ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 19 ໃນວັນທີ 31 ຕຸລາຜ່ານມາ ທີ່ ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ ພາຍໃຕ້ການເປັນປະທານຂອງ ທ່ານ ດາໂຕະ ເຊຣີ ໂມຮາມັດ ຄາເລັດ ບິນ ນໍດິນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ມາເລເຊຍ ມີບັນດາຄະນະລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາຫຍໍ້ ແລະ ສະແດງຄວາມຊົມເຊີຍມາຍັງ ບັນດາຜົນສຳເລັດ ໃນຊ່ວງການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025 ເຊິ່ງເຫັນໄດ້ເຖິງຜົນສໍາເລັດທີ່ເປັນຮູບປະທໍາຫຼາຍດ້ານ ພິເສດແມ່ນ ການຮັບຮອງເອົາ ຕີມໍ-ແລັດສະເຕ ເປັນປະເທດສະມາຊິກອາຊຽນ ທີ່ 11 ຢ່າງສົມບູນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ໃນທ້າຍເດືອນ ຕຸລາ 2025 ຜ່ານມາ.

ນອກນັ້ນກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນສຳເລັດຂອງ ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM) ເຊິ່ງຈັດຂຶ້ນ ໃນທ້າຍເດືອນ ກັນຍາ 2025 ທີ່ຜ່ານມາ ທີ່ແມືອງ ໂຈຮໍປະເທດມາເລເຊຍ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຮອງບັນດາເອກະສານຂໍ້ລິເລີ່ມ 10 ສະບັບ ວ່າດ້ວຍການສົ່ງເສີມການຮ່ວມມືໃນຂົງເຂດວຽກງານຕ່າງໆ ເຊັ່ນ ພື້ນຖານໂຄງລ່າງທາງພື້ນນໍ້າ (CUI) ວຽກງານຮັກສັນຕິພາບ (PKO) ວຽກງານໄຊເບີ້ ການເຝິກຊ້ອມຮ່ວມທະຫານອາຊຽນ ວຽກງານອຸດສາຫະກໍາປ້ອງກັນຊາດ ເປັນຕົ້ນ. ນອກຈາກນີ້ກອງປະຊຸມຍັງຮັບຮອງເອົາ ກິດຈະກໍາກັບປະເທດບວກ(+) ຈໍານວນ 4 ກິດຈະກຳ ເຊິ່ງລວມມີ ການເຝິກຊ້ອມທາງທະເລ 4 ກິດຈະກໍາ ແລະ ງານວາງສະແດງອຸດສາຫະກໍາປ້ອງກັນຊາດ 1 ກິດຈະກໍາ ແລະ ຖະແຫຼງການ ກົວລາລຳເປີ ຂອງກອງປະຊຸມ ADMM ວ່າດ້ວຍຄວາມສາມັກຄີອາຊຽນ ເພື່ອຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກ ແລະ ຖະແຫຼງການຮ່ວມຂອງ ກອງປະຊຸມ ADMM ວ່າດ້ວຍການຈັດຕັ້ງປະຕິບັດແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (ASPC) ຂອງວິໄສທັດປະຊາຄົມອາຊຽນ 2045. ກອງປະຊຸມຍັງໄດ້ຮັບຮອງວາລະກອງປະຊຸມ ແລະ ແຜນການເຄື່ອນໄຫວ ສໍາລັບກອງປະຊຸມ ADMM-ບວກ ທີ່ຈະມາເຖິງນີ້.
ໃນໂອກາດການເຂົ້າຮ່ວມກອງປະຊຸມ ດັ່ງກ່າວທ່ານ ພົນໂທ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ຈີນ ແລະ ກອງປະຊຸມຢ່າງບໍ່ເປັນທາງການຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ອິນເດຍ ລວມທັງ ໄດ້ພົບປະສອງຝ່າຍ ກັບບາງປະເທດສະມາຊິກອາຊຽນ.

ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ADMM-ບວກ ຄັ້ງທີ 12 ແລະ ພິທີມອບໂອນປະທານກອງປະຊຸມ ADMM ຄັ້ງທີ 20 ໃຫ້ ຟິລິບິນ ຈັດຂຶ້ນໃນວັນທີ 1 ພະຈິກ 2025 ຕື່ມອີກ.