ສສ ຫວຽດນາມ ມອບອຸປະກອນການແພດເພື່ອຕ້ານການລະບາດຂອງພະຍາດໂຄວິດ-19

    ວັນທີ 4 ພຶດສະພາ 2021 ທີ່ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບ ການຊ່ວຍເຫຼືອຈາກພັກ-ລັດ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ ສປປ ລາວ ຕາງໜ້າກ່າວມອບໂດຍສະຫາຍ ໂຕ ແອັງ ຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີຄະນະນໍາຂອງບັນດາກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. 

    ກ່ອນໜ້ານີ້ ໃນປີ 2020 ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫຼືອຈາກ ສສ ຫວຽດນາມມາແລ້ວ ເຊິ່ງເປັນການຊ່ວຍເຫຼືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ ເຊິ່ງໃນຄັ້ງນີ້ ສສ ຫວຽດນາມ ໄດ້ມອບເງິນສົດຈໍານວນ 500.000 ໂດລາສະຫະລັດ ແລະ ສົ່ງທີມແພດຊ່ຽວຊານຈໍານວນ 35 ທ່ານ ພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງມາຊ່ວຍເຫຼືອ ສປປ ລາວ ປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200 ເຄື່ອງ ທາດຂ້າເຊື້ອພະຍາດ (Chloramine ຈຳນວນ 10.000 ກິໂລກຣາມ ຜ້າອັດປາກຈໍານວນ 2 ລ້ານແຜ່ນ ແລະ ອື່ນໆ. 

    ໃນໂອກາດດັ່ງກ່າວ ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ໂດຍຜ່ານສະຫາຍຮອງລັດຖະມົນຕີ ໂຕ ແອັງ ຢຸງ ໄປຍັງພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ເວລາໃດກໍມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ພັກ-ລັດຖະບານ ແລະ ປະຊາຊົນລາວມາຕະຫຼອດ ການຊ່ວຍເຫຼືອໃນຄັ້ງນີ້ ໄດ້ປະກອບສ່ວນອັນສໍາຄັນ ສ້າງຂວັນກໍາລັງໃຈອັນໃຫຍ່ຫຼວງ ແລະ ເພີ່ມກໍາລັງແຮງໃຫ້ແກ່ບັນດາແພດໝໍຂອງລາວທີ່ມີຈຳນວນຈຳກັດ ທີ່ກໍາລັງເຮັດວຽກແຂ່ງຂັນກັບເວລາ ເພື່ອເບິ່ງແຍງປິ່ນປົວຜູ້ຕິດເຊື້ອທີ່ມີຈຳນວນເພີ່ມຂຶ້ນຫຼາຍໃນທຸກມື້ ພ້ອມນີ້ ກໍ່ຈະເປັນຂວັນກໍາລັງໃຈອັນປະເສີດ ແກ່ຄົນເຈັບຜູ້ທີ່ກຳລັງປິ່ນປົວຢູ່ໃນໂຮງໝໍຕ່າງໆໃນຂອບເຂດທົ່ວປະເທດ ສິ່ງເຫຼົ່ານີ້ ເປັນການສະແດງເຖິງນໍ້າໃຈເອື້ອເຟື້ອເຜື່ອແຜ່ຂອງສະຫາຍຫວຽດນາມອ້າຍນ້ອງ ສະແດງເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ ແລະ ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

.

# ຂ່າວ – ພາບ :  ຂັນທະວີ ພິມມະສອນ

error: Content is protected !!