ມູນນິທິຮ່ວມໃຈພັດທະນາ ປະກອບສ່ວນຊ່ວຍເຫຼືອສັງຄົມຕ້ານພະຍາດໂຄວິດ-19

    ທ່ານ ພູວົງ ພະມີສິດ ປະທານມູນນິທິຮ່ວມໃຈພັດທະນາ ເຈົ້າຂອງຮ້ານພູວົງ ແລະ ເຈົ້າຂອງສວນພຶກສາ ໃຫ້ສໍາພາດວັນທີ 7 ພຶດສະພາ 2020 ວ່າ: ນັບແຕ່ປະເທດເຮົາໄດ້ມີລາຍງານການຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ລັດຖະບານກໍໄດ້ມີຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ໂດຍກໍານົດມາດຕະການຕ່າງໆຢ່າງເຂັ້ມງວດ ໃນນີ້ ມູນນິທິຮ່ວມໃຈພັດທະນາກໍໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ກັບບັນດາຄະນະສະເພາະກິດ ແລະ ພະນັກງານແພດໝໍ ຕະຫຼອດຮອດພໍ່ແມ່ປະຊາຊົນຢູ່ໃນທົ່ວສັງຄົມ ຈຶ່ງໄດ້ປະກອບສ່ວນຊ່ວຍເຫຼືອ ເຊິ່ງໃນເບື້ອງຕົ້ນໄດ້ນໍາເຈວລ້າງມື ເຫຼົ້າ 90 ແລະ ນໍ້າຢາຂ້າເຊື້ອມູນຄ່າ 300 ກວ່າລ້ານກີບ ໃຫ້ຄະນະສະເພາະກິດ ໂຮງໝໍຂັ້ນສູນກາງ ໂຮງໝໍແຂວງສະຫວັນນະເຂດ ຫຼວງພະບາງ ປາກເຊ ແລະ ໂຮງໝໍແຂວງວຽງຈັນ ພ້ອມນັ້ນຍັງໄດ້ໃຫ້ການສະໜັບສະໜູນຫຼັກລາຍການສູນຂ່າວສານການແພດ ແລະ ສຸຂະສຶກສາ ເພື່ອນໍາສົ່ງຂໍ້ມູນຂ່າວສານທີ່ເປັນຄວາມຮູ້ ແລະ ມີຄວາມເປັນຄວາມຈິງໃຫ້ແກ່ສັງຄົມ ທັງເປັນການຕອບຕ້ານຂ່າວປອມຕ່າງໆ.

    ນອກນີ້ ໃນໄລຍະທີ່ທຸກຄົນຢູ່ເຮືອນເພື່ອຊາດປະຕິບັດຄໍາສັ່ງເລກທີ 06/ນຍ ເຮັດໃຫ້ກໍາມະກອນຫາເຊົ້າກິນຄໍ່າບໍ່ໄດ້ອອກແຮງງານ ທາງມູນນິທິດັ່ງກ່າວຍັງໄດ້ລະດົມຊື້ເຂົ້າ ອາຫານແຫ້ງ ໄປແຈກຢາຍໃຫ້ກຸ່ມຄົນດັ່ງກ່າວໃນ 3 ຕົວເມືອງ (ໄຊເສດຖາ ສີໂຄດຕະບອງ ແລະ ນາຊາຍທອງ) ແລະ 4 ໝູ່ບ້ານ ນອກນັ້ນຍັງມອບໃຫ້ສູນຄົນພິການຕາທີ່ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດຕື່ມອີກ.

   ນອກຈາກທີ່ກ່າວມານີ້ ຍັງມີຂ່າວດີອັນໜຶ່ງສໍາລັບປະຊາຊົນລາວຄື ມູນນິທິຮ່ວມໃຈພັດທະນາ ຮ່ວມກັບໂຮງງານຢາເລກ 3 ແລະ ສະຖາບັນຢາພື້ນເມືອງລາວ ຄົ້ນຄວ້າຜະລິດຢາຕ້ານພະຍາດໂຄວິດ-19 ເຊິ່ງຢາດັ່ງກ່າວແມ່ນການຄົ້ນຄວ້າຂອງສາດສະດາຈານທີ່ມາຈາກຕ່າງປະເທດ ປັດຈຸບັນ ຢາດັ່ງກ່າວກໍາລັງຢູ່ໃນຂັ້ນຕອນຂອງການສະເໜີຂໍທິດຊີ້ນໍາເພື່ອທົດລອງໃຊ້.

# ຂ່າວ & ພາບ : ຂັນທະວີ

error: Content is protected !!