ໃນການຜະລິດລະດູແລ້ງປີ 2019-2020 ຫ້ອງການກະສິກຳ-ປ່າໄມ້ ເມືອງນາຊາຍທອງ ພາຍໃຕ້ການຊີ້ນຳ-ນຳພາຂອງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ກໍຄື ອົງການປົກຄອງເມືອງ ໄດ້ຕັ້ງໜ້າຊຸກຍູ້ໃຫ້ຊາວກະສິກອນທຳການຜະລິດລະດູແລ້ງ ເປັນຕົ້ນ ການປູກເຂົ້ານາແຊງ ປູກຝັງ ລ້ຽງສັດ ໃຫ້ສາມາດຮັບປະກັນສະມັດຕະພາບການຜະລິດ ເພື່ອແນໃສ່ຄ້ຳປະກັນສະບຽງອາຫານພາຍໃນເມືອງ ກໍຄື ນະຄອນຫຼວງວຽງຈັນ.

ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ໃນການຜະລິດລະດູແລ້ງ ໃນທົ່ວເມືອງນາຊາຍທອງມີແຜນປູກເຂົ້ານາແຊງທັງໝົດ 2.681 ເຮັກຕາ ສາມາດປະຕິບັດການປູກໄດ້ 100% ໃນນັ້ນ ກ່ຽວດ້ວຍກົນຈັກ 1.935 ເຮັກຕາ ສະມັດຕະພາບ 4,25 ໂຕນ/ເຮັກຕາ ສາມາດຜະລິດເຂົ້າໄດ້ທັງໝົດ 1.394 ໂຕນ ນອກຈາກນັ້ນ ໄດ້ວາງແຜນປູກພືດຜັກທັງໝົດ 730 ເຮັກຕາ ໃນນັ້ນ ມີຜັກກິນໃບ 330 ເຮັກຕາ ຜັກກິນໝາກ 290 ເຮັກຕາ ສາລີຫວານ 110 ເຮັກຕາ ຜ່ານການປູກຕົວຈິງ ສາມາດຜະລິດພືດຜັກໄດ້ທັງໝົດ 554 ເຮັກຕາ ເທົ່າກັບ 75,89%.

ນອກຈາກນັ້ນ ໄດ້ເອົາໃຈໃສ່ປູກສາລີອາຫານສັດ ໂດຍທົ່ວເມືອງມີແຜນປູກພືດຜັກທັງໝົດ 105 ເຮັກຕາ ສາມາດປະຕິບັດໄດ້ຕາມແຜນ ສະມັດຕະພາບ 4,5ໂຕນ/ເຮັກຕາ ໃນນັ້ນ ຜະລິດສາລີໄດ້ 472,5 ໂຕນ ສຳລັບການຈຳໜ່າຍແມ່ນສົ່ງໃຫ້ໂຮງງານຫົວອາຫານທ່າງ່ອນ ແລະ ຂາຍໃຫ້ຟາມລ້ຽງສັດທົ່ວໄປ ພາຍໃນ ແລະ ຕ່າງແຂວງ ຄຽງຄູ່ກັນນັ້ນ ກໍໄດ້ເອົາໃຈໃສ່ຊຸກຍູ້ ປູກຜັກອິນຊີ ປັດຈຸບັນ ເມືອງນາຊາຍທອງ ມີກຸ່ມປູກຜັກອິນຊີ 1 ກຸ່ມ ຄື: ກຸ່ມຜັກອິນຊີບ້ານໂພນແກ້ວ ຈຳນວນສະມາຊິກທັງໝົດ 7 ຄອບຄົວ ສາມາດປູກພືດຜັກອິນຊີໄດ້ທັງໝົດ 6 ເຮັກຕາ ສະມັດຖະພາບ 6 ໂຕນ/ເຮັກຕາ ສາມາດຜະລິດໄດ້ 36ໂຕນ/ປີ ນອກຈາກນັ້ນຍັງມີກຸ່ມປູກເຂົ້າເປັນສິນຄ້າທັງໝົດ 5 ກຸ່ມ ມີທັງໝົດ 69 ຄອບຄົວ ເນື້ອທີ່ປູກເຂົ້າທັງໝົດ 163 ເຮັກຕາ ແຕ່ສາມາດປະຕິບັດໄດ້ພຽງ 93 ເຮັກຕາ ຍ້ອນການສະໜອງນ້ຳບໍ່ພຽງພໍ ເກີດຈາກສະພາບອາກາດແຫ້ງແລ້ງ ສົ່ງຜົນໃຫ້ອ່າງເກັບນ້ຳບໍ່ພຽງພໍໃນການສະໜອງນ້ຳ.

ທ່ານ ໄກຍະສັກ ມະນີວົງ ໄດ້ກ່າວຕື່ມວ່າ: ນອກຈາກສົ່ງເສີມໃຫ້ປະຊາຊົນປູກແລ້ວ ຄຽງຄູ່ກັນນັ້ນ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ປະຊາຊົນລ້ຽງສັດ ເປັນຕົ້ນ ໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນລ້ຽງແບບເປັນຟາມ ປັດຈຸບັນມີ 242 ຟາມ ທຽບໃສ່ປີ 2014 ເພີ່ມຂຶ້ນ 47 ຟາມ ໃນນີ້ ມີການລ້ຽງສັດໃຫຍ່ 12 ຟາມ ເຊິ່ງຕິດພັນກັບການປູກຫຍ້າ 299 ເຮັກຕາ ລ້ຽງໝູ 83 ຟາມ ເປັດໄຂ່ 23 ຟາມ ໄກ່ພັນຊີ້ນ 25 ຟາມ ແບ້ 5 ຟາມ ມີຄວາຍທັງໝົດ 2.622 ໂຕ ທຽບໃສ່ປີ 2014 ເພີ່ມຂຶ້ນ 964 ໂຕ ເທົ່າກັບ 58% ມີເນື້ອທີ່ໜອງປາ 4.428 ເຮັກຕາ ໃນນີ້ມີອ່າງເກັບນ້ຳ 3.659 ເຮັກຕາ ໜອງປາທຳມະຊາດ 101,92 ເຮັກຕາ ຟາມຜະລິດປານ້ອຍ 8 ຟາມ ເນື້ອທີ່ 18,56 ເຮັກຕາ ຜະລິດລູກປາໄດ້ 31,39 ລ້ານໂຕ/ປີ ທຽບໃສ່ແຜນການປະຕິບັດໄດ້ 213% ລ້ຽງປາແບບຄອບຄົວ 649,5 ເຮັກຕາ ສາມາດສະໜອງທາດຊີ້ນໄດ້ 71.030 ໂຕນ ສະເລ່ຍໃສ່ຫົວຄົນ ໄດ້ຮັບທາດຊີ້ນ 180 ກິໂລ/ຄົນ/ປີ ບໍລິໂພກເອງ 23.7147,7 ໂຕນ ເຫຼືອແຮຂາຍເປັນສິນຄ້າ 47.315,3 ໂຕນ ໃນນີ້ ການລ້ຽງສັດແບບເປັນຟາມກວມເອົາ 75%.

ເພື່ອຮັບປະກັນໃຫ້ການຜະລິດລະດູແລ້ງ ແລະ ລະດູຝົນ ໄດ້ສຸມໃສ່ປົກປັກຮັກສາພັດທະນາລະບົບຊົນລະປະທານ ທົ່ວເມືອງມີລະບົບຊົນລະປະທານທັງໝົດ 17 ແຫ່ງ ອ່າງເກັບນ້ຳ 4 ແຫ່ງ ຝາຍນ້ຳລົ້ນ 2 ແຫ່ງ ສະຖານີຈັກສູບນ້ຳ 1 ແຫ່ງ ລະບົບສີດຝອຍ 1 ແຫ່ງ ສາມາດສະໜອງນ້ຳໃຫ້ແກ່ການຜະລິດນາແຊງ 3.331 ເຮັກຕາ ແລະ ນາປີ 4.825 ເຮັກຕາ ນອກນັ້ນຍັງໄດ້ຈັດຕັ້ງກຸ່ມຜູ້ຊົມໃຊ້ນ້ຳໄດ້ 25 ກຸ່ມ ສຳລັບແຜນການປູກພືດລະດູຝົນນັ້ນ ແມ່ນໄດ້ວາງແຜນປູກເຂົ້ານາປີ 2020 ທັງໝົດ 7.794 ເຮັກຕາ ສະມັດຕະພາບ 4,3 ໂຕນ/ເຮັກຕາ ໃນນັ້ນ ມີແຜນປູກເຂົ້າຈ້າວ 50 ເຮັກຕາ ແຜນປູກພືດຜັກລະດູຝົນທັງໝົດ 340 ເຮັກຕາ ສະມັດຕະພາບ 8,6 ໂຕນ/ເຮັກຕາ ແຜນປູກສາລີ 150 ເຮັກຕາ ສະມັດຕະພາບ 5 ໂຕນ/ເຮັກຕາ ແລະ ແຜນປູກມັນຕົ້ນ ທັງໝົດ 350 ເຮັກຕາ ສະມັດຕະພາບ 25ໂຕນ/ເຮັກຕາ.