ແຮງງານລາວໃນຕ່າງແດນຍັງບໍລິສຸດ

ໃຜໆ​ກໍ​ເປັນ​ຫ່ວງ​ເປັນ​ໄຍ​ວິ­ຕົກ​ກັງ­ວົນ​ນຳ ເມື່ອ​ເວົ້າ​ເຖິງ​ແຮງ​ງານ​ລາວ​ໃນ​ຕ່າງ​ແດນ ແລະ ກໍ​ເປັນ​ທີ່​ຮູ້​ກັນ​ດີ​ແລ້ວ​ວ່າ: ແຮງ​ງານ​ລາວ​ໃນ​ຕ່າງ​ແດນ ກໍ​ແມ່ນ​ກຳ­ມະ­ກອນ ຊາວ​ຜູ້​ອອກ­ແຮງ​ງານ​ຄົນ​ລາວ ທີ່​ຂາດ​ໂອ­ກາດ​ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ໃນ​ປະ­ເທດ​ຕົນ​ຍັງ​ບໍ່​ທັນ​ໄດ້ ຍ້ອນ​ຕຳ­ແໜ່ງ​ງານ​ໃນ​ສະ­ຖານ­ທີ່​ທຳ​ງານ​ມີ​ຂອບ​ເຂດ​ຈຳ­ກັດ ຫຼື ອີກ​ປະ­ການ​ໜຶ່ງ ແຮງ​ງານ​ແມ່ນ​ເປັນ​ຊາວ​ໄຮ່­ນາ ບໍ່​ແມ່ນ​ກຳ­ມະ­ກອນ​ໂດຍ​ອາ­ຊີບ ການ​ເຮັດ​ນາ​ໄດ້​ພຽງ​ລະ­ດູ​ດຽວ​ລະ­ດູ­ຝົນ. ຫຼັງ​ຈາກ​ມ້ຽນ​ມັດ​ເຂົ້າ​ຂື້ນ​ເລົ້າ​ຂື້ນ​ເຍຍ​ແລ້ວ ເງື່ອນ­ໄຂ​ເຮັດ​ນາ­ແຊງ​ບໍ່​ມີ​ກໍ​ຫວ່າງ​ງານ.…

error: Content is protected !!