ການປ່ຽນແປງຂອງດິນຟ້າອາກາດໃນປັດຈຸບັນ ນັບມື້ຮ້າຍແຮງຂຶ້ນ ເຊິ່ງເກີດເປັນໄພພິບັດ ທີ່ສົ່ງຜົນກະທົບໃສ່ການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດໃນທົ່ວໂລກ ແລະ ສປປ ລາວ ກໍເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບອັນໜຶ່ງ ຈາກການປ່ຽນແປງຂອງສະພາບການດັ່ງກ່າວ ເຖິງແມ່ນວ່າຈະບໍ່ຮ້າຍແຮງເທົ່າກັບຫຼາຍປະເທດ ແຕ່ທຸກເຫດການທີ່ເກີດຂຶ້ນຈາກບັນຫາດັ່ງກ່າວນັ້ນ ແມ່ນສ້າງຄວາມເສຍຫາຍແກ່ຊັບສິນສ່ວນລວມ ຊີວິດ ແລະ ຊັບສິນຂອງປະຊາຊົນ. ເນື່ອງຈາກການປ່ຽນແປງຂອງສະພາບອາກາດ…