ເອີ້ນໄດ້ວ່າຫ້ອງນ້ຳເປັນອີກໜຶ່ງສະຖານທີ່ ທີ່ມີເຊື້ອໂຣກອາໄສຢູ່ເປັນຈຳນວນຫຼາຍ ບໍ່ວ່າຈະລ້າງຫ້ອງນ້ຳເລື້ອຍພຽງໃດ ແຕ່ກໍເຮັດໄດ້ພຽງແຕ່ຫຼຸດເຊື້ອໂຣກລົງ ບໍ່ສາມາດຫາຍໄປໝົດໄດ້ ແລະ ທຸກຄັ້ງທີ່ເຮົາເຂົ້າຫ້ອງນ້ຳ ແນ່ໃຈບໍ່ວ່າຈະບໍ່ມີເຊື້ອໂຣກຕິດຕົວເຮົາມາ ວັນນີ້ເຮົາມີຂໍ້ຄວນລະວັງໃນການເຂົ້າຫ້ອງນ້ຳທີ່ບາງຄົນຍັງບໍ່ຮູ້ ສ່ຽງເກີດໂຣກມາຝາກທຸກຄົນກັນ. 1. ຖິ້ມເຄື່ອງສຳອາງໄວ້ໃນຫ້ອງນ້ຳ ເປັນເຫດຜົນດຽວກັບຫຼາຍໆຂໍ້ທີ່ຜ່ານມາ ຄື: ການວາງເຄື່ອງສຳອາງສຳລັບແຕ່ງໜ້າເອົາໄວ້ໃນຫ້ອງນ້ຳ ຈຶ່ງມີໂອກາດທີ່ເຊື້ອໂຣກຈະແຜ່ກະຈາຍມາຕິດກັບເຄື່ອງສຳອາງ.…