ຄຸນປະໂຫຍດພິເສດຂອງໜ້າກາກ

    ໜ້າ​ກາກ​ປ້ອງ​ກັນ​ເຊື້ອ​ພະ­ຍາດ​ປອດ​ອັກ­ເສບ​ສາຍ​ພັນ​ໃໝ່ ຫຼື ໂຄ​ວິດ-19 ນັ້ນ ມີ​ປະ­ໂຫຍດ​ມາກ​ມາຍ​ກ່າຍ­ກອງ ນອກ­ຈາກ​ສາ­ມາດ​ປ້ອງ​ກັນ​ພະ­ຍາດ​ທີ່​ວ່າ​ແລ້ວ ຍັງ​ມີ​ຜົນ​ປະ­ໂຫຍດ​ດ້ານ​ອື່ນໆ​ອີກ ດັ່ງ​ປາ­ກົດ​ຢູ່​ໃນ​ບົດ​ສົນ­ທະ­ນາ​ຂອງ​ຊາຍ​ໄວ​ກາງ­ຄົນ​ສອງ​ຄົນ​ດັ່ງ​ລຸ່ມ​ນີ້:

    ອາວ​ແປ້ນ: “ເມຍ​ເຮົາ​ປາກ​ເໝັນ ປານ​ກິ່ນ​ຈາກ​ວິດ­ຖ່າຍ ລາວ​ເວົ້າ​ກັບ​ເຮົາ​ເທື່ອ​ໃດ ເຮົາ​ຕ້ອງ​ໄດ້​ກັ້ນ​ລົມ​ຫາຍ­ໃຈ​ໄວ້ ແຕ່​ດຽວ­ນີ້​ສະ­ບາຍ​ແລ້ວ ກິ່ນ​ປາກ​ລາວ​ບໍ່​ສາ­ມາດ​ປິວ​ມາ​ຮອດ​ດັງ​ເຮົາ ເພາະ​ລາວ​ໃສ່​ໜ້າ​ກາກ​ອັດ​ປາກ​ອັດ​ດັງ​ໄວ້​ມິດ​ຊິດ !”.

    ອາວ​ອື່ງ: “ສຳ­ລັບ​ເຮົາ​ຫັ້ນ​ສະ­ບາຍ​ກວ່າ​ໂຕ ຄື​ບໍ່​ໜວກ​ຫູ ຍ້ອນ​ສຽງ​ດ່າ​ຂອງ​ນາງ​ເມຍ​ທີ່​ເຄີຍ​ດອດ​ໃສ່​ເຮົາ ນັບ​ແຕ່​ມື້​ແຕ່ງ­ດອງ​ກັນ​ມາ ດຽວ­ນີ້​ເຖິງ​ລາວ​ຊິ​ກົ່ງ​ຄໍ​ດ່າ​ເຮົາ​ແຮງ​ປານ­ໃດ ເຮົາ​ກໍ​ໄດ້​ຍິນ​ສຽງ​ລາວ ສ່ຳ​ສຽງ​ຂຽດ​ຮ້ອງ ເພາະ​ມີ­ໜ້າ​ກາກ​ກັນ​ໄວ້… ໂອຍ​ຈັ່ງ​ແມ່ນ​ຊາດ​ເຮົາ ສະ­ບາຍ​ຫູ !”.

error: Content is protected !!