ປູກກັບຕັດຂັດກັນອ່າງຍ່າງ

      ການບັນທຸກວັດຖຸຄືລົດຄັນນີ້ອັນຕະລາຍສຸດຂີດ ລວມທັງຜູ້ໃຊ້ລົດໃຊ້ຖະໜົນ ກໍຄື ຜູ້ທີ່ນັ່ງຢູ່ເທິງວັດຖຸເຫຼົ່ານັ້ນ ເພາະດີບໍ່ດີສາຍມັດອາດຂາດ ຫຼື ເສັ້ນວັດຖຸທີ່ຍາວເດ່ກາຍລົດອາດໄປທັ່ງແທງເອົາຄົນອື່ນໆ ດັ່ງທີ່ເຄີຍເປັນຂ່າວເລື້ອຍໆ ອີກຂໍ້ຄິດໜຶ່ງທີ່ໄດ້ຈາກກາຕູນແຜ່ນນີ້ ກໍຄື ຄວາມຂັດແຍ່ງກັນລະຫວ່າງການປູກ ແລະ ການຕັດຕົ້ນໄມ້ຢູ່ບ້ານເຮົາ ການຕັດນັ້ນລື່ນການປູກແນ່ນອນຖ້າຍັງເປັນຄືແບບນີ້ຄວາມຫວັງຢາກມີປ່າປົກຫຸ້ມ 70% ຂອງແຜ່ນດິນລາວກໍຄົງເປັນພຽງຄວາມຝັນ ພວກເຮົາຄວນຄາດໄວ້ວ່າ ຈະຕ້ອງບັນລຸເປົ້າໝາຍນີ້ພາຍໃນປີ 2020 ນີ້ເອງແລ້ວຊິໄດ້ບໍລະ? ອັກໂກຍ!

error: Content is protected !!