ເບິ່ງບ້ານເຂົາເອົາບົດຮຽນ 13/05/2020

ມື້­ນີ້​ຂໍ​ພາ​ທ່ານ​ໄປ​ຮູ້­ຈັກ​ກັບ​ກົດ­ໝາຍ​ຂອງ​ອິນ​ເດຍ ທີ່​ກຳ­ນົດ​ຫ້າມ​ເຜີຍ​ຊື່​ເຫຍື່ອ​ການ​ຂົ່ມ­ຂືນ​ຝືນ​ໃຈ ແລະ ມ້ວນ­ທ້າຍ​ກັບ​ກົດ­ໝາຍ​ຫ້າມ​ໃຊ້​ມື​ຖື​ເວ­ລາ​ບັນ­ຊາ​ເຂົາ​ລົດ­ຖີບ ໃນ​ປະ­ເທດ​ໂຮນ​ລັງ.

ທີ່ ປະ­ເທດ​ອິນ​ເດຍ: ການ​ເຜີຍ​ຊື່​ຂອງ​ຜູ້​ເຄາະ​ຮ້າຍ​ໃນ​ຄະ­ດີ​ຂົ່ມ­ຂືນ​ຝືນ​ໃຈ​ນັ້ນ ເປັນ­ຄວາມ​ຜິດ​ທີ່​ຕ້ອງ​ໄດ້​ຮັບ​ໂທດ​ຕາມ​ກົດ­ໝາຍ​ຂອງ​ອິນ​ເດຍ ວ່າ​ກັນ​ວ່າ ກົດ­ໝາຍ​ນີ້​ມີ­ໜ້າ​ທີ່​ປ້ອງ​ກັນ​ບໍ່​ໃຫ້​ເຫຍື່ອ​ການ​ຂົ່ມ­ຂືນ​ມີ​ປົມ​ດ້ອຍ​ຕິດ​ຫ້ອຍ​ຊີ­ວິດ ແລະ ປະ­ຫວັດ​ສ່ວນ​ຕົວ​ຕະ­ຫຼອດ​ໄປ ເຖິງ​ວ່າ​ເຫຍື່ອ​ຈະ​ເສຍ​ຊີ­ວິດ​ໄປ​ແລ້ວ​ກໍ​ຕາມ ພາຍ​ໃຕ້​ກົດ­ໝາຍ​ດັ່ງ­ກ່າວ ກໍ​ໄດ້​ມີ​ຂ່າວ​ໃນ​ທ້າຍ​ເດືອນ​ເມ­ສາ ປີ 2018 (ຕາມ​ຂ່າວ​ໜັງ­ສື­ພິມ​ຜູ້​ແທນ​ປະ­ຊາ­ຊົນ) ວ່າ: ສານ​ສູງ​ສຸດ​ຂອງ​ອິນ​ເດຍ ໄດ້​ສັ່ງ​ປັບ​ໃໝ​ບໍ­ລິ­ສັດ​ສື່​ມວນ​ຊົນ 12 ແຫ່ງ ເປັນ​ຈຳ­ນວນ​ເງິນ 1 ລ້ານ​ຣູ​ປີ ຈາກ​ແຕ່​ລະ​ບໍ­ລິ­ສັດ (ເປັນ​ເງິນ​ລາວ​ປະ­ມານ 118 ລ້ານ​ກີບ) ຍ້ອນ​ຄວາມ​ຜິດ​ທີ່​ໄດ້​ລາຍ​ງານ​ຂ່າວ​ໂດຍ​ລະ­ບຸ​ຊື່​ເດັກ​ຍິງ​ອາ­ຍຸ 8 ປີ ທີ່​ຖືກ​ກຸ່ມ​ຄົນ​ບໍ່​ດີ​ຂົ່ມ­ຂືນ​ແລ້ວ​ຂ້າ​ຖິ້ມ.

ເດັກ​ຍິງ​ທີ່​ຕົກ​ເປັນ​ເຫຍື່ອ​ຄວາມ​ຮຸນ​ແຮງ​ຄັ້ງ​ນີ້ ຖືກ​ລັກ​ພາ​ຕົວ ຖືກ​ກັກ​ຂັງ ວາງ­ຢາ ແລະ ຖືກ​ຂົ່ມ­ຂືນ​ເປັນ​ເວ­ລາ 5 ວັນ ແລ້ວ​ຖືກ​ທຸບ​ຕີ​ຈົນ​ເສຍ​ຊີ­ວິດ ກົດ­ໝາຍ​ອິນ​ເດຍ​ສະ­ບັບ​ນີ້ ກຳ­ນົດ​ຫ້າມ​ເປີດ­ເຜີຍ​ຊື່​ຜູ້​ເຄາະ​ຮ້າຍ​ຈາກ​ການ​ຂົ່ມ­ຂືນ ບໍ່​ວ່າ​ຈະ​ເປັນ​ການ​ເປີດ­ເຜີຍ​ເຫຍື່ອ​ທີ່​ຍັງ​ມີ​ຊີ­ວິດ​ຢູ່ ຫຼື ຫຼັງ​ຈາກ​ເສຍ​ຊີ­ວິດ​ແລ້ວ​ກໍ​ຕາມ ນອກ­ຈາກ​ໂທດ​ປັບ​ໃໝ​ແລ້ວ ຍັງ​ມີ​ໂທດ​ຈຳ​ຄຸກ​ສູງ​ສຸດ​ອີກ 2 ປີ ເຊິ່ງ​ຂຶ້ນ​ກັບ​ການ​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ​ຂອງ​ສານ ກຸ່ມ​ທະ­ນາຍ­ຄວາມ​ຂອງ 12 ບໍ­ລິ­ສັດ​ທີ່​ຖືກ​ປັບ​ໃໝ​ໄດ້​ຖະ­ແຫຼງ​ຕໍ່​ສານ​ວ່າ: ຄວາມ​ຜິດ­ພາດ​ຂອງ​ບໍ­ລິ­ສັດ​ສື່ ເກີດ​ຂຶ້ນ​ຍ້ອນ​ບໍ່​ຮູ້​ວ່າ­ການ​ເປີດ­ເຜີຍ​ຊື່​ຂອງ​ເຫຍື່ອ​ເປັນ­ຄວາມ​ຜິດ​ທາງ​ກົດ­ໝາຍ ທັງ​ນີ້​ກໍ​ເພາະ­ວ່າ​ເຫຍື່ອ​ໄດ້​ເສຍ​ຊີ­ວິດ​ລົງ​ແລ້ວ.

ທີ່ ປະ­ເທດ​ໂຮນ​ລັງ: ປະ­ເທດ​ທີ່​ມີ​ຈຳ­ນວນ​ລົດ­ຖີບ​ຫຼາຍ​ກວ່າ​ຈຳ­ນວນ​ພົນ­ລະ­ເມືອງ​ນັ້ນ​ແມ່ນ​ປະ­ເທດ​ໂຮນ​ລັງ (ບາງ​ຄົນ​ນິ­ຍົມ​ເອີ້ນ​ວ່າ ໂຮນ​ແລນ ຫຼື ເນ​ເທີ​ແລນ) ຄື: ມີ​ລົດ­ຖີບ​ຈຳ­ນວນ 23 ລ້ານ​ຄັນ​ຕໍ່​ພົນ­ລະ­ເມືອງ ຈຳ­ນວນ 17 ລ້ານ​ຄົນ ລົດ­ຖີບ​ກັບ​ວິ­ຖີ​ຊີ­ວິດ​ຂອງ​ຄົນ​ໂຮນ​ແລນ​ນັ້ນ ບໍ່​ຕ່າງ​ຫຍັງ​ກັບ​ປາ ແລະ ນ້ຳ ດັ່ງ­ນັ້ນ ຈຶ່ງ​ບໍ່​ເປັນ​ເລື່ອງ​ແປກ​ທີ່​ປະ­ເທດ​ມີ​ມົນ​ລະ​ພິດ​ທາງ​ອາ­ກາດ​ໜ້ອຍ​ທີ່​ສຸດ​ໃນ​ໂລກ ເມື່ອ​ມີ​ຄົນ​ຈຳ­ນວນ​ຫຼວງ­ຫຼາຍ​ເລືອກ​ໃຊ້​ລົດ­ຖີບ​ເປັນ​ພາ­ຫະ­ນະ​ຕົ້ນ­ຕໍ ໃນ​ການ­ເຄື່ອນ­ໄຫວ​ໄປ​ມາ​ຕາມ​ຖະ­ໜົນ ແນ່­ນອນ​ກໍ​ຕ້ອງ​ມີ​ກົດ​ລະ­ບຽບ​ຄວບ​ຄຸມ​ຄື​ດຽວ​ກັບ​ພາ­ຫະ­ນະ​ອື່ນໆ ທັງ​ນີ້​ກໍ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອຸ­ບັດ­ເຫດ​ກັບ​ລົດ​ສອງ​ຕີນ​ຊະ­ນິດ​ນີ້ ຍ້ອນ​ແນວ​ນີ້ ປະ­ເທດ​ນີ້​ຈຶ່ງ​ໄດ້​ຂຶ້ນ​ແຜນ​ສ້າງ​ກົດ­ໝາຍ​ຫ້າມ​ໃຊ້​ໂທລະ­ສັບ​ມື​ຖື (ສະ­ມາດ​ໂຟນ) ເວ­ລາ​ບັນ­ຊາ​ເຂົາ​ລົດ­ຖີບ.

ການ​ລິ​ເລີ່ມ​ສ້າງ​ກົດ­ໝາຍ​ສະ­ບັບ​ນີ້ ມີ​ຂຶ້ນ​ໃນ​ທ້າຍ​ປີ 2018 ແລະ ມີ​ຜົນ​ບັງ­ຄັບ​ໃຊ້​ຕົວ​ຈິງ​ນັບ​ແຕ່​ເດືອນ​ກໍ­ລະ­ກົດ ປີ 2019 ເປັນ­ຕົ້ນ​ມາ ສ່ວນ​ການ​ກຳ­ນົດ​ຫ້າມ​ຜູ້​ຂັບ​ຂີ່​ພາ­ຫະ­ນະ​ຊະ­ນິດ​ອື່ນໆ (ທີ່​ມີ​ຂະ­ໜາດ​ໃຫຍ່ ແລະ ຄວາມ​ແຮງ​ກວ່າ​ລົດ­ຖີບ) ໃຊ້​ໂທລະ­ສັບ​ມື​ຖື​ນັ້ນ ມີ​ມາ​ກ່ອນ​ແລ້ວ ອັດ­ຕາ​ການ​ປັບ​ໃໝ​ຜູ້​ໃຊ້​ໂທລະ­ສັບ​ມື​ຖື​ເວ­ລາ​ຂັບ​ຂີ່​ລົດ­ຖີບ ຫຼື ລົດ​ຊະ­ນິດ​ອື່ນໆ​ນັ້ນ ສູງ​ສຸດ​ແມ່ນ 230 ເອີ​ໂຣ ທີ່​ຕ້ອງ​ມີ​ກົດ­ໝາຍ​ຫ້າມ​ດັ່ງ­ກ່າວ ກໍ​ຍ້ອນ​ວ່າ​ໃນ​ທຸກໆ 5 ກໍ­ລະ­ນີ​ຂອງ​ອຸ­ບັດ­ເຫດ​ທີ່​ເກີດ​ຂຶ້ນ​ກັບ​ໄວ​ໜຸ່ມ​ໂຮນ​ລັງ​ນັ້ນ​ມີ 1 ຄັ້ງ​ທີ່​ພົວ­ພັນ​ກັບ​ການ​ໃຊ້​ໂທລະ­ສັບ​ມື​ຖື​ເວ­ລາ​ຂັບ​ລົດ.

error: Content is protected !!