ຄວາມສ່ຽງຄຽງຂ້າງສາຍລົມ

    ໃນລະດູນີ້ ພວກເຮົາມີສາຍລົມບໍ່ຂາດແຕ່ກໍເປັນລົມຮ້ອນຫຼາຍກວ່າ ດັ່ງນັ້ນ ຄວນມີສະຕິເລື່ອງໄຟປ່າ ໝອກຄວັນ ຂໍໃຫ້ໝັ່ນຕັກເຕືອນລູກຫຼານເລື່ອງການຫຼິ້ນວ່າວ ຢູ່ສະຖານທີ່ສ່ຽງສຳລັບຕົນເອງ ແລະ ຄົນອື່ນ ໂດຍສະເພາະ ແມ່ນບໍລິເວນໃກ້ເດີ່ນບິນ ໃກ້ຕຶກສູງ ຕົ້ນໄມ້ໃຫຍ່ ແລະ ສາຍໄຟຟ້າ ເພາະຖ້າວ່າວໄປເກາະແລ້ວເດັກໆກໍຈະພະຍາຍາມປີນໄປປົດຫຼືຕ່ອຍເອົາ ເວລາປ່ອຍວ່າວນັ້ນ ເດັກອາດຂາດສະຕິ ເພາະມົວແຕ່ແລ່ນ ແລະ ເບິ່ງວ່າວຈົນລືມເບິ່ງທາງທີ່ມີລົດແລ່ນສວ່ານສົນ ຂໍໃຫ້ກຳກັບນັບຊາເລື່ອງນີ້ແທ້ໆເນີ!

error: Content is protected !!