ລະຫວ່າງວັນທີ 16-17 ກໍລະກົດ 2021 ຜ່ານມາ ປະທານອົງການກາແດງລາວ ໄດ້ເຄື່ອນໄຫວຢ້ຽມຢາມແຂວງໄຊຍະບູລີ ແລະ ມອບເຄື່ອງຊ່ວຍເຫຼືອປະຊາຊົນແຂວງໄຊຍະບູລີ ທີ່ປະສົບໄພນ້ຳຖ້ວມໃນເດືອນມີຖຸນາທີ່ຜ່ານມາ. ອົງການກາແດງລາວ ໄດ້ປະຕິບັດຕາມພາລະບົດບາດໃນການຊ່ວຍໃຫ້ປະຊາຊົນຜູ້ທຸກຍາກຂາດເຂີນ ໃນເປົ້າໝາຍ 1.000 ຄອບຄົວ ລວມ…
Category: ຂ່າວໜ້າໜຶ່ງ
ເມືອງໄຊພູທອງ ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງເປີດກວ້າງຄັ້ງທີ 3 ສະໄໝທີ 5
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ 5 ຂອງເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ເປີດຂື້ນຢ່າງເປັນທາງການຫວ່າງມໍ່ໆມານີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງປະລິຍາເອກ ແສງທອງ ວັງແກ້ວມະນີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊພູທອງ…
ວຽງນະຄອນ ວົງວິໄຊ ໄດ້ສິດເປັນຕົວແທນລາວເຂົ້າແຂ່ງຂັນຂົວພາສາຈີນ ທີ່ປະເທດຈີນ
ສະຖານທູດຈີນປະຈໍາ ສປປ ລາວ ຮ່ວມກັບສະຖາບັນຂົງຈື ຈັດງານແຂ່ງຂັນ ຂົວພາສາຈີນ ລະດັບນັກສຶກສາມະຫາວິທະຍາໄລ ຄັ້ງທີ 20 ປະຈໍາປີ 2021 ຮອບຊີງຊະນະເລີດໃນທົ່ວປະເທດ ຂຶ້ນໃນວັນທີ 19 ກໍລຸກົດ…
ພະອາຈານ ບຸນຍາດ ສືບຕໍ່ຊ່ວຍເຫຼືອຜູ້ຫຍຸ້ງຍາຍ້ອນໂຄວິດ
ໂດຍໄດ້ຮັບການປະກອບສ່ວນວັດຖຸສິ່ງຂອງ ຈາກນາງ ຄຳຫຼ້າ ຮ້ານຟິດເນັດ ທ່ານ ວິລະສັກ ນາງ ຕ້ອມ ນາງ ແກວ ບ້ານທ່າພະລາໄຊ ແລະ ນາງ ດາວວອນ ພ້ອມດ້ວຍຄອບຄົວ…
ນະຄອນຫຼວງຊ່ວຍຕຽງນອນປະກອບໃສ່ໂຮງໝໍພາກສະໜາມສອງແຂວງ
ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ເປັນແຂວງທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 (ນໍາເຂົ້າ) ແຕ່ລະວັນເປັນຈຳນວນຫຼາຍສິບຄົນ ເພື່ອປິ່ນປົວຄົນເຈັບພະຍາດໂຄວິດ ອໍານາດການປົກຄອງທັງສອງແຂວງໄດ້ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຄົນເຈັບໃຫ້ພຽງພໍ ແຕ່ການສ້າງໂຮງໝໍພາກສະໝາມແມ່ນມີຄວາມຕ້ອງການອຸປະກອນປະກອບໃສ່ເປັນຈຳນວນຫຼາຍ ເປັນຕົ້ນແມ່ນຕຽງນອນ ແລະ ອື່ນໆທີ່ມີຄວາມເປັນ. ເພື່ອໃຫ້ທ່ວງທັນກັບສະພາບການ ອໍານາດການປົກຄອງທັງສອງແຂວງຈຶ່ງໄດ້ສະເໜີຂໍຄວາມຊ່ວຍເຫຼືອນຳອໍານາດການປົກຄອງນະຄອນຫຼວງວຽງຈັນ…
ເຈົ້າຄອງ ຊຸກຍູ້ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າແຜນງົບປະມານແຫ່ງລັດຂອງນະຄອນຫຼວງ
ວັນທີ 19 ກໍລະກົດ 2021 ທີ່ພະແນກການເງິນນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດຶອນຕົ້ນປີ ແລະ ທິດທາງແຜນການ 6…
ປະກາດສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳເມືອງໄຊທານີ
ພິທີປະກາດການສ້າງຕັ້ງຄະນະບໍລິຫານງານ ແລະ ແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 19 ກໍລະກົດ 2021 ທີ່ສະໂມສອນເມືອງໄຊທານີ ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ສຸລິຍະນັນ…
ຊາວໜຸ່ມມອບເຄື່ອງໃຫ້ທະຫານນະຄອນຫຼວງ
ວັນທີ 16 ກໍລະກົດ 2021 ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ນຳເອົາເຄື່ອງດື່ມລົງມອບໃຫ້ກົມກອງທີ່ຂຶ້ນກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ກ່າວມອບໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມີພະອາຈານ ພົງສະຫວັນ ອານຸສິນ ປະມານມູນນິທິຊ່ວຍເຫຼືອຄວາມທຸກຍາກ…
ລາວ ອິນເຕີຄລີນິກ ບໍລິການກວດສຸຂະພາບໂດຍບໍ່ເສຍຄ່າ
ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20/7/1955-20/7/2020) ຫ້ອງກວດພະຍາດລາວ ອິນເຕີຄລີນິກ ມີສະຖານທີ່ຕັ້ງຢູ່ຖະໜົນມິດຕະພາບລາວ-ໄທ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳບໍລິການກວດສຸຂະພາບໃຫ້ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າໂດຍບໍ່ເສຍຄ່າຄືກັບທຸກປີຜ່ານມາ. ທ່ານ ນາງ…