ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ສົມທົບກັບທະຫານນະຄອນຫຼວງວຽງຈັນ ອອກກວດກາລາດຕະເວນ ຕາມເສັ້ນທາງຢູ່ນະຄອນຫຼວງວຽງຈັນ ໃນຕອນຄ່ຳວັນທີ 7 ພຶດສະພາ 2020 ແລະ ພົບເຫັນຮ້ານບັນເທີງ ແລະ ຮ້ານກິນດື່ມ 6 ຮ້ານ ທີ່ເປີດໃຫ້ລູກຄ້າເຂົ້າມາໃຊ້ບໍລິການ ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົບຮົມ ກ່າວເຕືອນ ແລະ ໃຫ້ປິດຮ້ານ ຕາມແຈ້ງການເລກທີ 524/ຫສນຍ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແຕ່ວັນທີ 4-17 ພຶດສະພາ 2020.

ສຳລັບ 6 ຮ້ານທີ່ເປີດໃຫ້ບໍລິການດັ່ງກ່າວ ເປັນການລະເມີດຄຳສັ່ງເລກທີ 06/ນຍ ຕາມແຈ້ງການເລກທີ 524/ຫສນຍ ທີ່ລະບຸໄວ້ໃນຂໍ້ 5.2 ວ່າ: ປິດບັນດາກິດຈະການຮ້ານບັນເທີງ ຮ້ານເຫຼົ້າ-ເບຍ ໂຮງຮູບເງົາ ຮ້ານຄາຣາໂອເກະ ຮ້ານບໍລິການນວດ-ສະປາທຸກປະເພດ ກາຊິໂນ ຕະຫຼາດກາງຄືນ ສະຖານທີ່ອອກກຳລັງກາຍ-ຫຼິ້ນກີລາໃນຮົ່ມ ກີລາກາງແຈ້ງແບບເປັນທີມທີ່ມີການໃກ້ຊິດກັນ ເຊັ່ນ: ກີລາບານເຕະ ບານບ້ວງ ບານສົ່ງ ມາລາທອນ ຕີມວຍ ຕີໄກ່ ເປຕັງ ແລະ ການແຂ່ງຂັນກີລາທຸກປະເພດ ທີ່ມີຜູ້ຊົມ ແລະ ນັກກີລາເຂົ້າຮ່ວມເກີນ 10 ຄົນ ທີ່ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້.

# ຂ່າວ & ພາບ : ຊິລິການດາ