສ່ປັບປຸງແບບແຜນນຳພາ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ແທດເໜາະກັບສະພາບຕົວຈິງ ຮ່ວມກັບໝູ່ຄະນະ ເພື່ອພັດທະນາວຽກງານພະແນກພາຍໃນໃຫ້ນັບມື້ດີຂຶ້ນ.

.

# ຂ່າວ – ພາບ :  ວຽງມາ ລຸນທະວົງ

error: Content is protected !!