ໃຜແນ່ກວ່າກັນ

    ຢູ່​ຮ້ານ​ກາ­ເຟ​ແຫ່ງ​ໜຶ່ງ ນັກ​ຂ່າວ​ສື່​ອອນ​ລາຍ​ກັບ​ນັກ​ຂ່າວ​ໜັງ­ສື­ພິມ​ລາຍ​ວັນ ຖຽງ​ກັນ​ໜ້າ​ດຳ​ຕາ­ແດງ​ກ່ຽວ​ກັບ​ອະ­ນາ­ຄົດ​ຂອງ​ສື່​ຍຸກ​ໃໝ່ (ອອນ​ລາຍ) ກັບ​ສື່​ດັ້ງ­ເດີມ (ໜັງ­ສື­ພິມ).

    ນັກ​ຂ່າວ​ອອນ​ລາຍ ອີກ​ບໍ່​ດົນ​ໜັງ­ສື­ພິມ​ຂອງ​ໂຕ​ຕ້ອງ​ພົບ​ກັບ​ຈຸດ​ຈົບ​ແນ່­ນອນ ສ່ວນ​ສື່​ອອນ​ລາຍ​ຂອງ​ເຮົາ​ຍືນ​ຍົງ ແລະ ກ້າວ​ຂຶ້ນ !.

    ນັກ​ຂ່າວ​ໜັງ­ສື­ພິມ “ສື່​ອອນ​ລາຍ​ໂຕ​ຫັ້ນ​ເດັດ­ຂາດ​ຈະ​ໄປ​ບໍ່​ລອດ ໜັງ­ສື­ພິມ​ບໍ່​ມີ​ວັນ​ຕາຍ”

    ນັກ​ຂ່າວ​ອອນ​ລາຍ “ໂຕ​ມີ​ເຫດ­ຜົນ​ໃດ​ມາ​ຢັ້ງ­ຢືນ ?”

    ນັກ​ຂ່າວ​ໜັງ­ສື­ພິມ “ໜັງ­ສື­ພິມ​ເຮົາ​ອ່ານ​ແລ້ວ​ຍັງ​ໃຊ້​ຫໍ່​ເຄື່ອງ ໃຊ້​ປູ​ນັ່ງ ແລະ ກັ້ງ​ແດດ​ໄດ້ ສ່ວນ​ຂ່າວ​ອອນ​ລາຍ​ໂຕ​ຫັ້ນ ໃຊ້​ໄດ້​ຄື​ໜັງ­ສື­ພິມ​ບໍ ?.”

error: Content is protected !!