ມື້ນີ້ຂໍພາທ່ານໄປຮູ້ຈັກກັບກົດໝາຍຂອງອິນເດຍ ທີ່ກຳນົດຫ້າມເຜີຍຊື່ເຫຍື່ອການຂົ່ມຂືນຝືນໃຈ ແລະ ມ້ວນທ້າຍກັບກົດໝາຍຫ້າມໃຊ້ມືຖືເວລາບັນຊາເຂົາລົດຖີບ ໃນປະເທດໂຮນລັງ. ທີ່ ປະເທດອິນເດຍ: ການເຜີຍຊື່ຂອງຜູ້ເຄາະຮ້າຍໃນຄະດີຂົ່ມຂືນຝືນໃຈນັ້ນ ເປັນຄວາມຜິດທີ່ຕ້ອງໄດ້ຮັບໂທດຕາມກົດໝາຍຂອງອິນເດຍ ວ່າກັນວ່າ ກົດໝາຍນີ້ມີໜ້າທີ່ປ້ອງກັນບໍ່ໃຫ້ເຫຍື່ອການຂົ່ມຂືນມີປົມດ້ອຍຕິດຫ້ອຍຊີວິດ ແລະ ປະຫວັດສ່ວນຕົວຕະຫຼອດໄປ ເຖິງວ່າເຫຍື່ອຈະເສຍຊີວິດໄປແລ້ວກໍຕາມ ພາຍໃຕ້ກົດໝາຍດັ່ງກ່າວ ກໍໄດ້ມີຂ່າວໃນທ້າຍເດືອນເມສາ…