ກຸ່ມບໍລິສັດທ່ອງທ່ຽວວັດທະນະທຳລາວກຳນົດ 5 ວຽກເພື່ອພັດທະນາໃນຕໍ່ໜ້າ

    ກຸ່ມບໍລິສັດທ່ອງທ່ຽວວັດທະນະທຳລາວ ມະຫາຊົນໄດ້ນໍາເອົາຜະລິດຕະພັນການທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງໃນງານບຸນນະມັດສະການພະທາດ ແລະ ງານວາງສະແດງສິນຄ້າ ປະຈຳປີ 2025 ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ສົນໃຈການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາລາວ ມະຫາຊົນໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.

    ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາລາວ ມະຫາຊົນໄດ້ໃຫ້ສໍາພາດໃນໂອກາດເຂົ້າຮ່ວມງານບຸນນະມັດສະການພະທາດ ແລະ ງານວາງສະແດງສິນຄ້າ ປະຈຳປີ 2025 ນີ້ວ່າ ການເຂົ້າຮ່ວມງານຄັ້ງນີ້ມີຄວາມຮູ້ສຶກດີໃຈຫຼາຍທີ່ພັກ-ລັດໄດ້ເຫັນຄວາມສໍາຄັນການສົ່ງເສີມການຄ້າ ການລົງທຶນ ເຊິ່ງກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາລາວ ມະຫາຊົນ ໄດ້ຫັນຈາກຮູບແບບທຸລະກິດປ່ຽນຊື່ຈາກບໍລິສັດຊີມັງລາວ ມະຫາຊົນ ໃນ ປີ 2023 ເຊິ່ງມີສຳນັກງານໃຫຍ່ຢູ່ໃຈກາງເມືອງນະຄອນຫຼວງວຽງຈັນ ກວມເນື້ອທີ່ 8.000 ຕາແມັດ ເປັນກຳມະສິດຂອງບໍລິສັດ ນອກຈາກນັ້ນ ຍັງມີດິນການຄ້າທີ່ສາມາດພັດທະນາໄດ້ 100.000 ຕາແມັດ ແລະ ດິນການຄ້າສະເພາະໂຄງການພັດທະນາການທ່ອງທ່ຽວ 200 ເຮັກຕາ ຕັ້ງຢູ່ເມືອງວັງວຽງ ແຂວງວຽງຈັນ ກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາລາວ ມະຫາຊົນ ໂດຍໄດ້ຮັບການຊີ້ນໍາຈາກກະຊວງປ້ອງກັນປະເທດ ແລະ ກະຊວງການເງິນທັງເປັນການຮ່ວມມືດ້ານເສດຖະກິດຂອງສອງປະເທດລາວ-ຈີນ ແລະ ຖືວ່າເປັນຮາກຖານອຸດສາຫະກໍາແຫ່ງຊາດລາວ ກຸ່ມບໍລິສັດດັ່ງກ່າວໄດ້ສຸມໃສ່ການພັດທະນາທ່ອງທ່ຽວ ວັດທະນະທຳລາວ ເພື່ອເຮັດໃຫ້ຕົວເມືອງສວຍສົດງົດງາມຂຶ້ນກວ່າເກົ່າຕາມຄໍາຂັວນ ປະດິດສ້າງໃໝ່ ປະສານສົມທົບກັນ ສີຂຽວ ເປີດປະຕູສູ່ພາຍນອກ ໂດຍບໍລິສັດໄດ້ຄົ້ນຫາຮູບແບບການພັດທະນາໃໝ່ຄື ວັດທະນະທໍາ ການທ່ອງທ່ຽວ ການຫັນເປັນຕົວເມືອງ ຊຸກຍູ້ດ້ານການພັດທະນາແບບ ເຕັກໂນໂລຊີ ອຸດສາຫະກຳ ເຂດສວນໃຫ້ປະກົດຜົນເປັນຈິງ ຫັນເອົາດ້ານອຸດສາຫະກຳວັດທະນະທໍາຂອງປະເທດລາວ ການເປັນຜູ້ຊີ້ນໍາໃນການຫັນເປັນຕົວເມືອງທັນສະໄໝຂອງປະເທດລາວ ແລະ ການເປັນແບບຢ່າງໃນຂະແໜງການທ່ອງທ່ຽວຂອງປະເທດລາວເປັນໃຈກາງ ຜ່ານ ອຸດສາຫະກຳຫັນເປັນວັດທະນະທຳ ແລະ ວັດທະນະທຳຫັນເປັນອຸດສາຫະກຳ.

ໂອກາດນີ້ທ່ານນາງ XIA HUIPING ຍັງໃຫ່ຮູ້ຕື່ມວ່າ ເພື່ອເຮັດໃຫ້ບໍລິສັດເຕີບໃຫຍ່ຂະຫຍາຍຕົວຂຶ້ນຕື່ມໃນຕໍ່ໜ້າຈຶ່ງໄດ້ກຳນົດທິດທາງການພັດທະນາທີ່ສໍາຄັນໃນຕໍ່ໜ້າມີ 5 ວຽກງານຄື ອຸດສາຫະກຳວັດທະນະທຳ ການທ່ອງທ່ຽວ ການຫັນເປັນຕົວເມືອງທັນສະໄໝ ກະສິກຳ ແລະ ອຸດສາຫະກຳການສຶກສາ ໃນນັ້ນ ຊອກຄົ້ນຮູບແບບການພັດທະນາແບບ “ວັດທະນະທໍາ” ທີ່ໄດ້ເອົາວັດທະນະທໍາເປັນຫຼັກ ແລະ ມີການປະດິດຄິດສ້າງໃໝ່ຢ່າງຮອບດ້ານຕໍ່ຍຸດທະສາດ ລະບົບ ເຕັກນິກ ຜະລິດຕະພັນ ແລະ ຮູບແບບທຸລະກິດ ເຊິ່ງເປັນແນວທາງການພັດທະນາມີສີສັນພິເສດເຮັດໃຫ້ບໍລິສັດບັນລຸເຖິງການພັດທະນາແບບກ້າວກະໂດດ.

error: Content is protected !!